ກອງຮ້ອຍ 3 ສະຫຼຸບວຽກງານກໍ່ສ້າງຮາກຖານ

ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

0
1396
ກອງຮ້ອຍ 3 ກອງບັນຊາການ ປກສ ເມືອງສີສັດຕະນາກ

ກອງຮ້ອຍ 3 ກອງບັນຊາການ ປກສ ເມືອງສີສັດຕະນາກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019 ຂຶ້ນໃນວັນທີ 18 ທັນວາ 2018, ໂດຍມີ ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ, ທ່ານ ບຸນເມກ ວິໄລແສງ ຮອງເຈົ້າເມືອງໆສີສັດຕະນາກ, ມີບັນດາພະແນກ, ຫ້ອງການ, ພະນັກງານກໍ່ສ້າງຮາກຖານ, ອຳນາດການປົກຄອງບ້ານ ທີ່ຂຶ້ນກັບກອງຮ້ອຍ 3 ເຂົ້າຮ່ວມ.

ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019

ພັທ ທອງສະຫວັດ ແສນສຸວາດ ຫົວໜ້າກອງຮ້ອຍ 3 ຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ທັງເປັນປະທານກອງປະຊຸມ ໃຫ້ຮູ້ວ່າ:

ມີບັນດາພະແນກ, ຫ້ອງການ, ພະນັກງານກໍ່ສ້າງຮາກຖານ, ອຳນາດການປົກຄອງບ້ານ ທີ່ຂຶ້ນກັບກອງຮ້ອຍ 3 ເຂົ້າຮ່ວມ

ໄລຍະ 1 ປີຜ່ານມາ, ດ້ານວຽກງານກໍ່ສ້າງຮາກຖານການເມືອງ ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ແມ່ນໄດ້ສຸມໃສ່ເຮັດວຽກງານຄຸ້ມຄອງພົນລະເມືອງ, ວຽກງານກວດກາ ແລະ ຄຸ້ມຄອງຄົນພັກເຊົາ, ວຽກງານຄຸ້ມຄອງອາຊີບພິເສດ ແລະ ວຽກງານຄຸ້ມຄອງເປົ້າໝາຍຜ່ານການປະຕິບັດວຽກງານຕົວຈິງ ໄດ້ມີຜົນສໍາເລັດຫຼາຍດ້ານ ແລະ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໄດ້.

ພັທ ທອງສະຫວັດ ແສນສຸວາດ
ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ກຳລັງ ປກສ

ໃນນັ້ນ, ໄດ້ຂຶ້ນສໍາມະໂນຄົວແລ້ວ 57.896 ຄົນ, ຍິງ 30.381 ຄົນ, ມີຄອບຄົວຕ່າງດ້າວ 370 ຄອບຄົວ, ມີ 752 ຄົນ, ຍິງ 346 ຄົນ, ມີຄົນມາພັກເຊົາຊົ່ວຄາວ 7.425 ຄົນ, ຍິງ 79 ຄົນ, ມີຄະດີເກີດຂຶ້ນທັງໝົດ 280 ເລື່ອງ, ແກ້ໄຂໄດ້ 213 ເລື່ອງ, ກັກຕົວມາດຳເນີນຄະດີຕາມກົດໝາຍໄດ້ 77 ເລື່ອງ, ມີ 120 ຄົນ, ຍິງ 15 ຄົນ,

ສາມາດເກັບກູ້ເຄື່ອງຂອງກາງປະເພດຕ່າງໆໄດ້ ຄື: ລົດໃຫຍ່ 3 ຄັນ, ລົດຈັກ 106 ຄັນ, ໝາກແຕກ 2 ໜ່ວຍ ແລະ ປືນສັ້ນ 5 ກະບອກ ພ້ອມລູກປືນ 16 ລູກ.

ໄລຍະ 1 ປີຜ່ານມາ
ພັທ ທອງສະຫວັດ ແສນສຸວາດ

ພ້ອມນັ້ນ, ຍັງໄດ້ສຸມໃສ່ມ້າງກຸ່ມແກ້ງລັກລອບຄ້າ-ຂາຍຢາເສບຕິດ ໄດ້ທັງໝົດ 121 ເລື່ອງ, ກັກຕົວຜູ້ຖືກຫາ ໄດ້ 213 ຄົນ, ຍິງ 21 ຄົນ ພ້ອມຂອງກາງ ຢາບ້າ 36.753 ເມັດ.

ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ

ຈາກນັ້ນ, ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາຄິດ-ຄໍາເຫັນໃສ່ບົດສະຫຼຸບວຽກງານກໍ່ສ້າງຮາກຖານ ປະຈໍາປີ 2017 ກ່ຽວກັບ ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະພ້ອມກັນແກ້ໄຂໃນຊຸມປີຕໍ່ໜ້າ ເປັນຕົ້ນແມ່ນຈະໄດ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ກຳລັງ ປກສ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງຕິດພັນກັບວຽກງານຕົວຈິງ, ສືບຕໍ່ເພີ່ມທະວີແກ້ໄຂ 3 ຫຼຸດ 3 ເພີ່ມ 3 ຂະບວນການຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ມີຜົນສຳເລັດ, ປະສານສົມທົບອົງການບໍລິຫານການປົກຄອງຂັ້ນບ້ານ ແລະ ຂັ້ນເມືອງ, ປັບປຸງກຳລັງ ປກສ ບ້ານ ຕາມບົດແນະນຳ ສະບັບເລກທີ 4164/ຄກຖ ຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກອື່ນໆທີ່ຍັງຄົງຄ້າງໃຫ້ປະສົບຜົນສຳເລັດ.

ບັນດາຜູ້ເຂົ້າຮ່ວມທັງຫຼາຍ