ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກພະແນກພະລາທິການ

0
2273

ໜ່ວຍພັກພະແນກພະລາທິການ ກອງບັນຊາການທະຫານ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂຶ້ນໃນວັນທີ 1 ສິງຫາ 2019 ໂດຍມີ ສະຫາຍ ດວງເດືອນ ວົງນາລາດ ຄະນະພັກ-ຫົວໜ້າຫ້ອງຄະນະໂຄສະນາອົບຮົມເມືອງ ແລະ ສະຫາຍ ພັທ ບຸນທໍາ ເດື່ອທົ່ງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ພັຕ ອຳພອນ ທໍາມະວົງໄຊ ເລຂາໜ່ວຍພັກພະແນກ ພະລາທິການ ກອງບັນຊາການທະຫານເມືອງສີສັດຕະນາກ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໂດຍຍົກໃຫ້ເຫັນວ່າ:

ສະຫາຍ ພັຕ ອຳພອນ ທໍາມະວົງໄຊ
ສະຫາຍ ພັຕ ອຳພອນ ທໍາມະວົງໄຊ

ໃນໄລຍະ 3 ປີ ຜ່ານມາ, ຄະນະໜ່ວຍພັກພະແນກພະລາທິການ ໄດ້ນໍາພາສະມາຊິກປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າ; ເປັນຕົ້ນແມ່ນວຽກງານການເງິນ ແມ່ນໄດ້ເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍ ແມ່ນມີ ຄວາມຖືກຕ້ອງໂປ່ງໃສ, ຖືກຕາມຫຼັກການ-ການເງິນວາງອອກ; ຄຸ້ມຄອງລະບອບອັດຕາເຄື່ອງນຸ່ງຫົ່ມ, ເຂົ້າກິນ ແລະ ເຄື່ອງໃຊ້ເຮືອນຄົວ ພ້ອມທັງປົກປັກຮັກສາວັດຖຸຕ່າງໆ ບໍ່ໃຫ້ຕົກເຮ່ຍເສຍຫາຍ ສະແດງອອກໃນຜົນງານຕົວຈິງ ຄື: ສາມາດຮັບເຄື່ອງຈາກຂັ້ນເທິງ 360 ຊຸດ; ຮັບເຂົ້າອັດຕາ 68.448 ກິ ໂລກຼາມ; ເອົາໃຈໃສ່ຄຸ້ມຄອງ ແລະ ບົວລະບັດຜັດເຊັດອາວຸດກະສຸນໃຫ້ມີຄວາມຮັບປະກັນການຊົມໃຊ້ ແລະ ກຽມພ້ອມສູ້ຮົບໄດ້,ໄດ້ຊີ້ນໍາຂະແໜງເຊືື້ອໄຟ, ຄຸ້ມຄອງອັດຕານໍ້າມັນທີ່ຂັ້ນເທິງເບີກຈ່າຍໃຫ້ ແລະ ນໍາໃຊ້ຖືກເປົ້າໝາຍ; ໃນນັ້ນ, ໄດ້ຮັບອັດຕານໍ້າມັນຈາກຂັ້ນເທິງ (ກາຊວນ 1.190 ລິດ) ແລະ ແອັດຊັງ 175 ລິດ ແລະ ວຽກງານ ອື່ນໆ.

ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກພະແນກພະລາທິການ
ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກພະແນກພະລາທິການ

ທິດທາງແຜນການໃນ 5 ປີຕໍ່ໜ້າ, ຄະນະພັກ-ຄະນະບັນຊາ ຈະສືບຕໍ່ຊີ້ນໍາພະນັກງານການເງິນເອົາໃຈໃສ່ຄຸ້ມຄອງ ລາຍຮັບ-ລາຍຈ່າຍ ປະຕິບັດຕາມຫຼັກການ-ການເງິນ ຂັ້ນເທິງວາງອອກ, ຄຸ້ມຄອງລະບອບອັດຕາເຂົ້າກິນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ເຮືອນຄົວ, ຄຸ້ມຄອງອັດ ຕານ້ໍາມັນ, ການຮັບ-ຈ່າຍ ຕ້ອງປະຕິບັດຕາມຄໍາສັ່ງຂອງຜູ້ບັນຊາ, ຄຸ້ມຄອງອາວຸດກະສຸນໃຫ້ດີ, ເອົາໃຈໃສ່ກວດກາບົວລະບັດຜັດເຊັດ ໃຫ້ມີຄວາມຮັບປະກັນໃນການ ກຽມພ້ອມສູ້ຮົບ ແລະ ເອົາໃຈໃສ່ຄຸ້ມຄອງວັດຖຸສິ່ງຂອງສ່ວນລວມ, ຄຸ້ມຄອງໄຟຟ້າ, ນ້ໍາປະປາຢ່າງປະຢັດ ຖືເອົາວຽກງານກໍ່ສ້າງສ້ອມແປງເປັນບັນຫາສໍາຄັນ ຮັບປະກັນການຊົມໃຊ້ໄດ້ຍາວນານ.

 ພິທີປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່
ພິທີປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່

ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່; ເຊິ່ງມີຜູ້ລົງສະໝັກທັງໝົດ 5 ສະຫາຍ, ເລືອກເອົາ 3 ສະຫາຍ ໄດ້ແກ່ ພັຕ ອໍາພອນ ທໍາມະວົງໄຊ ເປັນເລຂາ, ຮອ ສົມພອນ ແກ້ວອຸດົມ ເປັນຮອງ ແລະ ພັຕ ນາງ ຈິງສີ ແສນຄໍາ ເປັນປະທານກວດກາ.