ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ບັນດາສະມາຊິກສະພາແຫ່ງຊາດ ໄດ້ມີຫຼາຍຄໍາຖາມເຈາະຈີ້ມຕໍ່ກະຊວງການເງິນ ໂດຍໄດ້ຊັກຖາມກ່ຽວກັບ ການເກັບກູ້ຄືນລາຍຮັບທີ່ກວດພົບເຫັນເພີ່ມຈາກຜົນຂອງການກວດສອບ ແລະ ກວດກາ ລັດ, ການເກັບພາສີອາກອນທີ່ຍັງຄົງຄ້າງ, ການສະກັດກັ້ນ ແລະ ແກ້ໄຂສິນຄ້ານໍາເຂົ້າບໍ່ຖືກ ຕ້ອງຢູ່ພາຍໃນດ່ານ ແລະ ນອກດ່ານ ຕະຫຼອດຮອດການປັບປຸງອາກອນໃຫ້ສອດຄ່ອງກັບສະ ພາບການພັດທະນາເສດຖະກິດ-ສັງຄົມ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຍອມຮັບວ່າ: ແຜນງົບປະມານແຫ່ງລັດ ຍັງບໍ່ທັນໄປຕາມຄວາມອາດສາມາດທາງດ້ານແຫ່ຼງທຶນ ເຮັດໃຫ້ມີການຂາດດຸນສູງ ແລະ ຂາດສະພາບຄ່ອງ ກະຊວງການເງິນ ກໍໄດ້ມີການຄົ້ນຄວ້າປັບໂຄງສ້າງແຜນງົບປະມານແຫ່ງລັດຄືນໃໝ່ ເພື່ອຮັບປະກັນໃຫ້ມີຄວາມໝັ້ນທ່ຽງຫຼາຍຂຶ້ນໃນຕໍ່ໜ້າ ໂດຍເນັ້ນໜັກໃສ່ຄວາມອາດສາມາດທາງດ້ານລາຍຮັບ ແລະ ການສະໜອງທຶນເປັນບັນຫາສໍາຄັນ ຕົ້ນຕໍ ເພື່ອກໍານົດຂອບເພດານຈ່າຍບໍ່ໃຫ້ສູງເກີນໄປ ແລະ ຮັກສາອັດຕາຂາດດຸນງົບປະມານໃນ ລະດັບຄຸ້ມຄອງໄດ້ ແລະ ມີທ່າອ່ຽງຫຼຸດລົງ, ຕໍ່ກັບດ້ານລາຍຮັບການຄຸ້ມຄອງ ແລະ ຈັດເກັບ ງົບປະມານຍັງບໍ່ທັນສາມາດປະຕິບັດໄດ້ດີ ແລະ ບໍ່ທັນເພີ່ມຂຶ້ນຢ່າງຕັ້ງໜ້າເທົ່າທີ່ຄວນຍັງເກັບບໍ່ ທັນໄດ້ໝົດ ແລະ ຄົບຖ້ວນຕາມທີ່ກົດໝາຍກໍານົດ, ກົນໄກການຈັດເກັບຍັງບໍ່ທັນສະໄໝ ແລະ ບໍ່ມີປະສິດທິຜົນສູງ, ຍັງມີການຮົ່ວໄຫຼຂອງລາຍຮັບ, ຂາດລະບົບເກັບກໍາ ແລະ ຈັດຖານຂໍ້ມູນທີ່ຄົບຖ້ວນ. ດັ່ງນັ້ນ, ກະຊວງການເງິນ ໄດ້ເກັບກໍາສໍາຫຼວດລາຍຮັບໃຫ້ມີຄວາມຊັດເຈນ ແລະ ຄົບຖ້ວນ, ໄດ້ປະຕິບັດສໍາຫຼວດຖານຂໍ້ມູນຄືນໃໝ່ ຢູ່ 4 ຕົວເມືຶອງໃນຂອງນະຄອນຫຼວງວຽງຈັນ ສໍາເລັດໂດຍພື້ນຖານ, ປັບປຸງຄຸ້ມຄອງດ້ວຍລະບົບທັນສະໄໝ ໂດຍການປັບປຸງລະບົບແຈ້ງເສຍອາກອນແຕ່ລະປະເພດດ້ວຍຕົນເອງ ແລະ ການມອບພັນທະຕ່າງໆຜ່ານລະບົບທະນາຄານ. ນອກນີ້, ໄດ້ປັບປຸງອາກອນມູນຄ່າເພີ່ມຖືກຮັບຮອງໃນເດືອນມິຖຸນາ 2018 ທີ່ຜ່ານມາ ໂດຍໄດ້ມີການປັບອັດຕາ 0% ສະເພາະການສົ່ງສິນຄ້າອອກຈາກ ສປປ ລາວ, ລົບລ້າງອັດຕາ 10% ສໍາລັບການສົ່ງອາກອນຊັບພະຍາກອນທໍາມະຊາດທີ່ບໍ່ແມ່ນຜະລິດຕະພັນສໍາເລັດຮູບ ແລະອື່ນໆ.

