ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ພົຈວ ອາລູ ວາລີຊື - ທ່ານ ແດນປີ ມູນທະດີ

ໃນວັນທີ 17 ທັນວາ 2018 ນີ້, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດການຈັດຕັ້ງ ພະນັກງານຂັ້ນນໍາພາ-ບັນຊາ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍການເມືອງ ກະຊວງ ປກສ, ມີ ທ່ານ ແດນປີ ມູນທະດີ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນ ຕົ້ນເລກ 4, ປກສ ເມືອງ, ແຂກຖືກເຊີນ ຕະຫຼອດຮອດພະນັກງານພາຍໃນກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພັທ ຄໍາພອນ ແສງສາລິຈັນ ຮອງກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການແຕ່ງຕັ້ງ ແລະ ໂຍກຍ້າຍນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ 

ພັທ ຄໍາພອນ ແສງສາລິຈັນ
ພິທີປະກາດການຈັດຕັ້ງ ພະນັກງານຂັ້ນນໍາພາ-ບັນຊາ

ໃນນັ້ນ, ໄດ້ແຕ່ງຕັ້ງ ພັທ ຄໍາແພງ ນໍາພາວັນ ຫົວໜ້າຫ້ອງຕໍາຫຼວດ ມາເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.

ໂຍກຍ້າຍ ພັທ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ເມືອງຄໍາເກີດ ມາເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.

ໂຍກຍ້າຍ ພັທ ບຸນນໍາ ນາມໂພໄຊ ຮອງກອງບັນຊາການ ປກສ ເມືອງຄໍາເກີດ ໄປຮັບໜ້າທີ່ເປັນ ຮອງຫົວໜ້າຫ້ອງພາລາທິການ.

ແຕ່ງຕັ້ງ ພັທ ລໍາເງິນ ພະບາດໄຊ ຮອງກອງບັນຊາການ ປກສ ເມືອງຄໍາເກີດ ຂຶ້ນເປັນ ຫົວໜ້າກອງບັນຊາການ ປກສ ເມືອງ.

ກອງບັນຊາການ ປກສ ແຂວງບໍລິຄໍາໄຊ

ຕອນທ້າຍປະທານຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ ຄະນະພັກ-ຄະນະກອງບັນຊາການ ແລະ ພະນັກງານ-ນັກຮົບ ໂດຍເນັ້ນໃຫ້ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດໃຫ້ ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ, ສືບຕໍ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ເຄື່ອນໄຫວເຮັດວຽກງານວິຊາເພາະຢ່າງຕັ້ງໜ້າ ເພື່ອສະກັດກັ້ນແກ້ໄຂທຸກບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນໃຫ້ຫຼຸດໜ້ອຍຖອຍລົງ ຄຽງຄູ່ກັບການສ້າງພະນັກງານສືບທອດປ່ຽນແທນໃຫ້ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຊໍານິຊໍານານທາງດ້ານວຽກງານວິຊາສະເພາະ.