ປາບປາມ ກຸ່ມລັກລອບຜະລິດເງິນປອມ ລາຍໃຫຍ່
ປາບປາມ ກຸ່ມລັກລອບຜະລິດເງິນປອມ ລາຍໃຫຍ່

ພຽງກວດພົບການນຳໃຊ້ ເງິນປອມ ໃບລະ 500.000 ດົ່ງ ຈຳນວນ 2 ໃບ ທີ່ພວກກ່ຽວນຳມາໃຊ້ຈ່າຍຜ່ານ ການສັ່ງຊື້ເຄື່ອງອອນລາຍ, ແຕ່ຍ້ອນຄວາມເອົາໃຈໃສ່ຕິດຕາມ ແລະ ນຳຮອຍ ກຸ່ມລັກລອບຜະລິດເງິນປອມ ຢ່າງຈິງຈັງ ຂອງ ເຈົ້າໜ້າທີ່ ຕຳຫຼວດແຂວງດັກນົ້ງ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນ ກຳລັງຕຳຫຼວດສືບສວນ – ສອບສວນ ແລະ ກຳລັງຕຳຫຼວດວິຊາສະເພາະ ເມືອງດັກລັອງ ເຊິ່ງໄດ້ມີການປະສານສົມທົບກັບ ກຳລັງຕຳຫຼວດວິຊາສະເພາະ ກະຊວງຕຳຫຼວດ ແລະ ກອງບັນຊາການຕຳຫຼວດ ບັນດາແຂວງອ້ອມຂ້າງ ຈຶ່ງສາ ມາດເຂົ້າເຖິງ ກຸ່ມລັກລອບຜະລິດເງິນປອມ ກຸ່ມນີ້ ທີ່ມີຂະໜາດໃຫຍ່ໄດ້ສຳເລັດ ແລະ ຮັບປະກັນໄດ້ຄວາມປອດໄພ.

ເຈົ້າໜ້າທີ່ຕຳຫຼວດ ສສ ຫວຽດນາມ ມ້າງ ຂະບວນການຜະລິດເງິນປອມ ລາຍໃຫຍ່ ໄດ້ສຳເລັດ
ເຈົ້າໜ້າທີ່ຕຳຫຼວດ ສສ ຫວຽດນາມ ມ້າງ ຂະບວນການຜະລິດເງິນປອມ ລາຍໃຫຍ່ ໄດ້ສຳເລັດ

ຕາງໜ້າ ເຈົ້າໜ້າທີ່ຕຳຫຼວດ ທີ່ຊີ້ນຳ ການມ້າງລາຍຄະດີ ກຸ່ມລັກລອບຜະລິດເງິນປອມ ລາຍນີ້ ໄດ້ລາຍງານ ວ່າ:

ໃນວັນທີ 20 ທັນວາ 2018, ເຈົ້າໜ້າທີ່ຕຳຫຼວດ ເມືອງດັກລັອງ ແຂວງດັກນົ້ງ ໄດ້ຮັບການລາຍງານຈາກປະຊາຊົນວ່າ: ມີໄວລຸ້ນຄົນໜຶ່ງ ນຳໃຊ້ເງິນປອມ ໃບ 500.000 ດົ່ງ ເພື່ອຈ່າຍຄ່າເຄື່ອງອອນລາຍ, ຫຼັງຈາກທີ່ໄດ້ຮັບຂ່າວດັ່ງກ່າວ ກຳລັງເຈົ້າໜ້າທີ່ຕຳຫຼວດ ໄດ້ເຂົ້າກວດກາຂໍ້ມູນ ແລະ ຈັບຕົວ ທ້າວ ໂງ້ຫງວຽນຈຸ້ງຫຽວ ເກີດປີ 1999 ຢູ່ຕາແສງກວາງເຊີ້ນ ເມືອງດັດລັອງ ແຂວງດັກນົ້ງ.

