ຂໍ້ມູນຂອງ ສະຫະພາບເອີຣົບ ຫຼື ອີຢູ ເປີດເຜີຍ ໃນວັນທີ 5 ສິງຫາ ທີ່ຜ່ານມາ ວ່າ: ເດືອນກໍລະກົດ ປີນີ້ ທົ່ວໂລກມີອາກາດຮ້ອນທີ່ສຸດ ເປັນປະຫວັດສາດ ລົບສະຖິຕິເດືອນກໍລະກົດ ປີ 2016 ທີ່ຮ້ອນເພາະ ປະກົດການເອວນີໂອຮຸນແຮງ ແລະ ພາວະໂລກຮ້ອນ.

ສຳນັກງານ ດ້ານການປ່ຽນແປງສະພາບອາກາດ ໂຄເປີນິຄັສ ເຊິ່ງເປັນເຄືອຂ່າຍສັງເກດການໂລກ ທີ່ອີງຂໍ້ມູນຈາກດາວທຽມ ເປີດເຜີຍວ່າ:

ປົກກະຕິແລ້ວ ເດືອນກໍລະກົດ ມັກເປັນເດືອນທີ່ຮ້ອນທີ່ສຸດຂອງປີ ສຳລັບທົ່ວໂລກຢູ່ແລ້ວ ແຕ່ເດືອນກໍລະກົດ ປີນີ້ ທົ່ວໂລກຮ້ອນຂຶ້ນຫຼາຍກວ່າສະຖິຕິ ປີ 2016 ປະມານ 0,04 ອົງສາເຊ.

ເຖິງວ່າ ຕົວເລກຈະບໍ່ຫຼາຍ ແຕ່ຖືວ່າໜ້າສົນໃຈຫຼາຍ ເພາະເດືອນກໍລະກົດ ປີ 2016 ເກີດປະກົດການເອວນີໂຢຮຸນແຮງ ແລະ ເກີດຜົນກະທົບຈາກພາວະເຮືອນແກ້ວ. ດັ່ງນັ້ນ, ຖ້າຫາກໂລກຍັງມີການປ່ອຍກ໊າສຄາບອນ ແລະ ມີຜົນກະທົບຈາກພາວະໂລກຮ້ອນ ຢ່າງຕໍ່ເນື່ອງ ໂອກາດທີ່ຈະເກີດສະຖິຕິໃໝ່ໄປເລື້ອຍໆ ຈະຕ້ອງມີຢ່າງແນ່ນອນ.

ເດືອນກໍລະກົດ ທີ່ຜ່ານມາ ເກີດຄື້ນຄວາມຮ້ອນແຜ່ປົກຄຸມທົ່ວເອີຣົບ ຂະນະທີ່ອຸນຫະພູມພາຍໃນວົງວົນອາກຕິກ ເຊິ່ງເປັນວົງມົນເສັ້ນຂະໜານ ( Latitude ) ທີ່ຢູ່ເໜືອສຸດ ກໍສູງຂຶ້ນ ຢ່າງຜິດປົກກະຕິດ້ວຍ; ນອກຈາກນີ້, ຫຼາຍປະເທດ ກໍມີອຸນຫະພູມສະເລ່ຍ ສູງເປັນປະຫວັດສາດ ເຊິ່ງນັບຕັ້ງແຕ່ ລັດອາລັສກາ ຂອງ ສະຫະລັດອາເມລິກາ, ເກາະກຣີນແລນ, ພາກພື້ນໄຊບີເຣຍ, ອາຊີກາງ, ອີຣານ, ອາຟຣິກກາ, ອົດສະຕຣາລີ ໄປຈົນເຖິງ ແອນຕາກຕິກກາ ບໍລິເວນຂົ້ວໂລກໃຕ້.