ກອງປະຊຸມປຶກສາຫາລືກຽມຄວາມພ້ອມສະເຫຼີມສະຫຼອງວັນສ້າງຕັ້ງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ຄົບຮອບ 40 ປີ ( 8 ສິງຫາ 1978-8 ສິງຫາ 2018) ຈັດຂຶ້ນໃນວັນທີ 25 ເມສາ 2018 ເປັນປະທານໂດຍ ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມ 509 ມີບັນດາຮອງເລຂາ, ຄະນະພັກ, ຫົວໜ້າພະແນກ ແລະ ອະນຸກຳມະການເຂົ້າຮ່ວມ.

ໃນກອງປະຊຸມ ພົຈວ ຄຳສາຍ ຈັນທະວົງ ກ່າວວ່າ: ກອງປະຊຸມດັ່ງກ່າວຈັດຂຶ້ນ ເພື່ອປຶກສາຫາລືກຽມຄວາມພ້ອມຂອງບັນດາອະນຸກຳມະການຕາມການແຕ່ງຕັ້ງ ຄື: ອະນຸກໍາມະການຮັບຜິດຊອບເນື້ອໃນ, ອະນຸກຳມະການຮັບຜິດຊອບພິທີການ-ສະຖານທີ່ຮັບແຂກ, ອະນຸກຳມະການຮັບຜິດຊອບຂະບວນການ, ອະນຸກຳມະການປ້ອງກັນ, ອະນຸກຳມະການເສດຖະກິດ, ອະນຸກໍາມະການຍ້ອງຍໍ-ວາງສະແດງຮູບພາບ.

ໃນນີ້, ບັນດາອະນຸກຳມະການ ໄດ້ຂຶ້ນລາຍງານການກະກຽມ ແລະ ລາຍງານຄວາມຄືບໜ້າໃນການດຳເນີນວຽກງານທີ່ຕົນໄດ້ຮັບມອບໝາຍ ພ້ອມທັງຍົກໃຫ້ເຫັນເຖິງຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານເພື່ອພ້ອມກັນປຶກສາຫາລືປະກອບຄຳຄິດຄຳເຫັນ ເພື່ອຊອກຫາວິທີຫາຂໍ້ສະດວກ, ມາດຖານເຂົ້າຮັບໃຊ້ໃນວັນສະເຫຼີມສະຫຼອງດັ່ງກ່າວໃຫ້ແທດເໝາະກັບສະພາບຄວາມເປັນຈິງ, ໃຫ້ມີຄວາມປອດໄພ, ເປັນຂະບວນການຟົດຟື້ນ ແລະ ມີຜົນສຳເລັດຈົບງາມ; ມາຮອດປັດຈຸບັນແຕ່ລະອະນຸກຳມະການສາມາດກະກຽມຕາມໜ້າວຽກງານທີ່ຕົນເອງຮັບຜິດຊອບແລ້ວ ປະມານ 80%.

ໃນໂອກາດດັ່ງກ່າວ, ພົຈວ ຄຳສາຍ ຈັນທະວົງ ໄດ້ຮຽກຮ້ອງໃຫ້ ຄະນະອະນຸກຳມະການແຕ່ລະທ່ານ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ປະຕິບັດໜ້າທີ່ວຽກງານຂອງຕົນຕາມການມອບໝາຍໃຫ້ໄດ້ຮັບຜົນສຳເລັດສູງສຸດ.