ພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ມີພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ພ້ອມທັງປະຖະກາຖາ ວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ແລະ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ໃນວັນທີ 12 ທັນວາ 2018, ໂດຍການເປັນປະທານຂອງ ພົຈວ ສົມຈັນ ແກ້ວຈັນດາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ອ່ອນຈັນ ວິໄລຈິດ ຫົວໜ້າຫ້ອງການເມືອງ ປກສ ແຂວງຫຼວງພະບາງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ປກສ ແຂວງຫຼວງພະບາງ

ພັທ ອ່ອນຈັນ ວິໄລຈິດ

ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ຈຳນວນ 11 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 45 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 32 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 47 ສະຫາຍ ແລະ ວາທີ ຂຶ້ນ ຮ້ອຍຕີ 4 ສະຫາຍ. ປະດັບຊັ້ນໂດຍຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມທັງໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງສືບຕໍ່ຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ກາຍເປັນພະນັກງານທີມີຄວາມຮູ້-ຄວາມສາມາດນຳພາບັນຊາ, ໜັກແໜ້ນເຂັ້ມແຂງ, ເປັນເຈົ້າການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ສັງຄົມ.

ໃຫ້ກຽດປະດັບຊັ້ນໂດຍ ພົຈວ ສົມຈັນ ແກ້ວຈັນດາ ຫົວໜ້າກອງບັນຊາການ ປກສ ແຂວງ

ໂອກາດດັ່ງກ່າວນີ້, ພັທ ທາ ລຽນປະດິດ ຮອງກອງບັນຊາການ ປກສ ແຂວງ ໃຫ້ຮູ້ວ່າ:

  • ເມືອງວຽງໄຊ ແມ່ນເຂດທີ່ໝັ້ນຂອງການປະຕິວັດລາວ ໄດ້ກຳເນີດເກີດຂຶ້ນຍ້ອນການເສຍສະຫຼະເລືອດເນື້ອເຫື່ອໄຄຂອງ ພະນັກງານນັກຮົບ ແລະ ປະຊາຊົນ
  • ເມືອງວຽງໄຊ ໄດ້ກາຍເປັນຖານທີ່ໝັ້ນຕໍ່ສູ້ປົດປ່ອຍຊາດ
  • ເປັນທີ່ຕັ້ງການປະຕິວັດຂອງບັນດາການນຳສູງສຸດ
  • ເປັນພື້ນຖານແຫ່ງການກໍ່ສ້າງອຳນາດການປົກຄອງ ກໍ່ສ້າງກຳລັງປະຕິວັດປະກອບອາວຸດ ຕໍ່ສູ້ສັດຕູຢ່າງພິລະອາດຫານ ແລະ ໄດ້ຮັບໄຊຊະນະເປັນກ້າວໆ

ສຳລັບ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ເປັນປະຫວັດສາດແຫ່ງການກອບກູ້ເອກະລາດ ເຮັດໃຫ້ປະຊາຊົນມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ.

ພັທ ທາ ລຽນປະດິດ
ນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບການເລື່ອນຊັ້ນ

ສຳລັບມູນເຊື້ອການເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົ່າລົບຮັກຂອງປວງຊົນລາວ, ປະທານໄດ້ເຄື່ອນໄຫວປະຕິວັດຕັ້ງແຕ່ເຍົາໄວ ເປັນຜູ້ທີ່ສະຫຼາດຫຼັກແຫຼມ, ມີຄວາມເກັ່ງກ້າ, ສາມາດຜ່ານຜ່າອຸປະສັກ, ຮໍ່າຮຽນຝຶກຝົນຫຼ່ໍຫຼອມ, ທົດສອບຜ່ານຂະບວນການຕົວຈິງ ແລະ ມີຄວາມຮັບຜິດຊອບແຕ່ນ້ອຍຫາໃຫຍ່ ສາມາດເຕົ້າໂຮມຄວາມສາມັກຄີກັບປະຊາຊົນລາວບັນດາເຜົ່າ ຈົນກ້າວຂຶ້ນເປັນຜູ້ນຳສູງສຸດຂອງ ພັກ-ລັດເຮົາ.