ໃນທ້າຍອາທິດທີຜ່ານມາ; ບ້ານນາໄຊ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ. ໄດ້ຈັດກອງປະຊຸມໃຫ່ຍ ຄັ້ງທີ VIII ເພື່ອສະຫຼຸບ ຕີລາຄາຄືນໃນການເຄື່ອນໄຫວວຽກງານ ໃນໄລະຍະ 5 ປີ ແລະ ເລືອກ ຕັ້ງນາຍບ້ານຄົນໃໝ່, ເປັນປະທານໂດຍ ທ່ານ ນາງ ສົມພັນ ຄຳພູວັນ ນາຍບ້ານໆນາໄຊ; ເຂົ້າຮ່ວມຂອງ ທ່ານ ບຸນປິງ ປັນຍາຈິດ ຮອງເຈົ້າເມືອງໆໄຊເຊດຖາ, ມີຫົວໜ້າຄະນະຈັດຕັ້ງເມືອງ, ຫ້ອງການພາຍໃນເມືອງ, ຄະນະສະຫະພັນແມ່ຍິງ, ສະຫະພັນນັກຮົບເກົ່າ, ນ້າຍບ້ານອ້ອມຂ້າງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ທ່ານ ນາງ ສົມພັນ ຄຳພູວັນ
ທ່ານ ນາງ ສົມພັນ ຄຳພູວັນ

ທ່ານ ນາງ ສົມພັນ ຄຳພູວັນ ກ່າວວ່າ:

ຜ່ານບົດສະຫຼຸບ ວຽກງານການເຄື່ອນໄຫວວຽກງານໃນໄລຍະ 5 ປີ ຜ່ານມາ, ອົງການປົກຄອງບ້ານນາໄຊ ໄດ້ເຄື່ອນໄຫວ; ຊີ້ນຳ-ນຳພາ ບັນດາອົງການຈັດຕັ້ງຕ່າງໆ ແລະ ປະຊາຊົນພາຍໃນບ້ານປະຕິບັດຕາມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍຂອງລັດ ແລະ ບັນດາທິດທາງ, ໜ້າທີ່ຂອງອົງການປົກຄອງ ບ້ານວາງອອກໃນແຕ່ລະໄລຍະໄດ້ເປັນຢ່າງດີ; ປະຊາຊົນພາຍໃນບ້ານມີຄວາມສາມັກຄີເປັນປຶກແຜ່ນ, ຖືເອົາວຽກງານການຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາຊົນເປັນຫຼັກ ໃນການຈັດຕັ້ງປະຕິບັດວຽກ ງານພາຍໃນບ້ານ, ໄດ້ຊຸກຍູ້ ແລະ ຊີ້ນຳ ປກຊ-ປກສ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເຮັດໃຫ້ບ້ານມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ, ແລະ ສາມາດແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານ ຄື: ແກ້ຂໍ້ຂັດແຍ່ງພາຍໃນບ້ານໄລຍະ 5 ປີ ໄດ້ຮັບ ຄຳຮ້ອງທັງໝົດ 64 ເລື່ອງ ປະຕິບັດໄດ້ 57 ເລື່ອງ, ແກ້ໄຂໄດ້ 39 ເລື່ອງ, ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ 11 ເລື່ອງ, ຍັງສືບຕໍ່ 7 ເລື່ອງ, ໄກ່ເກ່ຍເລື່ອງໜີ້ສິນ 40 ເລື່ອງ, ແລະ ມີຄະດີເກີດຂຶ້ນ 18 ເລື່ອງ ແກ້ ໄຂໄດ້ 15 ເລື່ອງ.

ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງບ້ານນາໄຊ
ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງບ້ານນາໄຊ

ນອກນັ້ນ, ຍັງໄດ້ນຳພາພໍ່-ແມ່ປະຊາຊົນຊົນເປັນ ເຈົ້າການປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຮັກສາມູນເຊື້ອຄອບຄົວ ແລະ ບ້ານວັດທະນະທໍາ, ໂຄສະນາສຸຂະສຶກສາ, ວິທີປ້ອງກັນພະຍາດຕາມລະດູການ ເປັນຕົ້ນແມ່ນຕ້ານພະຍາດ ໄຂ້ເລືອດອອກ, ແນະນໍາໃຫ້ທຸກຄອບຄົວປະຕິບັດຕາມ 5 ປ ຂອງສາທາລະນະສຸກວາງອອກ, ເຮັດໃຫ້ຄອບຄົວໄດ້ຮັບນາມມະຍົດດ້ານສາທາລະນະສຸກ ຂັ້ນຕົ້ນ 385 ຄອບຄົວ, ຊຸກຍູ້ໃຫ້ທຸກຄອບຄົວມີຄວາມຕັ້ງໜ້າເຂົ້າໃນການທຳມາຫາກິນດ້ວຍສຸດຈະລິດ, ທ່ຽງທຳ, ປະຢັດມັດທະຍັດ ແລະ ປຸກລະດົມ ແລະ ຊຸກຍູ້ໃຫ້ປະຊາຊົນມີວຽກເຮັດງານທຳ, ມີອາຊີບໝັ້ນຄົງ ປະຕິບັດພັນທະຕາມລະບຽບກົດໝາຍ.

ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງບ້ານນາໄຊ
ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງບ້ານນາໄຊ

ສ່ວນທິດທາງແຜນການຕໍ່ໜ້າ ຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່-ແມ່ປະຊົນຊົນໃຫ້ ໜັກແໜ້ນ ແລະ ຮອບດ້ານ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ໃຫ້ຫຼຸດໜ້ອຍຖ້ອຍລົງ ເຮັດໃຫ້ບ້ານມີຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ. ກອງປະຊຸມຍັງໄດ້ມີການປ່ອນບັດເລືອກຕັ້ງເອົາ ນາຍບ້ານຄົນໃໝ່ ໃນນັ້ນ, ມີຜູ້ລົງສະໝັກ 3 ທ່ານ, ເລືອກເອົາ 1 ທ່ານ ຜ່ານການປ່ອນບັດເລືອກໄດ້ທ່ານ ນາງ ຈັນເພັງ ສໍພາບມີໄຊ ເປັນນາຍບ້ານໆນາໄຊ ຄົນໃໝ່.