ຄຽງຄູ່ກັນນີ້, ກະຊວງການເງິນ ໄດ້ປະຕິບັດມາດຕະການເພື່ອຊຸກຍູ້ມອບພັນທະ ແລະ ການ ແກ້ໄຂບັນຫາການຄ້າງມອບພັນທະ ໂດຍສະເພາະການເກັບກໍາ, ຕິດຕາມ, ເລັ່ງທວງບັນດາ ຫົວໜ່ວຍທີ່ມອບພັນທະບໍ່ທັນເວລາ ແລະ ບໍ່ທັນຄົບຖ້ວນ ເພື່ອປະຕິບັດມາດຕະການເຂັ້ມງວດໃນກໍລະນີບໍ່ປະຕິບັດໄດ້ຕາມກົດໝາຍ, ສືບຕໍ່ແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງທີ່ຍັງຄົງຄ້າງໃຫ້ຂາດຕົວ ແລະ ວາງມາດຕະການສະກັດກັ້ນຢ່າງເຂັ້ມງວດ, ປັບປຸງກົນໄກການປະຕິບັດລາຍ ຮັບ-ລາຍຈ່າຍວິຊາການ ແລະ ກອງທຶນຂອງລັດໃຫ້ຄ່ອງຕົວ ແລະ ມີປະສິດທິພາບກວ່າເກົ່າ; ສ້າງກົນໄກປະສານງານ ແລະ ກໍານົດມາດຕະການໃນການນໍາເອົາລາຍຮັບຈາກຊັບສິນ ແລະ ການຂາຍເຄື່ອງຮິບທີ່ສານຕັດສິນເປັນຂອງລັດ ໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ.

ການສະກັດກັ້ນ ແລະ ແກ້ໄຂສິນຄ້ານໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ໃນດ່ານ ແລະ ນອກດ່ານ ແມ່ນຈະເອົາໃຈໃສ່ປະຕິບັດຕາມຕະການດັ່ງນີ້: ເພື່ອຄຸ້ມຄອງໃຫ້ຮັດກຸມ ໂດຍສະ ເພາະເງື່ອນໄຂທີ່ ສປປ ລາວ ມີດ່ານຊາຍແດນຫຼາຍສົມຄວນ ມີດ່ານສາກົນ 27 ແຫ່ງ, ທ້ອງຖິ່ນ 32 ແຫ່ງ ແລະ ດ່ານປະເພນີ 48 ແຫ່ງ, ປັດຈຸບັນມີພື້ນຖານນິຕິກໍາ ແລະ ລະບຽບການຄົບຖ້ວນ, ຈັດຕັ້ງປະຕິບັດຄໍາສັ່ງເລກທີ 331/ນຍ ໃນການຄຸ້ມຄອງນໍາເຂົ້ານໍ້າມັນເຊື້ອໄຟ, ເຊິ່ງກະຊວງການເງິນທີ່ປຶກສາຮ່ວມກັບກະຊວງ ອຄ ໃນການປັບປຸງຜູ້ປະກອບທຸລະກິດນໍ້າມັນ ແນໃສ່ຄັດເລືອກດັດສົມຜູ້ປະກອບການໃຫ້ໄດ້ມາດຕະຖານ, ກໍານົດລະບຽບການນໍາເຂົ້ານໍ້າມັນ, ປຶກສາຫາລືກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງກົນໄກລະບົບນໍາໃຊ້ເອເລັກໂຕຣນິກ ໃນການກວດກາປະລິມານນໍ້າມັນຈາກແຂວງໜຶ່ງໄປຫາແຂວງໜຶ່ງຢ່າງເປັນລະບົບ, ເພີ່ມທະວີການເຊື່ອມຈອດຂໍ້ມູນໃນການຄຸ້ມຄອງພາຫະນະນໍາເຂົ້າສິນຄ້າ ປະເພດອື່ນໆ ເພື່ອເຮັດໃຫ້ການກວດກາຕິດຕາມການເກັບອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ -ສົ້ນອອກ, ຂະຫຍາຍການນໍາໃຊ້ເຄື່ອງມີກວດກາຢູ່ໃນດ່ານສາກົນຕື່ມອີກ, ອໍານວຍຄວາມສະດວກການຫຼຸດຜ່ອນເງິນສົດ.

ສໍາລັບການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ຍັງບໍ່ທັນຮັດກຸມ ແລະ ອີງໃສ່ຄວາມ ຕ້ອງການເປັນຫຼັກ, ມີມູນຄ່າສູງ ແລະ ບໍ່ມີມູນຄ່າປະຢັດມັດທະຍັດ, ການເບີກຈ່າຍບໍ່ວ່ອງໄວ ແລະ ບໍ່ທັນສະພາບການ, ລະບົບຄຸ້ມຄອງຍັງບໍ່ເປົນລະບົບຄົບຊຸດ, ການເບີກຈ່າຍຂອງຂະແໜງ ການ ແລະ ທ້ອງຖິ່ນຈໍານວນໜຶ່ງຍັງບໍ່ທັນຖືກຕ້ອງ ແລະ ສອດຄ່ອງຕາມລະບຽບ ແຕ່ບັນຫາດັ່ງກ່າວ, ກະຊວງການເງິນ ກໍມີແຜນແກ້ໄຂໂດຍອີງໃສ່ຄວາມສາມາດທາງດ້ານລາຍຮັບ ແລະ ລະດົມທຶນເປັນພື້ນຖານ, ກໍານົດເພດານລາຍຈ່າຍບໍ່ໃຫ້ສູງເກີນໄປ ແລະ ເຮັດໃຫ້ຂາດດູນງົບ ປະມານຫຼຸດລົງແຕ່ລະປີ, ຈໍາກັດສະເພາະບັນດາລາຍຈ່າຍທີ່ຈໍາເປັນຂອງລັດຖະບານເທົ່ານັ້ນ, ເອົາໃຈໃສ່ປັບປຸງກົນໄກ ແລະ ຂັ້ນຕອນການເບີກຈ່າຍໃຫ້ມີຄວາມວ່ອງໄວຂຶ້ນກວ່າເກົ່າ ໂດຍ ສະເພາະລາຍຈ່າຍບຸລິມະສິດຂອງລັດຖະບານ, ປັບປຸງກົນໄກຈ່າຍເງິນເດືອນ ແລະ ນະໂຍບາຍ ຜ່ານລະບົບທະນາຄານ ໂດຍສາມາດຂະຫຍາຍໃນຂອບເຂດທົ່ວປະເທດ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ດໍາເນີນການຕິດຕາມກວດກາລາຍຈ່າຍຢ່າງເປັນປົກະະຕິກວ່າເກົ່າ ເພີ່ມທະວີຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນໃນການສະຫຼຸບລາຍງານຢ່າງທາງການ, ຜັນຂະຫຍາຍກົດໝາຍ ແລະ ອອກນິຕິກໍາ ແລະ ກົນໄກປະຕິ ບັດລາຍຮັບ-ລາຍຈ່າຍວິຊາການ ແລະ ກອງທຶນຂອງລັດໃຫ້ເໝາະສົມ ທັງປັບປຸງການຄຸ້ມຄອງ ລາຍຈ່າຍງົບປະມານ ເພື່ອກໍານົດແຜນພັດທະນານໍາໄປປັບປຸງເຮັດໃຫ້ມີປະສິດທິຜົນກວ່າເກົ່າ.