ກົມທາງລົດໄຟ ກະຊວງໂຍທາທິ ການ ແລະ ຂົນສົ່ງ ໄດ້ເປີດແລ່ນລົດໄຟຂົນສົ່ງສິນຄ້າຜ່ານແດນ ລະຫວ່າງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຂຶ້ນຢ່າງເປັນທາງການ ໃນວັນທີ 1 ສິງຫາ 2019 ຢູ່ທີ່ລານຕູ້ສິນຄ້າທ່ານາ ແລ້ງ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການຂົນສົ່ງສິນຄ້າລະຫວ່າງລາວ-ໄທ ຜ່ານຂົວມິດຕະພາບລາວ-ໄທ 1 ມີຄວມວ່ອງໄວ ແລະ ສະດວກສະບາຍ ດີຂຶ້ນກວ່າເກົ່າ; ເຂົ້າຮ່ວມໂດຍ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ, ມີພາກສ່ວນທີ່ກ່ຽວຂອງຈາກລາວ-ໄທ ເຂົ້າຮ່ວມ.

ເປີດແລ່ນລົດໄຟຂົນສົ່ງສິນຄ້າຜ່ານແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 1
ເປີດແລ່ນລົດໄຟຂົນສົ່ງສິນຄ້າຜ່ານແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 1

ທ່ານ ແສງທະວີໄຊ ມະນີວັນ ຫົວໜ້າກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ:

ນັບແຕ່ມື້ນີ້ເປັນຕົ້ນໄປ ສະຖານີລົດໄຟທ່ານາແລ້ງ ຈະມີການຂົນສົ່ງສິນຄ້າລະຫວ່າງ ລາວ-ໄທ ດ້ວຍລົດໄຟ; ເຊິ່ງການຂົນສົ່ງສິນຄ້າຈະມີທັງໝົດ 2 ຖ້ຽວຕໍ່ວັນ, ຖ້ຽວໜຶ່ງຈະສາມາດຂົນສິນຄ້າທັງໝົດ 10 ຕູ້ຄອນເທັນເນີ ນໍາໜັກຂອງສິນຄ້າບໍ່ໃຫ້ເກີນ 15 ໂຕນຕໍ່ເພົາ ກ່ອນທີ່ຈະສາມາດເປີດແລ່ນລົດໄຟຂົນສົ່ງສິນຄ້າ ລະຫວ່າງລາວ-ໄທ ໄດ້ສອງກະຊວງ ລາວ-ໄທ ໃຫ້ການສະໜັບສະໜູນໃນການກໍ່ສ້າງໂຄງການກໍ່ສ້າງເຊື່ອມຕໍ່ທາງລົດລາວ-ໄທ ໄລຍະທີ 1 ໂດຍໄດ້ຮັບ ເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈາກອົງການເນດາ ປະທດໄທ ໃນມູນຄ່າ 197 ລ້ານບາດ, ໄດ້ສໍາເລັດການກໍ່ສ້າງທາງລົດໄຟ ມີຄວາມຍາວ 3.5 ກິໂລແມັດ ໃນທ້າຍປີ 2008 ແລະ ເປີດການນຳໃຊ້ຕົ້ນປີ 2009, ໂດຍປະຕິບັດຕາມສັນຍາຮ່ວມແລ່ນລົດໄຟ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ຣາຊະອານາຈັກໄທ ທີ່ໄດ້ເຊັນສັນຍາຮ່ວມກັນໃນວັນທີ 30 ມີນາ 2008; ໃນເບື້ອງຕົ້ນພວກເຮົາໄດ້ດຳເນີນການບໍລິການແລ່ນລົດໄຟຂົນສົ່ງໂດຍສານ ແຕ່ສະຖານີທ່ານາແລ້ງ ຫາສະຖານີ ໜອງຄາຍ ມີຄວາມຍາວປະມານ 6 ກິ ໂລແມັດ; ເຊິ່ງມີຜູ້ໂດຍສານໃຊ້ບໍລິການສະເລ່ຍ 35.000 ຄົນຕໍ່ປີມີ 2 ຖ້ຽວຕໍ່ມື້ ເຊິ່ງແມ່ນການຂົນສົ່ງທີ່ເປັນທາງເລືອກໜຶ່ງໃຫ້ພໍ່-ແມ່ປະຊາຊົນສອງຝາກຝັ່ງ ແລະ ນັກທ່ອງທ່ຽວໄປ-ມາໄດ້ສະດວກດີຍິ່ງຂຶ້ນ.

