ທີມງານເມືອງວຽງໄຊ ເຂົ້າຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ນໍ້າຖ້ວມ-ດິນເຈື່ອນ

0
3470

ໃນທຸກໆປີ, ອຸທົກກະໄພທາງທຳມະຊາດ ໄດ້ສ້າງຄວາມເສຍຫາຍ ຢ່າງຫຼວງຫຼາຍ ໃຫ້ແກ່ຄົນເຮົາ ບໍ່ວ່າເປັນຈະເປັນໄພແຫ້ງແລ້ງ, ໄພນ້ຳຖ້ວມ, ອັກຄີໄຟ, ພາຍຸ ແລະ ໄພທຳມະຊາດຕ່າງໆ ລ້ວນແຕ່ມີຜົນກະທົບ ຢ່າງຮ້າຍແຮງ ໃຫ້ແກ່ປະຊາຊົນ, ສັງຄົມ ແລະ ປະເທດຊາດ.

ປະເທດລາວເຮົາ ກໍເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບ ຢ່າງຫຼວງຫຼາຍ ໃນທຸກໆປີ; ເຊິ່ງໃນປີນີ້ ກໍເປັນປີໜຶ່ງທີ່ມີຄວາມຮ້າຍແຮງຫຼາຍ ເຊັ່ນ: ພໍແຕ່ຜ່ານຈາກຄວາມແຫ້ງແລ້ງ ໃນເດືອນມີຖຸນາ ທີ່ຜ່ານມາ ກໍມາໄດ້ຮັບຜົນກະທົບຈາກພາຍຸວິພາ ໃນຕົ້ນເດືອນສິງຫາ ອີກ.

ເມືອງວຽງໄຊ ແຂວງຫົວພັນ ກໍເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບ ຢ່າງຮ້າຍແຮງ ຫຼາຍຈຸດ, ແຕ່ຈຸດທີ່ໜັກທີ່ສຸດແມ່ນ ເຂດບ້ານນາມັ້ນ ເຂົ້າໄປເສັ້ນທາງ ທລຍ ຮອດບ້ານຫີນດຳ ເປັນໄລຍະທາງ 12 ກິໂລແມັດ.

ຕາມການລາຍງານເບື້ອງຕົ້ນຂອງ ພາກສ່ວນກ່ຽວຂ້ອງ ໄດ້ໃຫ້ຮູ້ວ່າ:

ເຮືອນປະຊາຊົນ ບ້ານຫີນດຳ ໄດ້ຖືກດິນເຈື່ອນທັບຖົມ ແລະ ມີຄວາມເສຍຫາຍໜັກໜ່ວງ.

ມາໃນຕອນທ່ຽງຂອງວັນທີ 3 ສິງຫາ 2019, ທີມງານເມືອງວຽງໄຊ ນຳໂດຍ ທ່ານ ພອນສຸກ ອິນທະວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວຽງໄຊ ໄດ້ສົມທົບກັບທຸກພາກສ່ວນ ລະດົມພົນເຂົ້າຊ່ວຍເຫຼືອ ຢ່າງເຕັມທີ່.

ແຕ່ເຫດການທີ່ຂາດບໍ່ຄິດ ກໍ່ເກີດຂຶ້ນ ຍ້ອນໄລຍະທາງເປັນເຂດທຸລະກັນດານ ເຮັດໃຫ້ລົດຂົນສົ່ງເຂົ້າໄປບໍ່ໄດ້ ຈຶ່ງຕ້ອງເດີນທາງດ້ວຍການຍ່າງ ແຕ່ລະຄົນກໍໄດ້ນໍາເອົາສຳພາລະທີ່ຈຳເປັນຂອງຕົນ ແລະ ເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ ຕິດມືໄປຄົນລະເລັກລະໜ້ອຍ ແລະ ທີ່ຮ້າຍແຮງໄປກວ່ານັ້ນ, ການເດີນທາງ ກໍເປັນບັນຫາທີ່ຫຍຸ້ງຍາກ ແລະ ໜັກໜ່ວງທີ່ສຸດ ເພາະສະພາບອາກາດທີ່ໜາວ ພ້ອມກັບມີຝົນຕົກລົງມາບໍ່ຂາດສາຍ ແລະ ເສັ້ນທາງຖືກດິນເຈື່ອນທັບຖົມ ເປັນໄລຍະຍາວ.

