ກອງປະຊຸມສຳມະນາພົບປະແລກປ່ຽນບົດຮຽນ ລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ຄັ້ງທີ 10 ໄດ້ຈັດຂຶ້ນໃນທ້າຍເດືອນກໍລະກົດທີ່ຜ່ານມາ ທີ່ແຂວງຊຽງຂວາງ ເພື່ອເປັນການປະຕິບັດຕາມບົດບັນທຶກການຮ່ວມມືລະຫວ່າງສອງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ວ່າດ້ວຍການດຳເນີນການແລກປ່ຽນຄະນະ ເພື່ອຄົ້ນຄວ້າ, ແລກປ່ຽນບົດຮຽນ, ປະສົບການເຊິ່ງກັນແລະກັນ ຂອງສອງຫ້ອງວ່າການສະພາແຫ່ງຊາດ; ໂດຍການເປັນປະທານຮ່ວມຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ແລະ ສະຫາຍ ຫງວຽນ ແຮ່ງ ຟຸກ ກໍາມະການສູນກາງພັກຄອມມູນິດຫວຽດນາມ ຄະນະປະຈໍາສະພາ ແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ສສ ຫວຽດນາມ; ມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາຄະນະເລຂາທິການ ສະພາແຫ່ງຊາດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຄະນະປະທານຮ່ວມກອງປະຊຸມ ສຳມະນາພົບປະແລກປ່ຽນບົດຮຽນ  ສອງສະພາແຫ່ງຊາດ ລາວ-ຫວຽດນາມ ຄັ້ງທີ 10
ຄະນະປະທານຮ່ວມກອງປະຊຸມ ສຳມະນາພົບປະແລກປ່ຽນບົດຮຽນ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ຄັ້ງທີ 10

ໃນກອງປະຊຸມ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ການພົບປະ ແລະ ແລກປ່ຽນບົດຮຽນຂອງສອງຫ້ອງວ່າການສະພາແຫ່ງຊາດລາວ-ຫວຽດນາມຄັ້ງນີ້; ເປັນການປະກອບສ່ວນອັນໜຶ່ງໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ກວ້າງສູ່ລວງເລິກ ແລະ ເກີດຜົນຢ່າງແທ້ຈິງ ທັງເປັນການສືບຕໍ່ຈັດຕັ້ງປະຕິບັດຜົນສຳເລັດຂອງກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນຂອງສອງຫ້ອງວ່າການສະພາແຫ່ງຊາດ; ພ້ອມນັ້ນ, ກໍເປັນການປູກຝັງມູນເຊື້ອແຫ່ງຄວາມສາມັກຄີຮັກແພງລະຫວ່າງລາວ-ຫວຽດນາມ ໃຫ້ແກ່ພະນັກງານວິຊາການຮຸ່ນສືບທອດ ເຮັດໃຫ້ເຂົາເຈົ້າໄດ້ມີໂອການພົບປະລຶ້ງເຄີຍ ແລະ ເຄື່ອນໄຫວກິດຈະກໍາດ້ານກິລາ, ສິລະປະ-ວັນ ນະຄະດີ ແລະ ການທ່ອງທ່ຽວຮ່ວມກັນອັນເປັນການສ້າງພື້ນຖານທີ່ແໜ້ນແກ່ນໃນດ້ານຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ສາຍພົວພັນອັນພິເສດທີ່ສຸດລະຫວ່າງສອງປະເທດລາວ-ຫວຽດນາມ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງບົດລາຍງານກ່ຽວກັບສະພາບຈຸດພິເສດ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຈາກເຈົ້້າແຂວງໆຊຽງຂວາງ; ຄຳເຫັນຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ຕໍ່ກອງປະຊຸມດັ່ງກ່າວ ເຊິ່ງທ່ານໄດ້ກ່າວວ່າ: ການດໍາເນີນກອງ ປະຊຸມພົບປະ ແລະ ແລກປ່ຽນບົດຮຽນຂອງສອງຫ້ອງວ່າການສະພາແຫ່ງຊາດ ລາວ-ຫວຽດນາມ ເນື້ອແທ້ມັນແມ່ນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດລາວ-ຫວຽດນາມ ທີ່ເປັນມໍລະດົກອັນປະເສີດ, ມີຄວາມລໍ້າຄ່າ ແລະ ມີໜຶ່ງດຽວໃນໂລກ; ເຊິ່ງການນໍາທີ່ແສນເຄົາລົບຮັກຂອງສອງປະເທດພວກເຮົາໄດ້ສ້າງໄວ້ ແລະ ໄດ້ຮັບການເພີ່ມພູນຄູນສ້າງ, ທະນຸບໍາລຸງຈາກປະຊາຊົນສອງຊາດລາວ-ຫວຽດນາມ ແຕ່ລະຮຸ່ນສືບທອດຕໍ່ມາຈົນເຖິງປັດຈຸບັນ, ພວກເຮົາກໍມີຄວາມເອກອ້າງທະນົງໃຈ ແລະ ມີໜ້າທີ່ປົກປັກຮັກສາໄວ້ໃຫ້ຄົນໃນຮຸ່ນຕໍ່ໆໄປ.

 ສະຫາຍ ນາງ ສີໃສ ລືເດດມູນສອນ
ສະຫາຍ ນາງ ສີໃສ ລືເດດມູນສອນ

ພ້ອມນັ້ນ, ຍັງໄດ້ແລກປ່ຽນບົດຮຽນກັນໃນຫົວຂໍ້ບົດບາດຂອງຫ້ອງວ່າການສະພາແຫ່ງຊາດ ໃນການເປັນເສນາທິການໃຫ້ແກ່ຄະນະປະຈຳກ່ຽວກັບການຍົກສູງຄຸນນະພາບໃນການກະກຽມກອງປະຊຸມສະພາແຫ່ງຊາດ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ບົດບາດການ ເປັນເສນາທິການຂອງຫ້ອງວ່າການສະພາແຫ່ງຊາດ ໃນການປ່ຽນແປງໃໝ່ ເພື່ອຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດ, ບົດບາດຂອງຫ້ອງວ່າການສະພາແຫ່ງຊາດ ໃນການເປັນເສນາທິການໃຫ້ແກ່ຄະນະປະຈຳ ກ່ຽວກັບການຍົກສູງຄຸນນະພາບການປະຕິບັດໜ້າທີ່ດ້ານນິຕິບັນຍັດການຕິດຕາມກວດກາ ການຕົກລົງບັນຫາສຳຄັນຕ່າງໆ ຂອງ ສະພາແຫ່ງຊາດລາວ, ການປະຕິບັດການ ເປັນເສນາທິການຊ່ວຍວຽກໃຫ້ແກ່ສະພາຊົນເຜົ່າ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດຫວຽດນາມ, ບົດຮຽນການຄຸ້ມຄອງບັນດາຫ້ອງການ ແລະອື່ນໆຂອງສະພາແຫ່ງຊາດ.