ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ທັນວາ ນີ້ວ່າ: ກອງທັບອາກາດນີເຊຣີ ອອກຖະແຫຼງແຈ້ງວ່າ ກອງທັບອາກາດມີຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການເຖິງແກ່ກຳຂອງ ພົອ ອາເລັກ ຊາບັນດູ ບາເດ ອະດີດຜູ້ບັນຊາການທະຫານສູງສຸດນີຊາຣີ.

ພົອ ອາເລັກ ຊາບັນດູ ບາເດ ອາຍຸ 61 ປີ ເສຍຊີວິດໃນວັນທີ 18 ທັນວາ 2018 ຈາກເຫດການຄົນຮ້າຍໃຊ້ປືນຍິງໃສ່ລົດຍົນ ຂະນະເດີນທາງກັບຈາກສວນ ແລະ ຈະເຂົ້າໄປໃນນະຄອນອາບູຈາ ຢູ່ຖະໜົນສາຍອາບູຈາ ເຄຟຟີ. ແນວໃດກໍຕາມ, ກອງທັບອາກາດ ຍັງບໍ່ເປີດເຜີຍວ່າ ມີການຈັບກຸມກຸ່ມຜູ້ກໍ່ເຫດໄດ້ ຫຼື ບໍ່ ລວມທັງເຫດຈູງໃຈເບື້ອງຫຼັງການຄາດຕະກຳໃນຄັ້ງນີ້.

ພົອ ອາເລັກ ຊາບັນດູ ບາເດ ດຳລົງຕຳແໜ່ງຜູ້ບັນຊາການທະຫານສູງສຸດນີເຊຣີ ພາຍໃຕ້ລັດຖະບານຂອງອະດີດປະທານາທິບໍດີ  ກູ້ດະລັດ ໂຈນາທານ ແລະ ອອກຮັບບຳນານໃນປີ 2015. ຫຼັງຈາກນັ້ນ, ຖືກດຳເນີນຄະດີໃນສານ ຕາມຂໍ້ຖືກຫາສໍ້ໂກງຊັບຂະນະດຳລົງຕຳແໜ່ງຜູ້ບັນຊາການທະຫານສູງສຸດ.

ນີເຊຣີ ເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນອາຟຣິກກາ ກຳລັງປະເຊີນກັບຫຼາຍບັນຫາໃຫຍ່ດ້ານຄວາມໝັ້ນຄົງ ເຊັ່ນ: ກນກໍ່ຄວາມບໍ່ສະຫງົບຂອງກຸ່ມໂບໂກຮາຣາມ ທາງພາກຕາເວັນອອກສຽງເໜືອ ແລະ ກໍລະນີຕໍ່ສູ້ກັນລະຫວ່າງກຸ່ມກະເສດຕະກອນເຮັດໄຮ່, ເຮັດນາ ແລະ ກຸ່ມລ້ຽງສັດ ທາງພາກກາງ, ການລັກພາຕົວຮຽກຄ່າໄຖ່ ແລະ ການປຸ້ນຈີ້ຊິງຊັບທາງພາກໃຕ້.

ປັດຈຸບັນ, ປະທານາທິບໍດີນີເຊຣີ ແມ່ນທ່ານ ໂມຮຳມາດູ ບູຮາຣີ ທີ່ເຂົ້າຮັບຕຳແໜ່ງໃນປີ 2014 ແລະ ພະຍາຍາມຈະດຳລົງຕຳແໜ່ງອີກເປັນສະໄໝທີ 2 ໃນການເລືອກຕັ້ງໃນເດືອນກັນຍາ ປີ 2019. ແຕ່ຖືກໂຈມຕີຫຼາຍ ຍ້ອນບໍ່ສາມາດແກ້ໄຂບັນຫາດ້ານຄວາມໝັ້ນຄົງຂອງປະເທດໄດ້ດີເທົ່າທີ່ຄວນ.