ບໍ່ພຽງເທົ່ານັ້ນ, ຍັງມືດຄ່ຳກາງທາງ ຈຳເປັນຕ້ອງໄດ້ບຸກຂີ້ຕົ່ມ, ລອດຮາກໄມ້, ໄຕ່ກ້ອນຫີນ ຊ່ວຍກັນປະຄອງເຊິ່ງກັນແລະກັນ, ບາງກຸ່ມກໍຕ້ອງໄດ້ກັບຄືນ, ບາງສ່ວນກໍໄດ້ນອນກາງທາງ ແລະ ບາງສ່ວນກໍຕ້ອງໄດ້ໄປອາໄສຖຽງໄຮ່ຊົນຮົ່ມ

ສ່ວນທີມງານທີ່ນໍາໜ້າໂດຍ ທ່ານເຈົ້າເມືອງ ໄດ້ໄປອາໄສຢູ່ສະນຳລ້ຽງສັດຂອງປະຊາຊົນ ທຸກຄົນລ້ວນແຕ່ອິດເໝື່ອຍ, ອ່ອນແຮງ, ທັງເຈັບຕີນ ແລະ ໜາວແຮງ, ສະບຽງອາຫານກໍຂາດເຂີນ, ປະທັງຊີວິດດ້ວຍການກິນໝີ່, ປາກະປ໋ອງ ແລະ ເຂົ້າໜົມ.

ບາງຄົນກໍເລົ່າວ່າ: ກິນໝີ່ກໍບໍ່ມີນ້ຳ, ນອນກໍນອນບໍ່ຫຼັບ ຍ້ອນຝົນຕົກ ແລະ ລົມໜາວ, ບ່ອນນອນກໍນອນກາງດິນ, ນອນຖຽງໄຮ່ກໍນ້ອຍຄົນຫຼາຍຄົນ ແລະ ບາງຄົນກໍບໍ່ໄດ້ນອນເລີຍ.

ພໍຮຸ່ງເຊົ້າ ກໍເດີນທາງຕໍ່ ເພາະເດີນທາງກາງຄືນບໍ່ໄດ້ ມີຄວາມສ່ຽງຫຼາຍ ຍ້ອນຝົນຕົກແຮງ, ເຮັດໃຫ້ເສັ້ນທາງຂາດ ຍ້ອນດິນທັບຖົມ, ຂົວຂ້າມຫ້ວຍນ້ຳກໍເປ່ເພ ຈຶ່ງຕ້ອງໄດ້ລໍຖ້າຈົນນໍ້າແຫ້ງລົງ ເຮັດຂົວໄມ້ພໍໄຕ່ຂ້າມນໍ້າໄປໄດ້.

ເວລາປະມານ 8 ໂມງເຊົ້າ ຂອງວັນທີ 4 ສິງຫາ, ທີມງານກຸ່ມທຳອິດ ທີ່ນໍາໂດຍ ທ່ານເຈົ້າເມືອງ ແລະ ຄະນະພັກເມືອງ ພ້ອມກັບ ອ້າຍນ້ອງພະນັກງານ ທະຫານ – ຕໍຳຫຼວດ ລວມ 25 ຄົນ ໄດ້ໄປຮອດບ້ານຫີນດຳ ທີ່ເປັນບ້ານປະຊາຊົນຖືກ ທີ່ໄດ້ຮັບກະທົບ; ເມື່ອໄປຮອດ ກໍໄດ້ສົມທົບກັບ ກອງຮ້ອຍທະຫານ ທີ່ປະຈຳຢູ່ເຂດນັ້ນ ແລະ ອໍານາດການປົກຄອງບ້ານ ເພື່ອຈັດຕັ້ງການຄົ້ນຫາ ຜູ້ສູນຫາຍ.

ທັ້ງນີ້, ບ້ານຫີນດຳ ຫ່າງຈາກ ເທດສະບານເມືອງວຽງໄຊ ໄປທາງທິດຕາເວັນອອກ 65 ກິໂລແມັດ, ເປັນບ້ານຊົນເຜົ່າມົ້ງ ມີທັງໝົດ 29 ຫຼັງຄາເຮືອນ 29 ຄົວເຮືອນ, ພົນລະເມືອງ 227 ຄົນ ຍິງ 107 ຄົນ.

