ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດການຈັດຕັ້ງ ຂັ້ນຫ້ອງ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ໃນວັນທີ 30 ກໍລະກົດ 2019; ໂດຍການເປັນກຽດເຂົ້າຮ່ວມຂອງ ພັທ ບຸນທັນ ທິບພະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ຕະຫຼອດພະນັກງານຫຼັກແຫຼ່ງ.

ການດຳເນີນກອງປະຊຸມກ່ອນການ ປະກາດການຈັດຕັ້ງ
ການດຳເນີນກອງປະຊຸມກ່ອນການ ປະກາດການຈັດຕັ້ງ

ພັຕ ແສນໄຊ ພົນອາສາ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 1322 ປກສ, ລົງວັນທີ 9 ກໍລະກົດ 2019 ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດພັກການຮັບອຸດໜູນບໍານານ ຈຳນວນ 1 ສະ ຫາຍຄື: ພັທ ບຸນຊ່ວງ ຈັນດາລາ ຮັກສາການ ຫົວໜ້າຫ້ອງການເມືອງ ປກສ ແຂວງ; ພ້ອມທັງຜ່ານຂໍ້ຕົກລົງວ່າດ້ວຍການໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ; ໃນນີ້, ໄດ້ແຕ່ງຕັ້ງ ພັທ ຄໍາສິນ ຜິວວັນນາ ອະດິີດຫົວໜ້າກອງ ບັນຊາການ ປກສ ເມືອງຫົງສາ ເປັນຫົວໜ້າຫ້ອງການເມືອງ (ຜູ້ໃໝ່).

ໂອກາດນີ້, ພັທ ບຸນທັນ ທິບພະວົງ ໄດ້ຕີລາຄາສູງຕໍ່ຜົນງານອັນພົ້ນເດັ່ນທີ່ສະຫາຍຮັກສາການ ຫົວໜ້າຫ້ອງການເມືອງ (ຜູ້ເກົ່າ) ໄດ້ສຸມທຸກສະຕິປັນຍາເຫື່ອແຮງ, ຄວາມຮູ້, ຄວາມສາມາດຂອງຕົນ ເອົາໃຈໃສ່ຊີ້ນໍາ-ບັນຊາເຫຼົ່າຮົບວິຊາສະເພາະຂົງເຂດວຽກງານການເມືອງ-ແນວຄິດໃນທົ່ວກໍາລັງດ້ວຍຄວາມຮັບຜິບຊອບສູງ ແລະ ປະສົບຜົນສໍາເລັດເປັນກ້າວໆ; ເຮັດໃຫ້ທົ່ວກໍາລັງມີຄວາມເຕີບໃຫຍ່ເຂັ້ມແຂງ, ກາຍເປັນກໍາລັງຫຼັກແຫຼ່ງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນຂອງຕົນ. ພ້ອມນີ້, ຍັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ ຈົ່ງເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ; ຍົກສູງຄວາມຮູ້, ຄວາມສາມາດໃນການຊີ້ນໍາບັນຊາໃຫ້ໜັກແໜ້ນ, ເຂັ້ມແຂງ, ສ້າງຄວາມເປັນແບບຢ່າງໃນທຸກ ຂົງເຂດວຽກງານຕັ້ງໜ້າປັບປຸງກໍ່ສ້າງກໍາລັງໃຫ້ໂປ່ງໃສ, ໜັກແໜ້ນ, ເຂັ້ມແຂງ ພ້ອມກັນບຸກບືນກ້າວຂຶ້ນເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າທີ່ການຈັດຕັ້ງ ພັກ-ລັດມອບໝາຍ.