ວັນທີ 1 ສິງຫາ 2019 ນີ້, ພະແນກ ຕໍາຫຼວດຈະລາຈອນ ຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ; ໄດ້ມອບລົດທີ່ ເກັບກູ້ໄດ້ຈາການປະຕິບັດໜ້າທີ່ສົ່ງຄືນເຈົ້າຂອງເດີມ ປະເພດລົດຈັກ Honda Wave 100 ສີຂາວດໍາ ໝາຍເລກທະບຽນ ຈຄ 1174 ບໍລິຄໍາໄຊ; ເຊິ່ງເປັນລົດຂອງທ້າວ ຂັນເງິນ ສິລິປັນໂຍ, ອາ ຍຸ 39 ປີ, ປະຊາຊົນບ້ານໂພນງາມ ເມືອງປາກຊັນ ແຂວງບໍລິຄໍາໄຊ ທີ່ຖືກຄົນ ຮ້າຍລັກໄປໃນປີ 2018, ກ່າວມອບ ໂດຍ ພັຕ ບຸນມີ ລໍວັນໄຊ ວ່າການຫົວ ໜ້າພະແນກ ຕໍາຫຼວດຈະລາຈອນ ປກສ ແຂວງ ມີພະນັກງານພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ມອບລົດທີ່ຄົນຮ້າຍລັກໄປຄືນເຈົ້າຂອງເດີມ
ມອບລົດທີ່ຄົນຮ້າຍລັກໄປຄືນເຈົ້າຂອງເດີມ

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນໃຫ້ວ່າຮູ້ ວ່າ:

ໃນຄັ້ງວັນທີ 3 ມິ ຖຸນາ 2019 ເວລາປະມານ 11:30 ໂມງ ເຈົ້າໜ້າທີ່ກໍາລັງປະຕິບັດໜ້າທີ່ ໃນການກວດກາຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນ ຢູ່ປ້ອມທາງແບ່ງວຽງຄໍາ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ ໄດ້ພົບເຫັນລົດຮຸນໄດ ບໍ່ມີປ້າຍທະບຽນ ຂັບຂີ່ໂດຍທ້າວ ຄໍາຈັນ ອາຍຸ 42 ປີ ບ້ານໂພນຕານ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ພົບເຫັນລົດຈັກ Honda Wave 100 ສີຂາວດໍາ ບໍ່ມີປ້າຍໝາຍເລກທະບຽນ; ຢູ່ເທິງຫຼັງລົດຮຸນໄດຄັນດັ່ງກ່າວ ຈຶ່ງໄດ້ຂໍອະນຸຍາດກວດກາເອກະສານລົດຈັກ, ແຕ່ບໍ່ມີເອກະສານ ຜູ້ຂັບຂີ່ລົດຮຸນໄດໄດ້ບອກກັບເຈົ້າໜ້າທີ່ວ່າ ບໍ່ໄດ້ຖືເອກະສານມາ; ເຈົ້າໜ້າທີ່ວິຊາສະເພາະ, ຈຶ່ງໄດ້ຂຽນໃບສັ່ງກັກລົດໄວ້ ແລະ ໃຫ້ນໍາເອົາເອກະສານມາພົວພັນເອົາຕາມຫຼັງ. ຈາກນັ້ນ, ກໍບໍ່ໄດ້ມາພົວພັນເອົາ; ຕໍ່ມາ ເຈົ້າໜ້າທີ່ ໄດ້ເປີດການສືບສວນ-ສອບສວນຂັ້ນພື້ນຖານ ແລະ ກວດກາເບິ່ງເລກຈັກ, ເລກຖັງ ຈຶ່ງຮູ້ວ່າລົດຈັກຄັນດັ່ງກ່າວ ໝາຍເລກທະບຽນ ຈຄ 1174 ບໍລິຄໍາ ໄຊ ອອກຊື່ທ້າວ ຂັນເງິນ ສິລິປັນໂຍ ທີ່ຖືກຄົນຮ້າຍລັກໄປໃນປີ 2018. ຈຶ່ງ ຕິດຕໍ່ຜູ້ເປັນເຈົ້າຂອງມາພົວພັນເອົາ.

ທ້າວ ຂັນເງິນ ໃຫ້ການວ່າ: ກ່ອນລົດຈະເສຍ ໄດ້ຕິດຕໍ່ຫາຊ່າງຢູ່ເມືອງວັງວຽງ ແຂວງວຽງຈັນ ຈໍານວນ 3 ຄົນ, ໃຫ້ມາສ້ອມແປງໂຮງສີເຂົ້າຂອງຕົນ, ພາຍຫຼັງແປງໂຮງສີໄດ້ 2 ອາທິດ ໜຶ່ງໃນຊ່າງແປງໂຮງສີເຂົ້າ ໄດ້ລັກເອົາລົດຄັນດັ່ງກ່າວ ພ້ອມທະບຽນແຂງ ແລະ ປຶ້ມເຫຼືອງໄປ, ຕົນເອງເຂົ້າແຈ້ງຄວາມ ຕໍ່ເຈົ້າໜ້າທີ່ໄວ້ເພື່ອເປັນຫຼັກຖານ.

ໂອກາດດຽວກັນ, ເຈົ້າໜ້າທີ່ຍັງ ໄດ້ຮຽກຮ້ອງມາຍັງ ພໍ່-ແມ່ປະຊາຊົນ ບັນດາເຜົ່າ ກໍຄືຜູ້ທີ່ໄດ້ຮັບຜົນເສຍຫາຍ ຈົ່ງຍົກສູງສະຕິລະວັງຕົວ, ໃນການປົກປັກຮັກສາຊັບສິນທີ່ມີຄ່າຂອງຕົນເອງ; ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດລັກເອົາໄປໄດ້ງ່າຍຮຽກຮ້ອງໃຫ້ທຸກຊັ້ນ ຄົນປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເມື່ອພົບເຫັນການປະພຶດ, ການກະທໍາໃດທີ່ເຫັນວ່າຜິດຕໍ່ລະບຽບກົດໝາຍ ແມ່ນໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ເພື່ອຕ້ານ, ສະກັດກັ້ນ ແລະ ແກ້ໄຂໃຫ້ທັນກັບສະພາບການ.