ເປັນປະທານໂດຍ ພັທ ລໍາຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ

ກອງບັນຊາການ ປກສ ເມືອງອາດສະພອນ ແຂວງສະຫວັນນະເຂດ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນວັນທີ 10 ທັນວາ 2018 ພາຍໃຕ້ການເປັນປະທານໂດຍ ພັທ ລໍາຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ມີທ່ານເຈົ້າເມືອງໆອາດສະພອນ ແລະ ຫົວໜ້າກອງບັນຊາການ ປກສ ເມືອງອາດສະພອນ, ພ້ອມດ້ວຍພະແນກການອ້ອມຂ້າງແຂວງ, ນາຍ ແລະ ພົນຕຳຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັຕ ຈັນທອນ ບາສຸລິວົງ ຫົວໜ້າພະແນກການເມືອງ ປກສ ເມືອງອາດສະພອນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ, ຂໍ້ຕົກລົງຂອງ ປກສ ແຂວງສະຫວັນນະເຂດ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ປກສ ແຂວງສະຫວັນນະເຂດ. ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ມີ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 1 ສະຫາຍ ແລະ ເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ ມີ 1 ສະຫາຍ.  

ກອງບັນຊາການ ປກສ ເມືອງອາດສະພອນ

ໃນຕອນທ້າຍ, ພັທ ລຳຄູນ ວໍລະວົງ ໄດ້ໂອ້ລົມໂດຍກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດານາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບການເລື່ອນຊັ້ນ ເຊິ່ງລ້ວນແຕ່ແມ່ນຜູ້ທີ່ເຮັດສຳເລັດໜ້າທີ່ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນ ຈົນໄດ້ຮັບການເລື່ອນຊັ້ນ ແລະ ຈົ່ງພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ເພີ່ມທະວີຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ມີຜົນສຳເລັດຂຶ້ນກວ່າເກົ່າ.