ກໍາມະບານຮາກຖານ ຫ້ອງວ່າການປະທານປະເທດ ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 132 ປີ (1 ພຶດສະພາ 1886-1 ພຶດສະພາ 2018) ໃນວັນທີ 27 ເມສານີ້, ນຳພາເຂົ້າຮ່ວມຮັບຟັງໂດຍ ທ່ານ ລໍາເງິນ ບູລົມມະວົງ ຮອງປະທານກໍາມະບານຮາກຖານ ຫ້ອງວ່າການປະທານປະເທດ, ມີຄະນະກໍາມະບານຮາກຖານ, ຄະນະກົມ, ຄະນະພະແນກ ແລະ ສະມາຊິກກໍາມະບານເຂົ້າຮ່ວມ.

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ໄດ້ປາຖະກະຖາໃຫ້ຮູ້ວ່າ: ເພື່ອສືບທອດມູນເຊື້ອອັນດີເລີດຂອງກໍາມະກອນສາກົນ ແລະ ບົນພື້ນຖານການຊີ້ນໍາໆພາຂອງພັກປະຊາຊົນ ປະຕິວັດລາວ ແມ່ນພັກຂອງຊົນຊັ້ນກໍາມະກອນລາວໄດ້ສະແດງອອກທາດແທ້ ຫຼື ຄຸນລັກສະນະຂອງຊົນຊັ້ນກໍາມກອນລາວ ຄື: ເປັນຊົນຊັ້ນທີ່ມີນໍ້າໃຈຮັກຊາດຢ່າງແທ້ຈິງ ແລະ ມີນໍ້າໃຈສາກົນກໍາມະຊີບອັນຜ່ອງໃສ, ເປັນຊົນຊັ້ນທີ່ດີເລີດ ແລະ ກ້າວໜ້າກວ່າໝູ່ຍ້ອນຢູ່ພາຍໃຕ້ການຊີ້ນໍາໆພາຂອງພັກ ແລະ ອົງການກໍາມະບານທີ່ເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັບຊອບທໍາ, ເຮັດໃຫ້ຊົນຊັ້ນກໍາມະກອນມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີອຸດົມການຈະແຈ້ງ, ມີຄວາມເຂັ້ມງວດ ແລະ ເດັດຂາດຕໍ່ການຈໍາແນກມິດ-ສັດຕູ, ເປັນຊົນຊັ້ນທີ່ມີມານະຈິດປະຕິວັດອັນສູງສົ່ງ, ມີຄວາມຕື່ນຕົວຕໍ່ສູ້ດ້ວຍຄວາມເດັດດ່ຽວ, ກ້າຫານບໍ່ຍອມຈໍານົນ, ມີສະຕິ ແລະ ມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບຂອງຕົນ, ມີຄວາມດຸໝັ່ນຂະຫຍັນພຽນ, ປະຢັດຊັດທ່ຽງ, ບໍ່ຟູມເຟືອຍ, ບໍ່ສໍ້ໂກງ, ບໍ່ໂລບມາກໂລພາ, ມີແນວຄິດເອື້ອເຟື້ອ ເພື່ອແຜ່ນໍາໝູ່ເພື່ອນ, ມີຄວາມສາມັກຄີປອງດອງເຊິ່ງກັນແລະກັນ, ມີຫົວຄິດປະດິດສ້າງ, ຍາມໃດກໍຫວັງຢາກໃຫ້ເຕັກນິກວິທະຍາສາດ ຂະຫຍາຍຕົວຕິດພັນກັບການສ້າງສາພັດທະນາປະເທດຊາດ ແລະ ພັດທະນາຕົນເອງ, ມີຈິດໃຈເປັນເຈົ້າຕົນເອງ, ບໍ່ເອື່ອຍອີງໃສ່ຄົນອື່ນ, ຂັ້ນເທິງ, ກ້າເຮັດ ແລະ ກ້າຕັດສິນໃຈ.

ພ້ອມທັງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊົນຊັ້ນກໍາມະກອນລາວ ໃນຕໍ່ໜ້າຈະເພີ່ມທະວີການກໍ່ສ້າງຊົນຊັ້ນກໍາມະກອນລາວໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ຕ້ອງເອົາໃຈໃສ່ໃນການໂຄສະນາ-ສຶກສາອົບຮົມການເມືອງ-ແນວຄິດ, ເອົາໃຈໃສ່ສ້າງ ແລະ ພັດທະນາຊົນຊັ້ນກໍາມະກອນລາວ ໃນໄລຍະໃໝ່ຕິດພັນກັບການປັບປຸງກໍ່ສ້າງການຈັດຕັ້ງສະຫະພັນກໍາມະບານລາວ, ເພີ່ມທະວີກໍາລັງແຮງຂອງອົງການຈັດຕັ້ງກໍາມະບານ ເພື່ອເຮັດໃຫ້ການຈັດຕັ້ງກໍາມະບານ ມີຄວາມເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ປົກປ້ອງສິດຜົນປະໂຫຍດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ, ເພີ່ມທະວີການຊີ້ນໍາໆພໍາຂອງຄະນະພັກແຕ່ລະຂັ້ນຕໍ່ອົງການຈັດຕັ້ງກໍາມະບານຢ່າງໃກ້ຊິດ, ຍົກລະດັບລັກສະນະນໍາໜ້າຂອງຄະນະກໍາມະບານແຕ່ລະຂັ້ນ, ເອົາໃຈໃສ່ຈັດຕັ້ງຂະບວນການແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານລາວຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາຢ່າງຕໍ່ເນື່ອງ, ເພີ່ມທະວີການພົວພັນ ແລະ ຮ່ວມມືກັບຕ່າງປະເທດ.