ນຳພາຄະນະໂດຍ ພັທ ບຸນມີ ຄຳວົງແສງ ຮອງຫົວໜ້າກົມອຸປະໂພກ-ບໍລິໂພກ

ໃນລະຫວ່າງວັນທີ 10-12 ທັນວາ 2018, ຄະນະກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາ ທິການ ກະຊວງ ປກສ ໄດ້ລົງຊຸກຍູ້, ຕິດຕາມ, ກວດກາ ແລະ ເຜີຍແຜ່ແນະນຳວຽກງານອຸປະໂພກ-ບໍລິໂພກ ຢູ່ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ນຳພາຄະນະໂດຍ ພັທ ບຸນມີ ຄຳວົງແສງ ຮອງຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການ ກະຊວງ ປກສ, ມີຄະນະຫ້ອງພະລາ, ຄະນະພະແນກອຸປະໂພກ-ບໍລິໂພກ ປກສ ແຂວງ, ປກສ ພ້ອມດ້ວຍພະນັກງານ-ນັກຮົບ ພາຍໃນຫ້ອງພະລາ ເຂົ້າຮ່ວມ.

ການລົງຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ ແລະ ເຜີຍແຜ່-ແນະນໍາວຽກງານອຸປະໂພກ-ບໍລິໂພກ ຕາມສາຍຕັ້ງວິຊາສະເພາະ ຢູ່ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ເຜີຍແຜ່ມີເອກະສານ 7 ສະບັບ ຄື:

ພາລະບົດບາດ, ສິດໜ້າທີ່ວຽກງານອຸປະໂພກ-ບໍລິໂພກ ປກສ, ຄໍາສັ່ງເພີ່ມເຕີມຂອງ ກົມອຸປະໂພກ-ບໍລິໂພກ ສະບັບເລກທີ 539/ກອພ ລົງວັນທີ 25 ຕຸລາ 2017, ແນະນໍາການສ້າງແຜນຄວາມຕ້ອງການຂອງວັດຖຸອຸປະໂພກ, ແນະນໍາບັນດາເອກະສານແຜນຂໍຮັບເຄື່ອງອຸປະໂພກ-ບໍລິໂພກ ແລະ ແນະນໍາແບບຟອມ ກ່ຽວກັບ ບັນຊີຕິດຕາມການຮັບ-ຈ່າຍ, ບັນຊີຕິດຕາມເຄື່ອງນໍ້າເບີ, ເຄື່ອງປະຈຳປີ-ຍາວນານຂອງນາຍ ແລະ ພົນຕໍາຫຼວດ ໃນກົມກອງຕົນ. ນອກນັ້ນ, ຍັງໄດ້ລົງຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານອຸປະໂພກ-ບໍລິໂພກ ຢູ່ ພະແນກອຸປະໂພກ-ບໍລິໂພກ ກອງບັນຊາການ ປກສ ແຂວງ. 

ຄະນະກົມອຸປະໂພກ-ບໍລິໂພກ
ກອງບັນຊາການ ປກສ ແຂວງຫຼວງນໍ້າທາ

ໃນໂອກາດນີ້, ພັທ ບຸນມີ ຄຳວົງແສງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ ຄະນະຫ້ອງພະລາທິການ ແຂວງ ທີ່ມີຄວາມເປັນເອກະພາບ, ຖືເອົາວຽກງານພະລາທິການ ໂດຍສະເພາະໄດ້ສຸມໃສ່ປະຕິບັດວຽກງານອຸປະໂພກ-ບໍລິໂພກ ຈົນມີຜົນສຳເລັດໃນຫຼາຍດ້ານ ແລະ ມີກົງຈັກທີ່ສອດຄ່ອງ ແລະ ຈັດຕັ້ງປະຕິບັດລະບຽບຫຼັກການວິຊາສະເພາະຢ່າງເລິກເຊິ່ງ. ນອກນີ້, ໄດ້ເອົາໃຈໃສ່ຍົກສູງທາງດ້ານວິຊາສະເພາະ ອຸປະໂພກ-ບໍລິໂພກ ປກສ ແຂວງ ໃຫ້ນັບມື້ດີຂຶ້ນເລື້ອຍໆ.