Hamburg’s customs office has seized 4.5 tonnes of cocaine worth 1 billion euros in what is Germany’s biggest ever drugs haul
Hamburg’s customs office has seized 4.5 tonnes of cocaine worth 1 billion euros in what is Germany’s biggest ever drugs haul

ສຳນັກຂ່າວ ເດລີເມວ ລາຍງານໃນທ້າຍອາທິດ ທີ່ຜ່ານມາ ວ່າ:

ໜ່ວຍງານພາສີອາກອນ ເມືອງຮຳບູກ ທາງພາກເໜືອຂອງເຢຍລະມັນ ຖະແຫຼງວ່າ: ເຈົ້າໜ້າທີ່ ບຸກຢຶດ ໂຄເຄນ ຈຳນວນ 4.200 ຫໍ່, ນໍ້າໜັກລວມ 4,5 ໂຕນ, ມູນຄ່າສູງເຖິງ 1.000 ລ້ານເອີໂຣ ຍັດໃສ່ກະເປົາກິລາ 221 ກະເປົາ ແລະ ຊຸກເຊື່ອງໃນຕູ້ຄອນເທນເນີສິນຄ້າ ເຊິ່ງອ້າງວ່າບັນທຸກແກ່ນຖົ່ວເຫຼືອງ ຈາກນະຄອນຫຼວງມອນເຕວິເດໂອ ປະເທດອຸຣຸໄກວ ແລະ ກຳລັງສົ່ງໄປຍັງ ເມືອງແອນເວີບ ປະເທດແບນຊິກ.

ການບຸກຢຶດຄັ້ງນີ້ ຖືເປັນການຈັບຢອກ ໂຄເຄນ ໃນຄັ້ງດຽວທີ່ຫຼາຍທີ່ສຸດ ເປັນປະຫວັດສາດຂອງເຢຍລະມັນ ແລະ ຫຼາຍກວ່າ ໂຄເຄນ ລັອກໃຫຍ່ນໍ້າໜັກ 3,8 ໂຕນ ທີ່ຢຶດໄດ້ ໃນເມືອງຮຳບູກ ເຊັ່ນກັນ ໃນປີ 2017 ທີ່ຜ່ານມາ.

It was supposed to be loaded with soybeans but authorities instead found bags containing 4,200 packets of cocaine
It was supposed to be loaded with soybeans but authorities instead found bags containing 4,200 packets of cocaine

ຂະນະດຽວກັນ, ສຳນັກງານໄອຍະການ ເມືອງຮຳບູກ ກ່າວວ່າ:

ກຳລັງເລັ່ງສືບສວນ-ສອບສວນ ວ່າ ໂຄເຄນທັງໝົດນີ້ ສົ່ງໄປໃຫ້ໃຜທີ່ປາຍທາງ ໃນແບນຊິກ ແລະ ຈະປະສານງານເພື່ອດຳເນີນການຢັບຢັ້ງ ການລັກລອບຄ້າຢາເສບຕິດຂ້າມຊາດ.

The container had come from the Uruguayan capital Montevideo and was bound for Antwerp in Belgium
The container had come from the Uruguayan capital Montevideo and was bound for Antwerp in Belgium