ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ປະກາດອະໄພຍະໂທດ-ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດຄະດີຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ຄອບຄອງ ຈໍານວນ 107 ຄົນ ໃນອາທິດຜ່ານມາ. ມີ ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ບຸນໜາ ດວງປັນຍາ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຄໍາມ່ວນ ໄດ້ຜ່ານລັດຖະດໍາລັດຂອງປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບ ເລກ ທີ 292 / ປປທ, ລົງວັນທີ 20 ພະຈິກ 2018 ວ່າດ້ວຍການອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2018 ຄົບຮອບ 43 ປີ. ສະເພາະແຂວງຄໍາມ່ວນ ນັກໂທດທີ່ມີເງື່ອນໄຂໃຫ້ອະໄພຍະໂທດຫຼຸດ ຜ່ອນໂທດ ແລະ ປ່ອຍຕົວ ເປັນຄະດີຢາເສບຕິດ ລວມທັງໝົດ 107 ຄົນ ຍິງ 17 ຄົນ; ໃນນັ້ນ ມີຄົນຕ່າງປະເທດ 2 ຄົນ ນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດປ່ອຍຕົວທັງໝົດ 23 ຄົນ ຍິງ 10 ຄົນ ແລະ ຄະດີທົ່ວໄປມີ ຈໍານວນ 1 ຄົນ.

ນັກໂທດທີ່ໄດ້ຮັບການຜ່ອນໂທດ ແລະ ປ່ອຍຕົວໃນຄັ້ງນີ້ ແມ່ນຄົບເງື່ອນໄຂຂອງການອະໄພຍະໂທດ ແລະ ເປັນຜູ້ທີ່ມີຄວາມກ້າວໜ້າໃນການຝຶກຝົນຫໍ່ຼຫຼອມຕົນເອງໃນການປະຕິບັດກົດລະບຽບຂອງຄ້າຍຄຸມຂັງ ແລະ ເປັນບຸກຄົນທີ່ມີຄວາມຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົວເອງ ພ້ອມທີ່ຈະປ່ຽນແປງພຶດຕິກໍາຫຼົງຜິດທີ່ກະທໍາດັ່ງກ່າວໃຫ້ເປັນພົນລະເມືອງດີຂອງສັງຄົມ.