ດຳເນີນການ ມ້າງຂະບວນການຜະລິດເງິນປອມ ໃນປະເທດ
ດຳເນີນການ ມ້າງຂະບວນການຜະລິດເງິນປອມ ໃນປະເທດ

ຜ່ານການສອບສວນ, ຜູ້ກ່ຽວ ຮັບສາລະພາບ ວ່າ:

ໃນວັນທີ 20 ທັນວາ 2018, ຜູ້ກ່ຽວ ໄດ້ນຳໃຊ້ເງິນ 2 ໃນ 3 ໃບ ມູນຄ່າ 500.000 ດົ່ງ ( ເງິນປອມ ), ທີ່ໝູ່ຄົນໜຶ່ງ ຊື່ ທ້າວ ຈີ ຝາກເຊື່ອງໄວ້ ເພື່ອໄວ້ຈ່າຍຄ່າເຄື່ອງທີ່ສັ່ງຜ່ານທາງອອນລາຍ; ຫຼັງຈາກທີ່ ທ້າວ ຫຽວ ໃຊ້ເງິນດັ່ງກ່າວຈ່າຍຄ່າເຄື່ອງ ເມື່ອພະນັກງານສົ່ງເຄື່ອງກວດພົບວ່າ ເປັນເງິນປອມ ຈຶ່ງຕາມຊອກຫາເຈົ້າຂອງເງິນ ແຕ່ກໍບໍ່ທັນ ຈົນມາເຖິງວັນທີ 16 ມັງກອນ 2019 ທ້າວ ຫຽວ ຈຶ່ງຖືກ ເຈົ້າໜ້າທີ່ຕຳຫຼວດ ເມືອງດັກລັອງ ຈັບຕົວມາສອບສວນ.

ດຳເນີນການສືບສວນ 1 ໃນສະມາຊິກ ກຸ່ມລັກລອບຜະລິດເງິນປອມ
ດຳເນີນການສືບສວນ 1 ໃນສະມາຊິກ ກຸ່ມລັກລອບຜະລິດເງິນປອມ

ເມື່ອເຫັນວ່າ: ເຫດການນີ້ ອາດພົບກັບ ສິ່ງທ້າທາຍ ແລະ ຫຍຸ້ງຍາກຫຼາຍຢ່າງ; ດັ່ງນັ້ນ, ມາວັນທີ 23 ມັງກອນ 2019 ເຈົ້າໜ້າທີ່ຕຳຫຼວດ ເມືອງດັກລັອງ ໄດ້ລາຍງານ ແລະ ນຳສຳນວນເອກະສານທັງໝົດທີ່ກ່ຽວຂ້ອງ ແລະ ຜູ້ຖືກຫາ ມອບໃຫ້ກັບ ຫ້ອງສືບສວນ – ສອບສວນ ກອງບັນຊາການຕຳຫຼວດ ແຂວງດັກນົ້ງ ເພື່ອດຳເນີນການພິສູດ ແລະ ຂະຫຍາຍຜົນ ຫາຕົ້ນປາຍສາເຫດທີ່ໄປທີ່ມາຂອງເງິນປອມນີ້.

ຜ່ານການດຳເນີນການສືບສວນຂະຫຍາຍຜົນຂອງ ເຈົ້າໜ້າທີ່, ມາຮອດວັນທີ 25 ມັງກອນ 2019, ອົງການສືບສວນ – ສອບສວນ ໄດ້ອອກຄຳສັ່ງດຳເນີນຄະດີ ຕໍ່ ທ້າວ ຫຽວ ເພື່ອສືບຕໍ່ສອບສວນຂະຫຍາຍຜົນໃຫ້ຊັດເຈນອີກ.

ຜ່ານການເປີດກວ້າງສືບສວນ – ສອບສວນ ໂດຍອີງໃສ່ຂໍ້ມູນຫຼັກຖານທີ່ມີ ບວກກັບ ຄຳໃຫ້ການຂອງເປົ້າໝາຍທີ່ຈັບໄດ້, ເຈົ້າໜ້າທີ່ ກໍສືບຕໍ່ຈັບຕົວໄດ້ອີກຄົນ ຊື່ ທ້າວ ຫງວຽນຫງັອກກວາງດັ້ງ ( ສະມາຊິກ ກຸ່ມລັກລອບຜະລິດເງິນປອມ ) ເກີດປີ 1995 ຢູ່ເຂດເຕິ້ນບິ່ງ ນະຄອນໂຮ່ຈິມິນ.

( ຕິດຕາມຕອນຕໍ່ໄປ… )