ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ທັນວາ ນີ້ວ່າ: ເຈົ້າໜ້າທີ່ຕຳຫຼວດຝຣັ່ງ ໄດ້ເຂົ້າປາບປາມ ແລະ ມ້າງຕູບໄມ້ຊົ່ວຄາວ, ເຊິ່ງເປັນບ່ອນພັກຄ້າງຄືນຂອງກຸ່ມຜູ້ປະທ້ວງອອກຈາກຖະໜົນ ແລະ ບໍລິເວນວົງວຽນຕ່າງໆໃນເຂດນໍມັງດີທາງພາກເໜືອ, ເຂດບຣິດທານີທາງພາກຕາເວັນຕົກ ແລະ ເຂດເບີກັນດີໃນພາກກາງ.

ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕຳຫຼວດເລີ່ມຂຶ້ນໃນຕອນເຊົ້າຂອງວັນທີ 18 ທັນວາ ຕາມເວລາທ້ອງຖິ່ນ, ເຊິ່ງການປາບປາມໄດ້ດຳເນີນໄປດ້ວຍຄວາມສະຫງົບ. ແຕ່ມີການລາຍງານວ່າ ມີເຫດຮ້າຍແຮງໃນຕອນກາງຄືນຂອງວັນທີ 18 ທັນວາ ໃນເຂດທາງໃຕ້ຂອງຝຣັ່ງ ໂດຍປ້ອມພະນັກງານເກັບເງິນຄ່າທາງດ່ວນ ຖືກໄຟຈູດເຜົາໄໝ້ໃຫ້ກັບເມືອງບັງດອນໃນລະຫວ່າງການປະທ້ວງຮ້າຍແຮງໃນຝຣັ່ງ, ເຊິ່ງມີສາເຫດມາຈາກການຂຶ້ນພາສີນ້ຳມັນ ແລະ ມາດຖານການລ້ຽງຊີບທີ່ຫຼຸດລົງ. ເຫດການປະທ້ວງຄັ້ງນີ້, ເຈົ້າໜ້າທີ່ຕຳຫຼວດໄດ້ຮັບບາດເຈັບຫຼາຍສິບຄົນ, ຂະນະທີ່ມີຜູ້ເສຍຊີວິດ 8 ຄົນ.

ລັດຖະບານຝຣັ່ງ ຜ່ານຮ່າງກົດໝາຍງົບປະມານສະບັບແກ້ໄຂເພີ່ມຕື່ມອີກ, ເຊິ່ງກຳນົດໃຫ້ເງິນພິເສດແກ່ເຈົ້າໜ້າທີ່ຕຳຫຼວດທີ່ກ່ຽວຂ້ອງໃນການຮັບມືກັບກຸ່ມຜູ້ປະທ້ວງຄົນລານ 300 ເອີໂຣ. ການໃຫ້ໂບນັດເຈົ້າໜ້າທີ່ຕຳຫຼວດຄັ້ງນີ້ ຄິດເປັນມູນຄ່າລວມ 33 ລ້ານເອີໂຣ ເພີ່ມຈາກຍອດຄ່າໃຊ້ຈ່າຍຂອງລັດຖະບານທີ່ເພີ່ມຂຶ້ນເລື້ອຍໆ ໃນການແກ້ໄຂວິກິດການທີ່ຮ້າຍແຮງທີ່ສຸດໃນໄລຍະເວລາ 19 ເດືອນ ທີ່ທ່ານ ເອັມມານູແອນ ມາຄຣົງ ຮັບຕຳແໜ່ງປະທານາທິບໍດີຝຣັ່ງ.