ປາບປາມ ກຸ່ມລັກລອບຜະລິດເງິນປອມ ລາຍໃຫຍ່
ປາບປາມ ກຸ່ມລັກລອບຜະລິດເງິນປອມ ລາຍໃຫຍ່

ຜ່ານການສອບສວນຂອງ ເຈົ້າໜ້າທີ່ ທ້າວ ດັ້ງ ( ສະມາຊິກ ກຸ່ມເຄື່ອນໄຫວຜະລິດເງິນປອມ ) ໄດ້ຮັບສາລະພາບວ່າ:

ໃນວັນທີ 16 ທັນວາ 2018, ທ້າວ ຟາມຫີວຈີ ( ສະມາຊິກ ກຸ່ມເຄື່ອນໄຫວຜະລິດເງິນປອມ ) ເກີດປີ 2000 ຢູ່ຕາແສງກວາງເຊີ້ນ, ເມືອງດັກລັອງ, ແຂວງດັກນົ້ງ ໄດ້ຊວນ ຜູ້ກ່ຽວ ເຂົ້າໄປໃນເມືອງ ເພື່ອເອົາເງິນປອມໄປເລາະຈ່າຍ ເຊິ່ງໄດ້ນຳໃຊ້ເງິນປອມ 1 ໃບ 500.000 ດົ່ງ ເພື່ອຊື້ບັດຕື່ມເງິນໂທລະສັບ.

ຈາກນັ້ນ, ຜູ້ກ່ຽວ ໄດ້ຝາກເງິນປອມໄວ້ອີກ 3 ໃບ ໃບລະ 500.000 ດົ່ງ ໂດຍບອກວ່າ ຝາກເກັບຮັກສາໄວ້ໃຫ້. ຫຼັງຈາກທີ່ຈ່າຍເງິນປອມຈຳນວນດັ່ງກ່າວນັ້ນໝົດ, ທ້າວ ຈີ ໄດ້ໂທລະສັບຫາ ທ້າວ ແມັກຊັວນຖາຍ ເກີດປີ 1990; ຈາກນັ້ນ, ທ້າວ ຖາຍ ກໍໄດ້ນຳເງິນປອມ ຈຳນວນ 7 ລ້ານດົ່ງ ມາໃຫ້ ທ້າວ ຈີ.

ເຈົ້າໜ້າທີ່ຕຳຫຼວດ ສສ ຫວຽດນາມ ມ້າງ ຄະດີລັກລອບຜະລິດເງິນປອມ ລາຍໃຫຍ່ ໄດ້ສຳເລັດ
ເຈົ້າໜ້າທີ່ຕຳຫຼວດ ສສ ຫວຽດນາມ ມ້າງ ຄະດີລັກລອບຜະລິດເງິນປອມ ລາຍໃຫຍ່ ໄດ້ສຳເລັດ

ຜ່ານການສອບສວນຂອງ ເຈົ້າໜ້າທີ່ ຈຶ່ງສະຫຼຸບໄດ້ວ່າ:

ທີ່ຈິງແລ້ວ, ທ້າວ ດັ້ງ ເປັນຄົນພາ ທ້າວ ຈີ ໄປຊື້ເງິນປອມ ທີ່ຄຸ້ມ 5 ເຂດ 10 ນະຄອນໂຮ່ຈິມິນ; ເຖິງຢ່າງໃດກໍຕາມ, ທ້າວ ຈີ ບໍ່ອະນຸຍາດໃຫ້ ທ້າວ ດັ້ງ ເຂົ້າໄປເຫັນເຖິງບ່ອນຜະລິດ ຫຼື ບ່ອນນຳເງິນອອກມາ ພຽງແຕ່ໃຫ້ ທ້າວ ຈີ ຢືນລໍຖ້າຢູ່ນອກທາງ.

ພ້ອມນັ້ນ, ທ້າວ ດັ້ງ ຍັງເປີດເຜີຍເຖິງ ບັນຊີແອັບພີເຄຊັນ zalo, facebook ທີ່ ທ້າວ ຈີ ໄດ້ນຳໃຊ້ເປັນບ່ອນສົນທະນາຊື້ – ຂາຍເງິນປອມນີ້ ນຳອີກ.

