The emergency services arrived in force at Tate Modern art gallery in central London, after the boy’s fall
The emergency services arrived in force at Tate Modern art gallery in central London, after the boy’s fall

ສຳນັກຂ່າວ BBC ລາຍງານ ໃນວັນທີ 5 ສິງຫາ ທີ່ຜ່ານມາ ວ່າ:

ເຈົ້າໜ້າທີ່ຕຳຫຼວດ ອັງກິດ ນຳກຳລັເຂົ້າຈັບກຸມໄວລຸ້ນຊາຍ ອາຍຸ 17 ປີ ຜູ້ຖືກສົງໄສ ພະຍາຍາມຄາດຕະກຳ ຈາກເຫດໂຍນເດັກອາຍຸ 6 ປີ ລົງຈາກຊັ້ນ 10 ຂອງ ພິພິທະພັນເທດໂມເດິນ ພິພິທະພັນສິລະປະຮ່ວມສະໄໝຊື່ດັງ ໃນນະຄອນຫຼວງລອນດອນ ໃນເວລາ 14:45 ໂມງ ຂອງວັນທີ 4 ສິງຫາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ.

ທັ້ງນີ້, ເດັກຊາຍດັ່ງກ່າວ ຕົກລົງມາກະທົບກັບສ່ວນຫຼັງຄາຂອງ ຊັ້ນທີ 5  ໄດ້ຮັດບາດເຈັບສາຫັດ ເຈົ້າໜ້າທີ່ ຕ້ອງນຳຕົວຂຶ້ນເຮຣິກົບແຕສຸກເສີນ ສົ່ງໄປໂຮງໝໍ.

A six-year-old boy was thrown five floors from the 10th floor of the Tate Modern art gallery, police said. He landed on a fifth floor roof and was taken to hospital by air ambulance
A six-year-old boy was thrown five floors from the 10th floor of the Tate Modern art gallery, police said. He landed on a fifth floor roof and was taken to hospital by air ambulance

ທາງດ້ານ ໂຄສົກ ເຈົ້າໜ້າທີ່ຕຳຫຼວດ ລະບຸວ່າ:

ຍັງບໍ່ມີຂໍ້ມູນທີ່ເຊື່ອມໂຍມ ລະຫວ່າງ ຜູ້ເຄາະຮ້າຍ ກັບ ຜູ້ຖືກສົງໄສ ແລະ ທາງເຈົ້າໜ້າທີ່ຕຳຫຼວດ ກຳລັງເລັ່ງສືບສວນ-ສອບສວນ ຜູ້ກ່ຽວ ເພື່ອຫາແຮງຈູງໃຈ ໃນການກໍ່ເຫດຄັ້ງນີ້.