ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຮາກຖານສະຫະພັນ ກຳມະບານແຂວງອຸດົມໄຊ

0
325
ຄະນະປະທານກອງປະຊຸມໃຫຍ່ ຄັ້ງທີ IX ຮາກຖານສະຫະພັນ ກຳມະບານແຂວງອຸດົມໄຊ
ຄະນະປະທານກອງປະຊຸມໃຫຍ່ ຄັ້ງທີ IX ຮາກຖານສະຫະພັນ ກຳມະບານແຂວງອຸດົມໄຊ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຮາກຖານສະຫະພັນ ກຳມະບານແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 31 ກໍລະກົດຜ່ານມາ, ເຂົ້າຮ່ວມມີ ສະຫາຍ ໄຊພອນ ຖົມປະດິດ ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງອຸດົມໄຊ, ສະຫາຍ ສົມສັກ ຄຳລ້ານ ຄະນະໜ່ວຍພັກຮາກຖານ ຮອງປະທານສະຫະພັນກຳມະບານແຂວງອຸດົມໄຊ; ມີບັນດາແຂກຮັບເຊີນ ແລະ ສະມາຊິກສະຫະພັນກຳມະບານ ອ້ອມຂ້າງເເຂວງເຂົ້າຮ່ວມ.

ສະຫາຍ ຄຳກອງ ວົງຄິລີ ປະທານຮາກຖານສະຫະພັນກຳມະບານແຂວງອຸດົມໄຊ ໄດ້ຜ່ານບົດລາຍງານການເມືອງໃນການຈັດຕັ້ງປະຕິບັດໃນໄລຍະ 3 ປີ ຜ່ານມາວ່າ: ຄະນະຮາກຖານກຳມະບານ ແຂວງອຸດົມໄຊ ໄດ້ເອົາໃຈໃສ່ຊີ້ນຳ-ນຳ ພາສະມາຊິກເຄື່ອນໄຫວວຽກງານກຳມະບານຂອງຕົນຕາມພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງເປັນປົກກະຕິ; ໂດຍໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ໃນໄລຍະຜ່ານມາ ແລະ ອັນພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ; ເຊິ່ງໄດ້ສະແດງອອກໃຫ້ເຫັນວ່າມີບຸກຄົນດີເດັ່ນໄດ້ຮັບການຍ້ອງຍໍ ຈຳນວນ 12 ສະຫາຍ ຍິງ 5 ສະຫາຍ ແລະ ໄດ້ປະກາດ ຢັ້ງຢືນຮັບຮອງເປັນຮາກຖານ 5 ເປັນ ເຈົ້າສະໄໝທີ I ປະຈຳປີ 2015-2019 ຕື່ມອີກ; ພ້ອມນັ້ນ, ຍັງໄດ້ປ່ອນບັດເລືອກເອົາຄະນະຮາກຖານກຳມະບານຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ; ໃນນີ້, ເລືອກໄດ້ ສະຫາຍ ນາງ ຈັນເພັງ ປັນຍາສິດ ເປັນປະທານ, ສະຫາຍ ລີວົງ ເທີບມີໄຊ ເປັນຮອງປະທານ ແລະ ສະຫາຍ ກາຍະສິດ ຢ່າງເປັນຄະ ນະສະຫະພັນຮາກຖານກຳມະບານແຂວງອຸດົມໄຊ.

ສະມາຊິກກຳມະບານແຂວງອຸດົມໄຊ ທີ່ໄດ້ຮັບໃບຍ້ອງຍໍຈາກການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ
ສະມາຊິກກຳມະບານແຂວງອຸດົມໄຊ ທີ່ໄດ້ຮັບໃບຍ້ອງຍໍຈາກການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ

ໂອກາດດຽວກັນ, ສະຫາຍ ໄຊພອນ ຖົມປະດິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະຊຸດເກົ່າຍາດມາໄດ້ໄລຍະ 3 ປີຜ່ານມາ, ພ້ອມທັງຍົກໃຫ້ເຫັນພາລະບົດບາດຄວາມສຳຄັນຂອງກຳມະບານລາວ ແລະ ໃຫ້ທິດຊີ້ນຳຕໍ່ຄະນະຊຸດໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບສູງຕໍ່ວຽກງານກຳມະບານໃນໄລຍະໃໝ່ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງໃນການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ແລະ ເຮັດໜ້າທີ່ເປັນຕົວແທນແຫ່ງການປົກປ້ອງສິດ-ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນຜູ້ອອກແຮງງານລາວບັນດາເຜົ່າໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ມີຜົນສຳເລັດໃນຕໍ່ໜ້າ.

ສະມາຊິກ ກຳມະບານແຂວງອຸດົມໄຊ ຮ່ວມຖ່າຍຮູບເປັນທີ່ລະນຶກ
ສະມາຊິກ ກຳມະບານແຂວງອຸດົມໄຊ ຮ່ວມຖ່າຍຮູບເປັນທີ່ລະນຶກ