ພະແນກຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ຮັບອຸປະກອນວຽກງານສະກັດກັ້ນ ແລະ ຫຼຸດຜ່ອນອຸບັດ ຕິເຫດ ມູນຄ່າ 11.000.000 ກີບ; ຈາກບໍລິສັດ ລາວເທບຈະເລີນປະກັນ ໄພ ສາຂາແຂວງບໍລິຄໍາໄຊ, ບໍລິສັດ ປະກັນໄພລາວ-ຫວຽດ, ບໍລິສັດ ໂຕໂກຈາ ຢາ ລາວປະກັນໄພ ຈໍາກັດ; ບໍລິສັດ ທິບ ພະຍະປະກັນໄພ ແລະ ແລະ ບໍລິສັດ ພູເບຍມາຍນິງ ໃນວັນທີ 1 ສິງຫາ 2019 ນີ້, ກ່າວຮັບ ພັຕ ບຸນມີ ລໍວັນໄຊ ວ່າການຫົວໜ້າພະແນກຕໍາຫຼວດຈະລາຈອນ, ມີພະນັກງານພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ.

ພະແນກຕຳຫຼວດຈະລາຈອນ ຮັບເຄື່ອງຊ່ວຍເຫຼືອມູນຄ່າ 11.000.000 ກີບ
ພະແນກຕຳຫຼວດຈະລາຈອນ ຮັບເຄື່ອງຊ່ວຍເຫຼືອມູນຄ່າ 11.000.000 ກີບ

ເຊິ່ງການຊ່ວຍເຫຼືອຄັ້ງນີ້, ຍ້ອນເຫັນໄດ້ຄວາມໝາຍ; ຄວາມສໍາຄັນຂອງວຽກງານປ້ອງກັນສະກັດກັ້ນ ແລະ ຫຼຸດຜ່ອນອຸບັດຕິເຫດ ບໍລິສັດ ລາວເທບ ຈະເລີນປະກັນໄພ ສາຂາແຂວງບໍລິຄຳໄຊ; ຈຶ່ງໄດ້ນໍາເອົາຈວຍສະທ້ອນແສງ ຈໍານວນ 10 ໜ່ວຍ, ໄມ້ແມັດ 1 ກໍ້, ກະບອງໄຟ 2 ອັນ ແລະ ໄຟສາຍ 2 ອັນ ລວມມູນຄ່າ 1.500.000 ກີບ, ບໍລິສັດ ປະກັນໄພ ລາວ-ຫວຽດ ທີ່ໄດ້ມອບ ເສື້ອສະທ້ອນແສງ ຈໍານວນ 10 ຜືນ ມູນຄ່າ 1.500.000 ກີບ; ບໍລິສັດ ໂຕ ໂກຈາຢາ ລາວປະກັນໄພ ຈໍາກັດ ມອບ ຈວຍສະທ້ອນແສງ 10 ໜ່ວຍ ມູນຄ່າ 1.500.000 ກີບ ແລະ ບໍລິສັດ ທິບ ພະຍະປະກັນໄພ ມອບຈວຍສະທ້ອນ ແສງ ມູນຄ່າ 1.500.000 ກີບ ທີ່ໄດ້ປະກອບສ່ວນວັດຖຸອຸປະກອນເຂົ້າໃນ ວຽກງານປ້ອງກັນ-ສະກັດກັ້ນ ແລະ ຫຼຸດຜ່ອນອຸບັດຕິເຫດໄລຍະຜ່ານມາ ແລະ ບໍລິສັດ ພູເບຍມາຍນິງ ທີ່ໄດ້ ມອບຄອມພິວເຕີຕັ້ງໂຕະ ມູນຄ່າ 5.000.000 ກີບ; ເພື່ອໃຫ້ພະແນກຕໍາ ຫຼວດຈະລາຈອນ ໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ປ້ອງກັນສະກັດກັ້ນ ແລະ ຫຼຸດອຸບັດຕິເຫດ; ອໍານວຍຄວາມສະດວກໃນການລະບາຍການສັນຈອນ ໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ, ກໍຄືພໍ່-ແມ່ ປະຊາຊົນ ເພື່ອເຮັດໃຫ້ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼຸດໜ້ອຍຖອຍລົງເປັນກ້າວໆ.

ພະແນກຕຳຫຼວດຈະລາຈອນ ຮັບເຄື່ອງຊ່ວຍເຫຼືອມູນຄ່າ 11.000.000 ກີບ
ພະແນກຕຳຫຼວດຈະລາຈອນ ຮັບເຄື່ອງຊ່ວຍເຫຼືອມູນຄ່າ 11.000.000 ກີບ

ໂອກາດດຽວກັນນີ້, ວ່າການຫົວໜ້າພະແນກຕໍາຫຼວດຈະລາຈອນ ໄດ້ມອບໃບຍ້ອງຍໍຂັ້ນກອງບັນຊາການ ປກສ ແຂວງ ໃຫ້ບໍລິສັດ ທີ່ມາຊ່ວຍເຫຼືອໃນຄັ້ງນີ້ ພ້ອມຈະນໍາເອົາເຄື່ອງດັ່ງກ່າວຮັບໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ຫຼຸດຜ່ອນອຸບັດຕິເຫດທີ່ເກີດຂຶ້ນພາຍໃນແຂວງໃຫ້ຫຼຸດລົງ.