ວັນທີ 1 ສິງຫາ 2019 ຫ້ອງການສາທາລະນະສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງເຜີຍແຜ່ວຽກງານຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍໃນລະດູຝົນ ທີ່ບ້ານ ໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ກາວລີ ລີໄຊຕູ້ ນາຍບ້ານໆໜອງສອງຫ້ອງ, ພະນັກງານວິຊາການ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ທ່ານ ດຣ ເຈັງເຮີ ໄຊເລັຍວື
ທ່ານ ດຣ ເຈັງເຮີ ໄຊເລັຍວື

ທ່ານ ດຣ ເຈັງເຮີ ໄຊເລັຍວື ຫົວໜ້າຫ້ອງການສາທາລະນະສຸກ ເມືອງໄຊທານີ ກ່າວວ່າ:

ການລົງເຜີຍແຜ່ວຽກງານດັ່ງກ່າວ ກໍເພື່ອ ເປັນການໂຄສະນາ, ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍທີ່ເກີດໃນລະດູຝົນ; ໂດຍການທໍາລາຍແຫຼ່ງເພາະພັນຂອງໜອນນໍ້າຍຸງລາຍ, ໂຄສະນາສຸຂະສຶກສາ ແລະ ໃຫ້ຄວາມຮູ້ທາງດ້ານວິທີການປ້ອງກັນຕົນເອງ ເພື່ອບໍ່ໃຫ້ຕິດເຊື້ອພະຍາດໄຂ້ຍຸງລາຍ ແລະ ບໍ່ໃຫ້ມີການເສຍຊີວິດຂອງ ປະຊາຊົນ, ທັງນີ້ກໍເປັນການປຸກລະດົມການມີສ່ວນຮ່ວມກັນລະຫວ່າງອໍານາດການປົກຄອງທ້ອງຖິ່ນ, ນາຍບ້ານ ແລະ ປະຊາຊົນພາຍໃນບ້ານ ໃຫ້ມີສ່ວນຮ່ວມໃນການທໍາລາຍແຫຼ່ງເພາະພັນຂອງໜອນນໍ້າຍຸງລາຍ.

ເຜີຍແຜ່ວຽກງານຕ້ານ ແລະ ສະກັດກັ້ນ ການລະບາດຂອງພະຍາດໄຂ້ຍຸງ
ເຜີຍແຜ່ວຽກງານຕ້ານ ແລະ ສະກັດກັ້ນ ການລະບາດຂອງພະຍາດໄຂ້ຍຸງ

ທ່ານຫົວໜ້າຫ້ອງການ ສາທາລະນະສຸກ ຍັງໄດ້ຮຽກຮ້ອງມາຍັງ ພໍ່-ແມ່ປະຊາຊົນຕື່ມອີກວ່າ: ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຄໍາຂວັນ 5 ປ ໃຫ້ໄດ້ຢ່າງເຂັ້ມງວດ ເພື່ອຕ້ານ ແລະ ສະກັດກັ້ນພະຍາດດັ່ງ ກ່າວຄື:

  • ປ ທີ 1 ປິດຝາພາຊະນະ ທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່.
  • ປ ທີ 2 ປ່ຽນນໍ້າ ແລະ ຜັດຖູພາຊະນະ ເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້ ແລະ ຖາດຮອງຈອກນໍ້າ.
  • ປ ທີ 3 ປ່ອຍປາຫາງນົກຍຸງ ເພື່ອກິນໜອນນໍ້າ.
  • ປ ທີ 4 ປັງປຸງບໍ່ໃຫ້ມີນ້ຳ ຂັງກະໂປະ, ກະປ໋ອງ, ຮາງລິນ ແລະ ຢາງຕີນລົດເກົ່າ.
  • ປ ທີ 5 ປະ ຕິບັດເປັນປະຈໍາທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ແລະ ສຸກສາລາໃກ້ບ້ານທ່ານ.