ໜ້າຫຼັກ Tags ຫ້ອງວ່າການປະທານປະເທດ

Tag: ຫ້ອງວ່າການປະທານປະເທດ

ຫ້ອງວ່າການ ປະທານປະເທດ ເຜີຍແຜ່ ວັນຕ້ານການສໍ້ລາດບັງຫຼວງສາກົນ

ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງເຜີຍແຜ່ເອກະສານ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ (ວັນທີ 9 ທັນວາ 2003-ວັນທີ 9 ທັນວາ 2018) ໃນວັນທີ 8 ກຸມພາ 2019 ທີ່ ຫ້ອງວ່າການ ປະທານປະເທດ ເພື່ອໃຫ້ພະນັກງານ-ລັດຖະກອນຫຼັກແຫຼ່ງໄດ້ຮັບຮູ້ ແລະ...

ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

ໃນວັນທີ 14 ທັນວາ 2018, ຫ້ອງວ່າການປະທານປະເທດ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ປາຖະກະຖາໂດຍ ພົຈວ ແກ່ນສີ ມະນີວົງ ພະນັກງານປະຕິວັດອາວຸໂສບໍານານ ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ໂດຍມີ ທ່ານ...

ຫ້ອງວ່າການປະທານປະເທດ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ຫ້ອງວ່າການປະທານປະເທດ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ: ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ (2 ທັນວາ 1975-2 ທັນວາ 2018) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ (13...

ຫ້ອງວ່າການປະທານປະເທດ ປາຖະກະຖາ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ

ທ້າຍອາທິດຜ່ານມາ, ຫ້ອງວ່າການປະທານປະເທດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງ ເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການປະທານປະເທດ, ມີພະນັກງານບໍານານ-ຮຸ່ນອາວຸໂສ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານ-ສະມາຊິກພາຍໃນ ເຂົ້າຮ່ວມ. ທ່ານ ເຈີຢິ່ງ ຫວາງ ພະນັກງານບໍານານອະດີດຮອງລັດຖະມົນຕີ...

ສ້າງຕັ້ງອົງຄະນະພັກ ຫ້ອງວ່າການປະທານປະເທດ

ຫ້ອງວ່າການປະທານປະເທດ ໄດ້ຈັດພິທີປະກາດມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍ ການສ້າງຕັ້ງອົງຄະນະພັກ ຫ້ອງວ່າການປະທານປະເທດ ຂຶ້ນໃນວັນທີ 21 ສິງຫາ 2018, ເປັນປະທານໂດຍ ສະຫາຍ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ, ມີຮອງເລຂາ, ຄະນະພັກ, ກໍາມະການກວດກາພັກ, ສະມາຊິກພັກອ້ອມຂ້າງ ຫ້ອງວ່າການປະທານປະເທດ ເຂົ້າຮ່ວມ. ສະຫາຍ...

ຫ້ອງວ່າການປະທານປະເທດ ເຜີຍແຜ່-ເຊື່ອມຊຶມເອກະສານຂອງພັກ

ວັນທີ 15 ສິງຫາ 2018, ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊຶມເອກະສານ ວັນສຳຄັນຂອງພັກໃຫ້ແກ່ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນ ພ້ອມທັງເອົາໃຈໃສ່ຍົກສູງບົດບາດ ນຳພາຂອງພັກ ແລະ ເພີ່ມປະສິດທິພາບໃນການບໍລິຫານງານຂອງລັດໃຫ້ໜັກແໜ້ນຂຶ້ນຕື່ມ; ໃຫ້ກຽດເຜີຍແຜ່ເອກະສານ ໂດຍ ທ່ານ ຄໍາເມິງ ພົງທະດີ ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການປະທານປະເທດ. ເອກະສານທີ່ນໍາມາເຜີຍແຜ່ປະກອບມີ: ມະຕິຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ເລກທີ 037/...

ຫ້ອງວ່າການປະທານປະເທດ ເຜີຍແຜ່ເອກະສານກໍານົດ ພະນັກງານນໍາພາ-ຄຸ້ມຄອງ

ຫ້ອງວ່າການປະທານປະເທດ ເຜີຍແຜ່ເອກະສານກ່ຽວກັບການກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນວັນທີ 9 ສິງຫາ 2018 ເພື່ອເຮັດໃຫ້ທຸກຂັ້ນຕອນການດໍາເນີນງານໃນການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃຫ້ມີຄວາມເປັນເອກະພາບສູງ, ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເມິງ ພົງທະດີ ລັດຖະມົນຕີຫົວໜ້າຫ້ອງວ່າການປະທານປະເທດ, ມີຮອງຫົວໜ້າຫ້ອງວ່າການປະທານປະເທດ, ຫົວໜ້າ-ຮອງຫົວໜ້າກົມຈັດຕັ້ງ, ກວດກາ-ໂຄສະນາ ແລະ ພະນັກງານພາຍໃນເຂົ້າຮ່ວມ. ເອກະສານທີ່ເຜີຍແຜ່ໃນຄັ້ງນີ້ມີ 3 ເອກະສານ ຄື: ມະຕິ 032/ກມສພ ວ່າດ້ວຍ ວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ;...

ຫ້ອງວ່າການປະທານປະເທດ ແນະນຳການໃຊ້ບັດພະນັກງານ-ລັດຖະກອນ 3 ຄຸນປະໂຫຍດໃນບັດດຽວ

ມື້ວານນີ້ (11 ກໍລະກົດ), ຫ້ອງວ່າການປະທານປະເທດ ໄດ້ເຜີຍແຜ່ຄຳແນະນຳກ່ຽວກັບການອອກບັດພະນັກງານ-ລັດຖະກອນ ເພື່ອເປັນການແນະນຳໃຫ້ພະນັກງານ-ລັດຖະກອນພາຍໃນຫ້ອງວ່າການປະທານປະເທດ ຜູ້ທີ່ຖືບັດ ແລະ ນຳໃຊ້ບັດໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈໃນການນຳໃຊ້ບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະກົມຄຸ້ມຄອງລັດຖະກອນກະຊວງພາຍໃນ, ຫົວໜ້າ-ຮອງກົມ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ລັດຖະກອນພາຍໃນຫ້ອງວ່າການປະທານປະເທດ. ທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການປະທານປະເທດ...

ຫ້ອງວ່າການປະທານປະເທດ ປາຖະກະຖາ 2 ວັນປະຫວັດສາດ

ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງປາຖະກະຖາວັນ ຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 59 ປີ (18 ພຶດສະພາ 1959-18 ພຶດສະພາ 2018), ວັນໂຕນຄຸກໂພນເຄັງ ຢ່າງມະຫັດສະຈັນຂອງຜູ້ນໍາພັກ-ແນວລາວຮັກຊາດ ຄົບຮອບ 58 ປີ (24 ພຶດສະພາ 1960-24 ພຶດສະພາ...

ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 132 ປີ

ກໍາມະບານຮາກຖານ ຫ້ອງວ່າການປະທານປະເທດ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 132 ປີ (1 ພຶດສະພາ 1886-1 ພຶດສະພາ 2018) ໃນວັນທີ 27 ເມສານີ້, ນຳພາເຂົ້າຮ່ວມຮັບຟັງໂດຍ ທ່ານ ລໍາເງິນ ບູລົມມະວົງ ຮອງປະທານກໍາມະບານຮາກຖານ ຫ້ອງວ່າການປະທານປະເທດ, ມີຄະນະກໍາມະບານຮາກຖານ, ຄະນະກົມ, ຄະນະພະແນກ ແລະ...