ທ່ານ ນາງ ອິນລາວັນ ແກ້ວບຸນພັນ ເປັນປະທານ ແລະ  ທ່ານ ວົງສະຫວັນ ເທບພະຈັນ ເຂົ້າຮ່ວມ
ໃນກອງປະຊຸມສະຫຼຸບວຽກງານ ຄວາມສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ ຂອງສະຫະພັນ ແມ່ຍິງແຂວງຫຼວງພະບາງ
ທ່ານ ນາງ ອິນລາວັນ ແກ້ວບຸນພັນ ເປັນປະທານ ແລະ ທ່ານ ວົງສະຫວັນ ເທບພະຈັນ ເຂົ້າຮ່ວມ
ໃນກອງປະຊຸມສະຫຼຸບວຽກງານ ຄວາມສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ ຂອງສະຫະພັນ ແມ່ຍິງແຂວງຫຼວງພະບາງ

ຄະນະບໍລິຫານງານສະຫະພັນ ແມ່ຍິງແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານໄລຍະກາງສະໄໝ (2016-2018) ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ ຂຶ້ນໃນອາທິດທີ່ຜ່ານມາ; ເປັນປະທານໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູງກາງສະຫະພັນແມ່ຍິງລາວ, ເຂົ້າຮ່ວມມີ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆຫຼວງພະບາງ, ມີຄະນະສະຫະພັນແມ່ຍິງແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະມາຊິກສະຫະພັນ ແມ່ຍິງແຂວງຫຼວງພະບາງ ທີ່ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານໄລຍະກາງສະໄໝ (2016-2018) ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ
ສະມາຊິກສະຫະພັນແມ່ຍິງແຂວງຫຼວງພະບາງ ທີ່ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານໄລຍະກາງສະໄໝ (2016-2018) ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ

ທ່ານ ນາງ ວຽນວິໄລ ດີລະພັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ແຂວງຫຼວງພະບາງ ກ່າວວ່າ: ໃນໄລຍະຜ່ານມາ, ໄດ້ສຳເລັດການແຕ່ງຕັ້ງຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຂັ້ນແຂວງ; ພ້ອມທັງປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ທີ່ເປັນເສນາທິການຊ່ວຍວຽກ; ພ້ອມນີ້, ຍັງໄດ້ຊຸກຍູ້ຄະນະກຳມະທິການຂອງພະແນກການ ອົງການ ແລະ ເມືອງ ໃນການຈັດຕັ້ງຜັນຂະຫຍາຍວິໄສທັດ 2030, ຍຸດທະສາດ 2016-2020 ເພື່ອຜັນຂະຫຍາຍເຂົ້າໃນວຽກງານຂອງພະແນກການ ແລະ ເມືອງຂອງຕົນ, ລົງເກັບກຳສະຖິຕິແຍກກ່ຽວກັບກັບບົດບາດຍິງ-ຊາຍ ເພື່ອເປັນຖານຂໍ້ມູນໃນການສ້າງແຜນພະນັກງານນຳພາຄຸ້ມຄອງເພດຍິງ; ເຊິ່ງປະຕິບັດໄດ້ ຫຼາຍໂຄງການ ເຊັ່ນ: ໂຄງການແກ້ໄຂຄວາມຮຸນແຮງຕໍ່ເດັກໃນເຮືອນຂອງເດັກ, ໂຄງການແກ້ໄຂຄວາມຮຸນແຮງຕໍ່ເດັກໃນຊຸມຊົນ, ໂຄງການໂຄສະນາປູກຈິດສຳນຶກ, ໂຄງການແກ້ໄຂຄວາມຮຸນແຮງຕໍ່ເດັກໃນສະຖານທີ່ອອກແຮງງານ ແລະ ໂຄງການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ-ເດັກນ້ອຍ ແລະອື່ນໆ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປຽນກັນປະກອບຄຳເຫັນໃສຮ່າງບົດສະຫຼູບກຳນົດເປັນທິດທາງແຜນການໃນ 2019-2020 ໂດຍສືບຕໍ່ເຜີຍແຜ່ກົດໝາຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່-ເດັກ, ສືບຕໍ່ຈັດຕັ້ງປະຕິບັດແຜນດຳເນີນການ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ III ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດແຜນງານຄວາມສະເໝີພາບຍິງ-ຊາຍໃນບັນດາແຂວງ ແລະ ທ້ອງຖິ່ນ; ສືບຕໍ່ສ້າງຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບການປະຕິບັດສິດສະເໝີພາບຍິງ-ຊາຍ, ຍົກລະດັບຄວາມຮູ້-ຄວາມສາມາດໃຫ້ສູງຂຶ້ນ ສືບຕໍ່ພົວພັນຮ່ວມມືກັບສາກົນ ເພື່ອຍາດແຍ່ງການຊ່ວຍເຫຼືອດ້ານວິຊາການ ແລະ ງົບປະມານ.