ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ທັນວາ ນີ້ວ່າ: ເກີດເຫດນັກທ່ອງທ່ຽວຍິງຊາວດານມາກ ແລະ ນອກແວ ຖືກຄາດຕະກຳຢ່າງຮ້າຍແຮງໃກ້ທາງຂຶ້ນພູສູງໃນປະເທດໂມນາໂກ, ເຊິ່ງມີຜູ້ພົບສົບຢູ່ໃນສະພາບຖືກພ້າຟັນຄໍຈົນເສຍຊີວິດ ແລະ ເຈົ້າໜ້າທີ່ຕຳຫຼວດໄດ້ເລັ່ງສືບສວນຕາມຈັບຄົນຮ້າຍມາດຳເນີນຄະດີ.

ເຈົ້າໜ້າທີ່ກະຊວງພາຍໃນໂມນາໂກ ອອກຖະແຫຼງການແຈ້ງວ່າ: ສົບຂອງນັກທ່ອງທ່ຽວຍິງຊາວເອີຣົບທັງ 2 ຄົນ ຖືກພົບໃນສະພາບຖືກພ້າຟັນທີ່ບໍລິເວນລໍາຄໍຢູ່ໃກ້ທາງຂຶ້ນພູຕູບການ (Toubkal), ເຊິ່ງເປັນພູສູງທີ່ສຸດໃນທະວີບອາຟຣິກກາກາງຕອນເໜືອ. ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດກຳລັງເລັ່ງສືບສວນເຫດຮ້າຍທີ່ເກີດຂຶ້ນກັບນັກທ່ອງທ່ຽວຍິງຜູ້ເຄາະຮ້າຍ 2 ຄົນ, ເຊິ່ງເປັນຄະດີຄາດຕະກຳ ແລະ ເຈົ້າໜ້າທີ່ຍັງບໍ່ທັນເປີດເຜີຍລາຍລະອຽດເພີ່ມອີກ.

ສຳລັບພູຕູບການ (Toubkal) ຖືເປັນພູທີ່ບັນດານັກທ່ອງທ່ຽວຊາວຕ່າງຊາດນິຍົມໄປທ່ຽວ ເພື່ອປີນພູສູງໜ່ວຍນີ້, ເຊິ່ງຢູ່ຫ່າງຈາກເມືອງມາຣາຄິຊ ເມື່ອງທ່ອງທ່ຽວໃຫຍ່ທີ່ສຸດໃນໂມນາໂກ ໄປທາງໄຕ້ປະມານ 82 ກິໂລ ແມັດ.