ວັນທີ 25 ເມສາ 2018, ຢູ່ທີ່ໂຮງແຮມວຽງຈັນພຣາຊາ ພັອ ດຣ. ຄໍາບານ ຫຼ້າຄູນເຮືອນ ອຳນວຍການໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງ ປກສ ລາວ ໄດ້ຕ້ອນການເຂົ້າຢ້ຽມຢາມຂອງຄະນະຜູ້ແທນໂຮງໝໍ 198 ກະຊວງຕຳຫຼວດ ສສ ຫວຽດນາມ ນຳໂດຍ ພົຈວ ເຈີ່ນວັນເສົ່າ ຫົວໜ້າອຳນວຍການໂຮງໝໍ 198 ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາແລກປ່ຽນບົດຮຽນກັບ ໂຮງໝໍ 5 ເມສາ ແລະ ກວດສຸຂະພາບການນຳຂັ້ນສູງ ກະຊວງ ປກສ ລາວ.

ໂອກາດດັ່ງກ່າວ, ທ່ານອຳນວຍການໂຮງໝໍ 5 ເມສາ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ໂດຍສະເພາະແມ່ນການແລກປ່ຽນບົດຮຽນເຮັດວຽກຮ່ວມກັບໂຮງໝໍ 5 ເມສາ, ກໍຄືການພົວພັນຮ່ວມມືກັນໃນວຽກງານການແພດ, ການປິ່ນປົວພະນັກງານ-ນັກຮົບຂອງສອງປະເທດລາວ-ຫວຽດນາມ. ເຊິ່ງທ່ານໄດ້ຕີລາຄາວ່າ: ການພົວພັນຮ່ວມມືກໍຄືການຊ່ວຍເຫຼືອທາງດ້ານຢາປົວພະຍາດ, ອຸປະກອນ ແລະ ເຕັກນິກວິຊາການວຽກງານການແພດຂອງ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນສາມາດເຮັດໃຫ້ວຽກງານຕ່າງໆທີ່ກ່ຽວຂ້ອງຂອງ ສປປ ລາວ ມີຜົນສຳເລັດເປັນຢ່າງດີ.

ໃນໂອກາດດຽວກັນນັ້ນ, ຄະນະຜູ້ແທນໂຮງໝໍ 198 ກະຊວງຕຳຫຼວດ ສສ ຫວຽດນາມ ກໍໄດ້ເຂົ້າພົບ ພັອ ທອງສຸກ ຍາເອີ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ເພື່ອສະເໜີຈຸດປະສົງຂອງການມາໃນຄັ້ງນີ້ຕື່ມອີກ; ໂດຍທ່ານຮອງຫົວໜ້າກົມໃຫຍ່ພະລາທິການໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍຕໍ່ການມາເຮັດວຽກຂອງຄະນະຜູ້ແທນໂຮງໝໍ 198 ແລະ ເຊື່ອໝັ້ນວ່າການເຮັດວຽກແລກປ່ຽນບົດຮຽນຂອງສອງຄະນະໃນຄັ້ງນີ້ ຈະເປັນການສືບຕໍ່ຮັດແໜ້ນເພີ່ມພູນຄູນສ້າງສາຍພົວພັນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ; ເວົ້້າສະເພາະແມ່ນສອງກະຊວງກໍຄືສອງໂຮງໝໍ.

ຈາກນັ້ນວັນຕໍ່ມາ, ແພດຊ່ຽວຊານຈາກໂຮງໝໍ 198 ກະຊວງຕໍາຫຼວດ ສສ ຫວຽດນາມ ກໍໄດ້ເຂົ້າກວດສຸຂະພາບໃຫ້ການນໍາຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ; ຢູ່ທີ່ໂຮງໝໍ 5 ເມສາ ເພື່ອເຮັດໃຫ້ຮັບປະກັນທາງດ້ານສຸຂະພາບຂອງນາຍ ແລະ ພົນຕໍາຫຼວດ ໃຫ້ມີສຸຂະພາບແຂງແຮງ ພ້ອມກັນປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ມີໝາກຜົນສູງຂຶ້ນໄປເລື້ອຍໆ.