ປາຖະກະຖາໂດຍ ທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການປະທານປະເທດ

ຫ້ອງວ່າການປະທານປະເທດ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ: ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ (2 ທັນວາ 1975-2 ທັນວາ 2018) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ (13 ທັນວາ 1920-13 ທັນວາ 2018) ໃນວັນທີ 27 ພະຈິກ 2018, ປາຖະກະຖາໂດຍ ທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການປະທານປະເທດ, ມີຄະນະພັກ-ຄະນະນໍາ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ເພັດສະໝອນ ພັນທະວົງ ໃຫ້ຮູ້ເຖິງມູນເຊື້ອ ແລະ ຄວາມໝາຍສຳຄັນຂອງວັນຊາດ 2 ທັນວາ ໂດຍຫຍໍ້ວ່າ:

ຊາດລາວ ແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານຫຼາຍພັນປີ, ມີມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ເພື່ອສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດແລ້ວ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ແລ້ວສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ, ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ກ່າວໂດຍ ທ່ານ ເພັດສະໝອນ ພັນທະວົງ
ຫວນຄືນມູນເຊື້ອ: ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ – ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ

ດັ່ງນັ້ນ, ວັນທີ 2 ທັນວາ ຈຶ່ງມີຄວາມໝາຍຄວາມສຳຄັນສຳລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ເຊິ່ງແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມິອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຢ່າງແທ້ຈິງ ແລະ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດຊາດ ໃຫ້ເປັນ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.

ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ເຊິ່ງທ່ານເກີດເມື່ອວັນທີ 13 ທັນວາ 1920 ທີ່ບ້ານນາເຊັງ ເມືອງຄັນທະບູລີ ແຂວງສະຫວັນນະເຂດ ໃນຄອບຄົວທີ່ພໍ່ເປັນຂ້າລາຊະການ ແລະ ແມ່ເປັນຊາວນາ ທີ່ຢຶດໝັ້ນໃນຫຼັກທຳຄຳສອນຂອງພຸດທະສາສະໜາ ແລະ ຮີດຄອງປະເພນີລາວ; ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ເປັນນັກປະຕິວັດທີ່ຍິ່ງໃຫຍ່, ເປັນວິລະບູລຸດ, ເປັນຜູ້ນຳທີ່ມີຄວາມປີຊາສາມາດ, ສະຫຼາດສ່ອງໃສ ແລະ ສະດຸ້ງໄວ, ເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ ແລະ ເປັນນັກປາຖະກະຖາທີ່ດີເລີດ, ເປັນນັກຍຸດທະສາດທີ່ສະຫຼາດຄ່ອງແຄ້ວ, ເປັນສັນຍະລັກ ແລະ ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ໃນຊາດ, ເຊິ່ງຍາມໃດກໍເອົາໃຈໃສ່ສ້າງ ແລະ ເພີ່ມທະວີຄວາມສາມັກຄີປອງດອງລະຫວ່າງເຜົ່າຊົນ, ຄວາມເປັນປຶກແຜ່ນພາຍໃນຊາດ ແລະ ຄວາມເປັນເອກະລາດພາຍໃນພັກ.

ຫ້ອງວ່າການປະທານປະເທດ

ການເຜີຍແຜ່ຄັ້ງນີ້ ເພື່ອເຮັດໃຫ້ບັນດາພະນັກງານພາຍໃນ ຫ້ອງວ່າການປະທານປະເທດ ຫຼັກແຫຼ່ງ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມກຳແໜ້ນເອົາເນື້ອໃຈສຳຄັນຂອງເອກະສານດັ່ງກ່າວນີ້ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ປະກົດຜົນເປັນຈິງ ແລະ ໄດ້ຮັບໝາກຜົນ.