ໃນວັນທີ 25 ກໍລະກົດ 2018 ກະຊວງ ປກສ ໄດ້ມອບເງິນ ຈໍານວນ 561.350.000 ກີບ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ເພື່ອເປັນການປະກອບສ່ວນຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມຈາກອຸບັດຕິເຫດເຂື່ອນກັ້ນນ້ຳຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 23 ກໍລະກົດ 2018 ຜ່ານມາ, ກ່າວມອບໂດຍ ພົຈວ ສົມວັນ ສາຍລ້ອງພາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ພ້ອມຄະນະ, ຕາງໜ້າກ່າວຮັບໂດຍທ່ານ ນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ.

ພົຈວ ສົມວັນ ສາຍລ້ອງພາ ກ່າວວ່າ: ເງິນທີ່ນໍາມາມອບຄັ້ງນີ້ ແມ່ນເປັນການລະດົມຂົນຂວາຍຜູ້ທີ່ມີນໍ້້າໃຈໃສ່ສັດທາ ໃນກໍາລັງ ປກສ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ທີ່ເມືອງສະໜາມໄຊ ແຂວງອັດຕະປື ຜ່ານການຈັດຕັ້ງປະຕິບັດສາມາດລະດົມທືນຊ່ວຍເຫຼືອໄດ້ລວມເປັນເງິນຈໍານວນ 561.350.000 ກີບ; ພ້ອມນີ້ ກໍເພື່ອເປັນການແບ່ງເບົາຄວາມຄວາມສູນເສຍ ແລະ ເຮັດໃຫ້ຜູ້ທີ່ຖືກຜົນກະທົບຈາກອຸທົກກະໄພຄັ້ງນີ້, ກໍຄືຄອບຄົວຂອງຜູ້ເສຍຊີວິດ ມີກໍາລັງໃຈໃນການດໍາລົງຊີວິດຕໍ່ໄປ.

ໃນພິທີ ທ່ານ ນາງ ໃບຄຳ ຂັດຕິຍະ ໄດ້ມອບໃບກຽດຕິຄຸນໃຫ້ກະຊວງ ປກສ, ພ້ອມທັງສະແດງຄວາມຂອບໃຈຕໍ່ກໍາລັງ ປກສ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອຄັ້ງນີ້; ເຊິ່ງເປັນການສະແດງເຖິງຄວາມເຫັນອົກເຫັນໃຈ, ເປັນຫ່ວງເປັນໃຍຈາກທຸກພາກສ່ວນ ຕໍ່ຄອບຄົວທີ່ຖືກເຄາະຮ້າຍ ເພື່ອເປັນກຳລັງແຮງໃຈໃນການດຳລົງຊີວິດ, ອົດທົນຕໍ່ສູ້ກັບບັນຫາດັ່ງກ່າວໃຫ້ຜ່ານພົ້ນໄປ.