ລາວ-ເກົາຫຼີ ສ້າງຄວາມເຂັ້ມແຂງໃຫ້ ວຽກງານຄວບຄຸມຢາເສບຕິດ

0
2102
ວຽກງານຄວບຄຸມຢາເສບຕິດ

ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ຮ່ວມກັບ ພະແນກຄວບຄຸມຢາເສບຕິດ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ເກົາຫຼີ ( ສ ເກົາຫຼີ ) ໄດ້ຈັດພິທີປິດສະຫຼຸບໂຄງການຮ່ວມມື ລາວ-ສ ເກົາຫຼີ ປະຈຳປີ 2018 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ວຽກງານກວດກາ ແລະ ຄວບຄຸບຢາເສບຕິດຢູ່ ສປປ ລາວ ພ້ອມທັງມີພິທີເຊັນມອບ-ຮັບເຄື່ອງຊ່ວຍເຫຼືອຮັບໃຊ້ໃຫ້ແກ່ວຽກງານດັ່ງກ່າວ ລວມມູນຄ່າ 300.000 ໂດລາ.

ປະທານຮ່ວມຂອງຝ່າຍໍາວ ພັຕ ພຸດສະຫວາດ ສູນທະລາ

ພິທີດັ່ງກ່າວ ຈັດຂຶ້ນໃນວັນທີ 28 ພະຈິກ 2018 ທີ່ໂຮງແຮມ ຄຣາວພຣາຊາ ນະຄອນຫຼວງວຽງຈັນ ໂດຍມີ ພັອ ຄຳຮຸ່ງ ແສງປະເສີດ ຮອງຫົວໜ້າກົມໃຫຍ່ຕຳ ຫຼວດກະຊວງ ປກສ ລາວ, ທ່ານ ຊິນຊັງຊູນ ເອກອັກຄະລັດຖະທູ ວິສາມັນຜູ້ມີອຳນາດເຕັມແຫ່ງ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ; ໂດຍການເປັນປະທານຮ່ວມຂອງ ພັຕ ພຸດສະຫວາດ ສູນທະລາ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ແລະ ທ່ານ ຊອນຄີຮົງ ຫົວໜ້າພະແນກຄວບຄຸມຢາເສບຕິດ.

ປະທານຮ່ວມຂອງຝ່າຍ ສ ເກົາຫຼີ ທ່ານ ຊອນຄີຮົງ

ພັຕ ພຸດສະຫວາດ ສູນທະລາ ລາຍງານໃຫ້ຮູ້ວ່າ: 

ວຽກງານກວດກາ ແລະ ຄວບຄຸບຢາເສບຕິດຢູ່ ສປປ ລາວ

ໂຄງການ ຮ່ວມມື ລາວ-ສ ເກົາຫຼີ ປະຈຳປີ 2018 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ວຽກງານກວດກາ ແລະ ຄວບຄຸບຢາເສບຕິດ ຢູ່ ສປປ ລາວ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນພຶດສະພາ ຫາ ເດືອນພະຈິກ 2018 ໂດຍຝ່າຍ ສ ເກົາຫຼີ ໃຫ້ການຊ່ວຍເຫຼືອດ້ານຕ່າງໆລວມມູນຄ່າ ທັງໝົດ 300.000 ໂດລາ ເຊິ່ງໃຫ້ເຈົ້າໜ້າທີ່ທີ່ເຮັດວຽກງານກວດກາ-ຄວບຄຸບຢາເສບຕິດຢູ່ ສປປ ລາວ ໄດ້ນຳໃຊ້ເຂົ້າໃນຫຼາຍກິດຈະກຳຂອງໂຄງການ ເຊັ່ນ: ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດຢູ່ສະຖາບັນການສຶກສາ, ກິດຈະກຳສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ເຮັດວຽກໃນຂົງເຂດຄວບຄຸມຢາເສບຕິດ, ຈັດຊື້ພາຫະນະ-ອຸປະກອນຮັບໃຊ້ວຽກໂຄສະນາ, ສຳ ຫວດພື້ນທີ່ລັກລອບປູກຝິ່ນເຂດຫ່າງໄກສອກຫຼີກ.

ສ ເກົາຫຼີ

ຈາກນັ້ນ, ທັງສອງຝ່າຍ ກໍໄດ້ມີການເຊັນມອບ-ຮັບເຄື່ອງຊ່ວຍເຫຼືອຮັບໃຊ້ໃຫ້ແກ່ວຽກງານກວດກາ-ຄວບຄຸມຢາເສບຕິດຢູ່ ສປປ ລາວ ໃນນີ້ມີ: ໂດຣນ, ໂທລະໂຄ່ງ, ລົດຕູ້ 2 ຄັນ, ໂທລະພາບ 5 ໜ່ວຍ, ຈໍໂປຼເຈັກເຕີ, ຄອມພິວເຕີໂນ໊ດບຸກ, ກຸນແຈມື ແລະ ເຄື່ອງອື່ນໆອີກຈຳນວນໜຶ່ງ ລວມມູນຄ່າທັງໝົດ 300.000 ໂດລາ; ລົງນາມເຊັນມອບໂດຍ ທ່ານ ຊອນຄີຮົງ, ລົງນາມເຊັນຮັບໂດຍ ພັຕ ພຸດສະຫວາດ ສູນທະລາ.

ການເຊັນມອບ-ຮັບເຄື່ອງຊ່ວຍເຫຼືອຮັບໃຊ້ໃຫ້ແກ່
ວຽກງານກວດກາ-ຄວບຄຸມຢາເສບຕິດວຽກງານຄວບຄຸມຢາເສບຕິດ
ລາວ – ເກົາຫຼີ