ດຳເນີນການປາບປາມ ຂະບວນການຜະລິດເງິນປອມ ໃນປະເທດ
ດຳເນີນການປາບປາມ ຂະບວນການຜະລິດເງິນປອມ ໃນປະເທດ

ອີງຕາມຂໍ້ມູນຫຼັກຖານທີ່ເກັບມາໄດ້, ກຳລັງຕຳຫຼວດສືບສວນ – ສອບສວນ ແຂວງ ໄດ້ສົມທົບກັບ ຫ້ອງການຕຳຫຼວດ ກຸ່ມ 4 ນະຄອນໂຮ່ຈິມິນ ວາງແຜນການຕ່ໍສູ້ ເພື່ອມ້າງລາຍຄະດີດ່ັງກ່າວ ( ຄະດີລັກລອບຜະລິດເງິນປອມ ) ໂດຍເລີ່ມຕົ້ນຈາກການເຂົ້າຈັບຕົວ ທ້າວ ຈີ ຂໍ້ຫາຄ້າຂາຍຢາເສບຕິດ ພ້ອມທັງເປັນ ສະມາຊິກ ກຸ່ມເຄື່ອນໄຫວຜະລິດເງິນປອມ ມາກັກຂັງຊົ່ວຄາວທີ່ ຫ້ອງການຕຳຫຼວດ ກ່ມຸ 4.

ຜ່ານການສອບສວນ, ທ້າວ ຈີ ໄດ້ຮັບສາລະພາບ ແລະ ບອກຕົວ ຜູ້ທີ່ເປັນຫົວໂປ່ໂຕການ ວ່າ:

ໃນການຜະລິດເງິນປອມນີ້, ຜູ້ທີ່ຢູ່ເບື້ອງຫຼັງຂອງ ກຸ່ມເຄື່ອນໄຫວຜະລິດເງິນປອມ ກໍແມ່ນ ທ້າວ ຫງວຽນດຶກຮຸ້ຍ ເກີດປີ 1988, ຢູ່ຄຸ້ມ 5 ເຂດ 10, ນະຄອນໂຮ່ຈິມິນ ແລະ ຜູ້ກ່ຽວ ແມ່ນໄດ້ຊື້ເງິນປອມຈາກ ທ້າວ ຮຸ້ຍ ເປັນປະຈຳ.

ນັບແຕ່ ເດືອນກໍລະກົດ 2018 ຫາ ເດືອນມັງກອນ 2019, ຜູ້ກ່ຽວ ໄດ້ຊື້ເງິນປອມຈາກ ທ້າວ ຮຸ້ຍ ທັງໝົດ 40 ຄັ້ງ, ເຊິ່ງເປັນຈຳນວນເງິນປອມທີ່ ຜູ້ກ່ຽວ ຊື້ທັງໝົດຫຼາຍຮ້ອຍລ້ານດົ່ງ; ຫຼັງຈາກທີ່ຊື້ໄດ້ແລ້ວ ກໍຈະນຳເງິນຈຳນວນດັ່ງກ່າວ ໄປຂາຍຕໍ່ໃຫ້ກັບ ກຸ່ມເປົ້າໝາຍນ້ອຍ ເພື່ອຕົນເອງຈະໄດ້ເງິນເປີເຊັນນຳ ທ້າວ ຮຸ້ຍ.

ດຳເນີນການສືບສວນ 1 ໃນສະມາຊິກ ກຸ່ມເຄື່ອນໄຫວຜະລິດເງິນປອມ
ດຳເນີນການສືບສວນ 1 ໃນສະມາຊິກ ກຸ່ມເຄື່ອນໄຫວຜະລິດເງິນປອມ

ນອກນັ້ນ, ທ້າວ ຈີ ( ສະມາຊິກ ກຸ່ມເຄື່ອນໄຫວຜະລິດເງິນປອມ ) ກໍມັກຈະນຳເອົາເງິນປອມທີ່ຊື້ມານັ້ນ ໄປຈ່າຍຊ້ືເຄື່ອງຂອງດ້ວຍຕົນເອງ ໂດຍເປົ້າໝາຍທີ່ນຳເງິນປອມໄປຊື້ນັ້ນ ສ່ວນຫຼາຍຈະເປັນ ຮ້ານຂາຍເຄື່ອງຍ່ອຍ, ຊື້ – ຂາຍຢາບ້າ, ຫຼິ້ນການພະນັນ, ບ່ອນແລກປ່ຽນແລະ ຝາກເງິນ momo; ເຊິ່ງຜູ້ກ່ຽວ ໄດ້ນຳເອົາເງິນປອມປົນສັບໃສ່ເງິນແທ້ ແລະ ມີຫຼາຍຄັ້ງທີ່ຜູ້ກ່ຽວ ເຮັດລອດສາຍຕາ ພະນັກງານນັບເງິນ ຕະຫຼອດມາ.

( ຕິດຕາມຕອນຕໍ່ໄປ… )