ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັດພິທີສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກ 2 ຂັ້ນ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງຂຶ້ນໃນວັນທີ 2 ສິງຫານີ້; ໃຫ້ການເຊື່ອມຊຶມ ໂດຍ ທ່ານ ວິລະສັກ ນາມມຸນຕີ ກໍາມະການພັກ ນວ ເລຂາພັກເມືອງ ເຈົ້າເມືອງໆນາຊາຍທອງ, ມີຄະນະ ພັກ-ຄະນະບັນຊາ, ຫົວໜ້າພະແນກ, ແຂກຮັບເຊີນ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ກອງປະຊຸມຈັດພິທີສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກ 2 ຂັ້ນ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ
ກອງປະຊຸມຈັດພິທີສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກ 2 ຂັ້ນ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ

ທ່ານ ວິລະສັກ ນາມມຸນຕີ ໄດ້ເນັ້ນວ່າ:

ພັກປະຊາຊົນ ປະຕິວັດລາວ ກໍາເນີດຈາກລັດທິຮັກຊາດທີ່ແທ້ຈິງຂອງປະຊາຊົນລາວບັນດາເຜົ່າ; ເຊິ່ງມີຫຼາຍຂະບວນການຕໍ່ສູ້ທີ່ດຸເດືອດທີ່ເກີດຂຶ້ນ ແລະ ໃນປີ 1930 ປະທານ ໂຮ່ຈີມິນໄດ້ສ້າງຕັ້ງພັກກອມມູນິດອິນດູຈີນ ເພິ່ນໄດ້ນໍາເອົາລັດທິມາກ-ເລນິນ ແລະ ແນວທາງການປະຕິວັດ ເຂົ້າເຜີຍແຜ່ສຶກສາອົບຮົມພະນັກງານຮາກຖານຂອງລາວ ຈົນມາຮອດ ປີ 1934 ຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ດອນຊິງຊູ້ ນະຄອນຫຼວງວຽງຈັນ ເພື່ອນໍາພາການປະຕິວັດລາວ ໂດຍກົງ ແລະ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນຂະບວນການຕໍ່ສູ້ຂອງປະຊາຊົນ 3 ຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ, ຄຸນນະພາບ ແລະ ຮຽກ ຮ້ອງໃຫ້ພັກນໍາພາ ຢູ່ໃນແຕ່ລະປະທດ ສະນັ້ນເພື່ອສືບທອດພາລະກິດຂອງພັກກອມມູນິດອິນດູຈີນ; ໃນເວລານັ້ນໄດ້ຈັດກອງປະຊຸມ ສ້າງຕັ້ງພັກຂຶ້ນໂດຍໃສ່ຊື່ວ່າ “ ພັກປະຊາຊົນລາວ” ຕໍ່ມາໄດ້ປ່ຽນຊື່ ເປັນ “ ພັກປະຊາຊົນ ປະຕິວັດລາວ ” (ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກ ປີ 1972) ໂດຍປະທານ ໄກສອນ ພົມວິຫານ ໄດ້ຢືນ ຢັນແຕ່ຫົວທີວ່າ: “ ພັກເຮົາໄດ້ກໍາເນີດຂຶ້ນໂດຍການປະສານສົມທົບ ລະຫວ່າງລັດທິມາກ-ເລນິນ ກັບລັດທິຮັກຊາດອັນແທ້ຈິງ ແລະ ລັດທິສາກົນອັນຜ່ອງໃສ ”.

ກອງປະຊຸມຈັດພິທີສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກ 2 ຂັ້ນ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ
ກອງປະຊຸມຈັດພິທີສຶກສາອົບຮົມການເມືອງ-ແນວຄິດ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກ 2 ຂັ້ນ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ

ດັ່ງນັ້ນ, ພັກປະຊາຊົນ ປະຕິວັດລາວ ກໍແມ່ນພັກຊົນຊັ້ນກໍາມະກອນເປັນ ຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນ ປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ຂອງປວງຊົນລາວທັງໝົດ ເປັນການນໍາເອົາມູນເຊື້ອອັນດີງາມຂອງພັກເປັນພື້ນຖານທາງດ້ານແນວຄິດ, ທິດສະດີຂອງພັກ ເປັນເຂັມທິດໃຫ້ແກ່ການຈັັດຕັ້ງ ແລະ ການເຄື່ອນໄຫວຂອງພັກອີກດ້ວຍ.

ທ່ານຍັງໄດ້ກ່າວຕື່ມວ່າ: ເພື່ອເປັນການເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີເປັນເອກະພາບ ພາຍໃນພັກ ຕ້ອງປະຕິບັດ 3 ຫຼັກການ ຄື:

  1. ສະກັດກັ້ນປະກົດການແບ່ງພັກ, ແຍກພວກ ລັດທິເອກະຊົນ ແລະ ລັດທິສວຍໂອກາດຢ່າງ ເດັດຂາດ.
  2. ປະຕິບັດປະຊາທິປະໄຕ ພາຍໃນພັກຢ່າງຖືກຕ້ອງ ແລະ ກວ້າງຂວາງ, ດໍາເນີນການຕິຊົມຕົນເອງ ແລະ ຕິຊົມກັນຢ່າງແຂງແຮງເປັນປະຈໍາ.
  3. ປະຕິບັດລະບຽບວິໄນຂອງພັກ ແລະ ລວມສູນປະຊາທິປະໄຕຢ່າງເຄັ່ງຄັດ. ພ້ອມນີ້, ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ຈົ່ງຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ ມີຄຸນທາດການເມືອງ ແລະ ຄຸນ ສົມບັດສິນທໍາປະຕິວັດອັນໜັກແໜ້ນ ແລະ ນໍາເອົາທິດສະດີຂອງພັກເຊື່ອມຊຶມເຂົ້າສູ່ລະບົບການຈັດຕັ້ງໃນທຸກວຽກງານທີ່ຕົນຮັບຜິດຊອບຢ່າງຕັ້ງໜ້າ.