ເປີດແລ່ນລົດໄຟຂົນສົ່ງສິນຄ້າຜ່ານແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 1
ເປີດແລ່ນລົດໄຟຂົນສົ່ງສິນຄ້າຜ່ານແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 1

ໃນເດືອນມິຖຸນາ 2012 ໄດ້ເຊັນສັນຍາເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການເນດາ ປະເທດໄທ ເພື່ອສືບຕໍ່ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ 2 ໃນມູນຄ່າທັງໝົດ 1.650 ລ້ານບາດ ດ້ວຍເງິນກູ້ຢືມ 70% ແລະ ຊ່ວຍເຫຼືອລ້າ 30% ເຊິ່ງໄດ້ແບ່ງເປັນສອງຕອນທາງ ຄື: ໂຄງການກໍ່ສ້າງທາງລົດໄຟລາວ-ໄທ ໄລຍະ 2 ຕອນທີ 1 ໄດ້ຈັດຕັ້ງປະຕິບັດການກໍ່ສ້າງແຕ່ເດືອນ ມີນາ 2013 ແລະ ສຳເລັດໃນເດືອນ ກັນຍາ 2015 ເຊິ່ງປະກອບມີ ລານຕູ້ ສິ້ນຄ້າ (CY), ຫ້ອງການ , ສາງໃນຮົ່ມ, ທາງລົດໄຟເຂົ້າຫາລານຕູ້ສິ້ນຄ້າລາງຫຼີກລະບົບໂທລະຄົມມະນາຄົມ ແລະ ສິ່ງ ອໍານວຍຄວາມສະດວກຕ່າງໆ ໃນມູນ ຄ່າ 655 ລ້ານບາດ; ໂຄງການກໍ່ສ້າງທາງ ລົດໄຟລາວ-ໄທ ໄລຍະ 2 ຕອນທີ 2 ແມ່ນຈະສືບຕໍ່ກໍ່ສ້າງທາງລົດໄຟແຕ່ທ່າ ນາແລ້ງ ຫາ ສະຖານີວຽງຈັນ ບ້ານຄຳ ສະຫວາດ ຍາວ 7.5 ກິໂລແມັດ; ເຊິ່ງໄດ້ ເຊັນສັນຍາກໍ່ສ້າງໃນວັນທີ 28 ມິຖຸນາ 2019 ແລະ ຈະເລີ່ມການກໍ່ສ້າງໃນ ເດືອນຕຸລາ 2019 ແລະ ຈະສໍາເລັດ ໃນເດືອນທັນວາ 2021 ເພື່ອສືບຕໍ່ການນຳໃຊ້ລານຕູ້ສິ້ນຄ້າໃຫ້ຖືກຕ້ອງຕາມ ຈຸດປະສົງ ແລະ ເປົ້າໝາຍຢ່າງມີປະສິດທິຜົນ.

ເປີດແລ່ນລົດໄຟຂົນສົ່ງສິນຄ້າຜ່ານແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 1
ເປີດແລ່ນລົດໄຟຂົນສົ່ງສິນຄ້າຜ່ານແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 1

ໃນວັນທີ 8 ພຶດສະພາ 2018 ໄດ້ມີການເຊັນບົດບັນທຶກການຈັດຫາດ້ານເຕັກນິກ ລະຫວ່າງການລົດໄຟ ແຫ່ງປະເທດໄທ ເພື່ອກະກຽມໃຫ້ແກ່ການຂົນສົ່ງສິນຄ້າທາງລົດໄຟຕາມສັນຍາທີ່ສອງລັດຖະບານ ລາວ ແລະ ໄທ ໄດ້ເຊັນສັນຍາຮ່ວມກັນໄວນັ້ນ; ເຊິ່ງໄລຍະຜ່ານມາ ກົມທາງລົດໄຟ ແລະ ການລົດໄຟແຫ່ງປະເທດໄທ ກໍໄດ້ປະສານ ສົມທົບຢ່າງໃກ້ຊິດ ເພື່ອຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ ທັງສອງປະເທດ ເພື່ອແກ້ໄຂບັນຫາຊ່ວຍເຫຼືອອໍານວຍຄວາມສະດວກໃຫ້ຂະບວນລົດໄຟຂົນສົ່ງສິນຄ້າສາມາດແລ່ນ ແລະ ຂົນສົ່ງສິນຄ້າໄດ້; ການຂົນສົ່ງສິນຄ້າລະຫວ່າງລາວ-ໄທ ຍັງຈະເປັນພື້ນຖານທີ່ດີໃຫ້ແກ່ການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ແລະ ໄທ-ຈີນ ທີ່ຈະເຊື່ອມຕໍ່ກັນໃນອະນາຄົດ.