ຕາມການລາຍງານຂອງ ທ່ານນາຍບ້ານ ໄດ້ໃຫ້ຮູ້ວ່າ:

ເຫດເກີດຂຶ້ນ ແຕ່ເວລາປະມານ 6 ໂມງເຊົ້າ ຂອງວັນທີ 3 ສິງຫາ 2019, ດິນໄດ້ເຈື່ອນທັບເຮືອນປະຊາຊົນ 2 ຫຼັງຄາເຮືອນ ເຊັ່ນ:

  • ຄອບຄົວທຳອິດ ເປັນຄອບຄົວຂອງ ທ້າວ ເຍ່ຍຈິ່ງທໍ່ ມີຈຳນວນຄົນໃນຄົວເຮືອນ 10 ຄົນ ຍິງ 5 ຄົນ ສູນຫາຍ 4 ຄົນ ຍິງ 1 ຄົນ
  • ຄອບຄົວຕໍ່ມາ ເປັນຄອບຄົວຂອງ ທ້າວ ເວັງຊົງ ຈຳນວນຄົນໃນຄົວເຮືອນ 5 ຄົນ ຍິງ 2 ຄົນ ສູນຫາຍ 3 ຍິງ 2 ຄົນ

ເຊິ່ງເມື່ອລວບລວມຂໍ້ມູນແລ້ວ ພົບວ່າ: ມີຜູ້ສູນຫາຍ 7 ຄົນ ຍິງ 3 ຄົນ, ໄຮ່ນາ ຖືກນໍ້າຖ້ວມ, ສັດລ້ຽງໄຫຼນໍ້າ ສູນຫາຍຈໍານວນໜຶ່ງ, ຄາດຄະເນຄວາມເສຍຫາຍ ນັບແຕ່ເສັ້ນທາງ ແລະ ຂົວຂ້າມນ້ຳ ປະມານ 3 ຕື້ກວ່າກີບ.

ໃນການຄົ້ນຫາ ຜູ້ສູນຫາຍ, ກໍໄດ້ຈັດຕັ້ງກັນເປັນ 2 ໜ່ວຍ ໂດຍໃນນີ້ໄດ້ທໍາການຂຸດຄົ້ນ ຕາມບໍລິເວນເຮືອນຖືກດິນຖົມ ແລະ ອີກທີມໜຶ່ງ ລຽບໄປຕາມຫ້ວຍນ້ຳທີ່ຄາດວ່າ ຈະໄຫຼໄປຄ້າງຢູ່ຈຸດໃດໜຶ່ງ; ເຊິ່ງຜ່ານການຄົ້ນຫາຈົນສຸດຄວາມສາມາດ ກໍບໍ່ອາດພົບເຫັນໄດ້ ຍ້ອນດິນທີ່ເຈື່ອນລົງມານັ້ນ ມີຄວາມສູງຊັນ, ລົງມາດ້ວຍຄວາມແຮງຈົນເຮັດໃຫ້ເຮືອນສອງຫຼັງນັ້ນ ເກືອບບໍ່ເຫຼືອຫຍັງເລີຍ, ສ່ວນທີ່ຍັງເຫັນ ກໍມີແຕ່ດິນທີ່ທັບຖົມ ແລະ ຊາກເຮືອນທີ່ຖືກດິນຕົມຖົມຢູ່ກັບທີ່ ເທົ່ານັ້ນ.

ເມື່ອບໍ່ພົບຊາກ ຜູ້ສູນຫາຍ, ທີມງານ ກໍໄດ້ຕາງໜ້າມອບເຄື່ອງຊ່ວຍເຫຼືອສຸກເສີນ ແລະ ເງິນໃນເບື້ອງຕົ້ນຈໍານວນໜຶ່ງ ມູນຄ່າປະມານ 1 ລ້ານກວ່າກີບ ເພື່ອເປັນຂວັນ ກໍາລັງໃຈໃຫ້ແກ່ຄອບຄົວ ຜູ້ໄດ້ຮັບຜົນກະທົບ.

ການເດີນທາງເຂົ້າຊ່ວຍເຫຼືອໃນຄັ້ງນີ້, ຍັງມີທີມງານທີ່ໄປສົມທົບອີກ ລວມແລ້ວປະມານ 60 ກວ່າຄົນ ຖືວ່າມີຄວາມຫຍຸ້ງຍາກລຳບາກຫຼາຍ ເຮັດໃຫ້ທີມງານປະສົບກັບ ບັນຫານາໆປະການ ແລະ ມີຜູ້ທີ່ຖືກເຫດຮ້າຍຫຼາຍຄົນ ເຊັ່ນວ່າ: ດິນເຈື່ອນທັບ ຈົນເຈັບໜັກ 1 ຄົນ, ພິກຂໍ້ຕີນ 1 ຄົນ ແລະ ຕີນມື ຖືກບາດເຈັບຫຼາຍຄົນ ແຕ່ວ່າ ທີມງານກໍມີຄວາມບຸກບືນສູ້ຊົນ ຈົນຮອດຈຸດໝາຍປາຍທາງ ຢ່າງປອດໄພ.