ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ພົບປະຕໍ່ການນຳຫຼັກແຫຼ່ງຂອງ ແຂວງເຊກອງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ພົບປະຕໍ່ການນຳຫຼັກແຫຼ່ງຂອງ ແຂວງເຊກອງ ໂດຍເນັ້ນໜັກໃຫ້ສຸມໃສ່ປະຕິບັດວຽກງານແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ, ໃຫ້ການຕ້ອນຮັບໂດຍ ທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ ໃນວັນທີ 18 ທັນວາ 2018.

ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານຫຍໍ້ສະພາບ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2018 ເຫັນວ່າ:

ທົ່ວແຂວງສືບຕໍ່ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ 8,3%, ລາຍຮັບສະເລ່ຍຕໍ່ຫົວຄົນ 1.623 ໂດລາຕໍ່ຄົນຕໍ່ປີ, ການເກັບລາຍຮັບເຂົ້າງົບປະມານຮອດປັດຈຸບັນ ປະຕິບັດໄດ້ 93% ຂອງແຜນການ, ຄອບຄົວທຸກຍາກຍັງເຫຼືອ 8,7%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ກວມ 97%, ມັດທະຍົມຕອນຕົ້ນ ກວມ 84,7%, ມັດທະຍົມຕອນປາຍ ກວມ 56,8% ແລະອື່ນໆ.

ທ່ານ ທອງລຸນ ສີສຸລິດ
ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳແກ່ການນຳຂອງແຂວງ ໃຫ້ສືບຕໍ່ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ເລິກເຊິ່ງເຖິງຖອງ ແລະ ເປັນປົກກະຕິຕໍ່ເນື່ອງ

ສຸມໃສ່ປະຕິບັດວຽກງານແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເປັນກ້າວໆ ໂດຍເຮັດໃຫ້ປະຊາຊົນ ຮູ້ຈັກວິທີທຳມາຫາກິນ, ມີຢູ່ມີກິນ, ຮູ້ຄ້າ-ຮູ້ຂາຍ, ຮູ້ລົງທຶນ, ຮູ້ທຳການຜະລິດແບບໃໝ່ທີ່ທັນສະໄໝ ຊຶ່ງການແກ້ໄຂຄວາມທຸກຍາກນັ້ນ ແມ່ນໃຫ້ເນັ້ນໃສ່ຄຸນນະພາບ ແລະ ຄວາມຍືນຍົງເປັນສິ່ງສຳຄັນ ບໍ່ໃຫ້ແລ່ນນຳຕົວເລກພຽງດ້ານດຽວ

ເອົາໃຈໃສ່ດຶງດູດການລົງທຶນໃຫ້ຫຼາຍກວ່າເກົ່າ ໂດຍຄວບຄູ່ໄປດ້ວຍຄຸນນະພາບ ແລະ ມີປະສິດທິຜົນສູງຕ່າງຝ່າຍຕ່າງມີຜົນປະໂຫຍດ ຕະຫຼອດຮອດປະຊາຊົນກໍ່ໃຫ້ມີຜົນປະໂຫຍດ

ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຊາດ, ຂອງເຜົ່າກໍ່ຄືມູນເຊື້ອພິລະ ອາດຫານ, ດຸໝັ່ນຂະຫຍັນພຽນ, ສາມັກຄີຊ່ວຍເຫຼືອຊຶ່ງກັນແລະກັນຂອງປະຊາຊົນຊາວ ແຂວງເຊກອງ ໃຫ້ກວ້າງຂວາງ ແລະ ຍືນຍົງຕະຫຼອດໄປ. 

ທ່ານ ທອງລຸນ ສີສຸລິດ
ສືບຕໍ່ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ

ໃນມື້ດຽວກັນ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປພົບປະໂອ້ລົມຄູ-ອາຈານ ແລະ ນັກສຶກສາທີ່ໂຮງຮຽນເຕັກນິກວິຊາຊີບປະສົມຂອງແຂວງ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າຂອງແຂວງ. ນອກຈາກນັ້ນ, ຍັງໄດ້ໄປຢ້ຽມຢາມໂຄງການປູກອ້ອຍ ແລະ ຜະລິດນໍ້າຕານ ລວມທັງຟາມລ້ຽງງົວຂອງບໍລິສັດ ແມ່ນໍ້າຂອງຮ່ວມທຸລະກິດຈຳກັດທີ່ບ້ານ ຕິ້ວ, ເມືອງລະມາມຕື່ມອີກ. ໃນນັ້ນ, ການໄປຢ້ຽມຢາມໂຮງຮຽນແຕ່ລະບ່ອນ, ທ່ານນາຍົກລັດຖະມົນຕີ ໄດ້ມອບເຄື່ອງໃຊ້ຫ້ອງການ (ຄອມພິວເຕີ, ເຄື່ອງພິມເອກະສານ ແລະ ອື່ນໆຈຳນວນ 2 ຊຸດ) ພ້ອມດ້ວຍເງິນສົດ ຈໍານວນ 20 ລ້ານກີບ.