In this photo provided by Moroccan news channel 2M and taken on Tuesday, Dec. 18, 2018, a forensic team is seen at the area where the bodies of two Scandinavian women tourists were found dead, near Imlil in the High Atlas mountains, Morocco. The lone suspect arrested in the killing of two female Scandinavian tourists is connected to a terrorist group, and three other suspects are on the run, Moroccan prosecutors said Wednesday. (2M via AP)

ຂ່າວຕ່າງປະເທດລາຍງານໃນວັນທີ 20 ທັນວາ ນີ້ວ່າ: ເຈົ້າໜ້າທີ່ຕຳຫຼວດໂມນາໂກ ຈັບຊາຍ 4 ຄົນເປັນສະມາຊິກກຸ່ມກໍ່ການຮ້າຍ ISIS ທີ່ຖືກສົງໄສຮ່ວມກັນກໍ່ເຫດຄາດຕະກຳຕັດຄໍຍິງຊາວຕ່າງຊາດຈາກດານມາກ ແລະ ນອກແວ.

ຂ່າວລາຍງານຄວາມຄືບໜ້າເຫດຄາດຕະກຳຄັ້ງນີ້ ໃຫ້ຮູ້ວ່າ ເຈົ້າໜ້າທີ່ຕຳຫຼວດຂອງໂມນາໂກ ກຳລັງສືບສວນ-ສອບສວນກຸ່ມຕິດອາວຸດລັດອິດສະລາມ ຫຼື ISIS ອາດກ່ຽວຂ້ອງກັບການຄາດຕະກຳຕັກຄໍຜູ້ເຄາະຮ້າຍຍິງທັງສອງຄົນ, ເຈົ້າໜ້າທີ່ໄດ້ຈັບກຸມຜູ້ຖືກສົງໄສຊາຍ 4 ຄົນທີ່ຮ່ວມກັນກໍ່ເຫດແລ້ວ, ເຊິ່ງພວກຖືກສົງໄສທັງ 4 ຄົນ ເຄີຍສາບານຕົນເຂົ້າຮ່ວມເປັນພັນທະມິດກັບກຸ່ມ ISIS. ປັດຈຸບັນ, ທາງການໂມນາໂກ ໄດ້ດຳເນີນການສອບສວນເຫດຄາດຕະກຳໃນຖະນາເປັນການກໍ່ການຮ້າຍ.

ນັກທ່ອງທ່ຽວຍິງຜູ້ເຄາະຮ້າຍ 2 ຄົນ ທີ່ຖືກຄາດຕະກຳຢ່າງຮ້າຍແຮງ ຄົນທຳອິດຊື່ນາງ ລຸຍຊ່າ ເວດສະທີຣາເກີ ເຈສເປີເຊ່ນ (Louisa Vesterager Jespersen) ຊາວດານມາກ ອາຍຸ 24 ປີ ແລະ ອີກຄົນໜຶ່ງຊື່ນາງ ມາເຣນ ອູແລນ (Maren Uekand) ອາຍຸ 28 ປີ ມາຈາກປະເທດນອກແວ ຖືກພົບສົບໃນສະພາບຖືກຄາດຕະກຳຕັດຄໍໃກ້ກັບບ້ານອິມລິນ, ເຊິ່ງເປັນບ້ານທີ່ນັກທ່ອງທ່ຽວມັກໄປພັກຄ້າງຄືນ ເພື່ອກຽມຂຶ້ນພູ Mount Toukal,ເຊິ່ງເປັນຈອມພູສູງທີ່ສຸດໃນທະວິບອາຟຣິກກາຕອນເໜືອ.

ພາບຈາກກ້ອງວົງຈອນປິດ ຖືກນຳມາເຜີຍແຜ່ສົ່ງຕໍ່ກັັນໃນສື່ອອນລາຍ ສະແດງໃຫ້ເຫັນວ່າ ກຸ່ມຊາຍຖືກສົງໄສກຳລັງຍ່າງໄປບໍລິເວນທີ່ແມ່ຍິງຊາວຕ່າງຊາດທັງສອງຄົນກຳລັງນອນຫຼັບຢູ່ໃນເຕັ້ນ. ຈາກນັ້ນ, ໃນວັນທີ 17 ທັນວາ, ນັກປິນພູຊາວຝຣັ່ງ ໄດ້ພົບສົບຜູ້ເຄາະຮ້າຍນັກທ່ອງທ່ຽວຍິງ 2 ຄົນ ໂດຍຄົນໜຶ່ງຖືກທຳຮ້າຍຮ່າງກາຍຕົນເສຍຊີວິດຢູ່ພາຍໃນເຕັ້ນ ແລະ ອີກຄົນໜຶ່ງເສຍຊີວິດຢູ່ນອກເຕັ້ນ, ເຊິ່ງຄົນໜຶ່ງຖືກຂ້າຕັດຄໍ, ສ່ວນອີກຄົນໜຶ່ງຖືກມີດປາດຄໍ ຈົນເຮັດໃຫ້ເສຍຊີວິດ.