ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ທັນວາ ນີ້ວ່າ: ຍີ່ປຸ່ນ ກຽມອອກມາດຕະການບັງຄັບນັກບິນກວດຫາທາດເຫຼົ້າກ່ອນຂຶ້ນບິນ ຫຼັງເກີດເຫດຖ້ຽວບິນຂອງສາຍການບິນຍີ່ປຸ່ນ ຫຼ້າຊ້າຫຼາຍຄັ້ງ ເພາະນັກບິນເມົາເຫຼົ້າ ຫຼື ເມົາຄ້າງ.

ຄະນະກຳມະການໃນກະຊວງຄົມມະນາຄົມ ເຫັນດີຕົກລົງຕໍ່ຂໍ້ສະເໜີໃຫ້ບັງຄັບນັກບິນກວດຫາທາດເຫຼົ້າຈາກລົມຫາຍໃຈ ກຳໜົດຫ້າມເກີນ 0,09 ມິນລີກຼາມຕໍ່ລິດ, ຂະນະທີ່ຜູ້ຂັບຂີ່ລົດຍົນຫ້າມບໍ່ໃຫ້ເກີນ 0,15 ມິນລີກຼາມຕໍ່ລິດ ຄາດວ່າຈະຖະແຫຼງມາດຕະການຢ່າງເປັນທາງການໃນວັນທີ 21 ທັນວາ ນີ້. ປັດຈຸບັນ, ກົດໝາຍຍີ່ປຸ່ນ ຫ້າມລູກເຮືອທຸກຄົນທີ່ຢູ່ເທິງເຮືອບິນດື່ມເຫຼົ້າໃນໄລຍະ 8 ຊົ່ວໂມງກ່ອນເຮັດວຽກ.

ໃນເດືອນພະຈິກ ທີ່ຜ່ານມາ, ນັກບິນຜູ້ຊ່ວຍຂອງສາຍການບິນເຈແປນ ແອລາຍ ຖືກເຈົ້າໜ້າທີ່ຕຳຫຼວດລອນດອນຂອງອັງກິດຈັບກຸມ ກ່ອນນຳເຄື່ອງບິນຂຶ້ນຈາກສະໜາມບິນ ເພາະຜົນກວດທາດເຫຼົ້າໃນເລືອດສູງກວ່າທີ່ກົດໝາຍອັງກິດກຳນົດເກືອບ 10 ເທົ່າ, ຜູ້ກ່ຽວຜ່ານການກວດລົມຫາຍໃຈຂອງສາຍການບິນ ແຕ່ຄົນຂັບລົດໂດຍສານທີ່ນຳນັກບິນໄປສະໜາມບິນນານາຊາດຮີດໂທ ຮູ້ສຶກຜິດປົກກະຕິ ຈຶ່ງແຈ້ງເຈົ້າໜ້າທີ່.

ຂ່າວລາຍງານໃຫ້ຮູ້ວ່າ: ນັກບິນຄົນດັ່ງກ່າວ ດື່ມເຫຼົ້າວາຍ ແລະ ເບຍ 1,8 ລິດ ໃນໄລຍະ 6 ຊົ່ວໂມງກ່ອນມາປະຕິບັດໜ້າທີ່. ຂະນະທີ່ສາຍການບິນ ນິປປອນ ແອເວ ສາຍການບິນແຫ່ງໜຶ່ງຂອງຍີ່ປຸ່ນ ມີການເປີດເຜີຍວ່າ ນັກບິນຄົນໜຶ່ງເມົາຄ້າງ ເຮັດໃຫ້ຖ້ຽວບິນຫຼ້າຊ້າຫຼາຍຄັ້ງ.