ກອງປະຊຸມຮ່ວມມືດ້ານວິຊາການ ລາວ-ໄທ ເພື່ອພັດທະນາຂີດຄວາມສາມາດການປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2018 ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວເປັນກຽດເຂົ້າຮ່ວມຂອງ ພັທ ວົງເພັດ ແສງວົງສາ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດກະຊວງ ປກສ ແລະ ຝ່າຍໄທແມ່ນ ທ່ານ ດຣ ທິຕິ ອີ້ງອາລີ ອຳນວຍການໂຮງໝໍທັນຍາລັກອຸດອນທານີ, ມີຜູ້ຕ່າງກະຊວງສາທາລະນະສຸກ ພ້ອມດ້ວຍໂຮງໝໍ 5 ເມສາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ວົງເພັດ ແສງວົງສາ ກ່າວວ່າ: ການຝຶກອົບຮົມແລກປ່ຽນບົດຮຽນໃນຄັ້ງນີ້, ເປັນການຮ່ວມມືວິຊາການ ລາວ-ໄທ ເພື່ອພັດທະນາຂີດຄວາມສາມາດການປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດໂດຍພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນນຳກັນ, ຊອກຫາວິທີການ, ມາດຕະການທີ່ເໝາະສົມ, ສອດຄ່ອງກັບສະພາບຄວາມເປັນຈິງຂອງ 2 ປະເທດ ໃນຂອບຂອງບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືກັນໃນດ້ານນີ້ ແລະ ວາງແຜນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຮ່ວມກັນ ເຊັ່ນ: ການພັດທະນາດ້ານວິຊາການ ແລະ ການແລກປ່ຽນຂໍ້ມູນຂ່າວສານນຳກັນ, ການຝຶກອົບຮົມພັດທະນາຂີດຄວາມສາມາດຂອງບຸກຄະລາກອນ ແລະ ດ້ານການພັດທະນາເກນຄຸນນະພາບມາດຕະຖານ, ສະຖານທີ່ປິ່ນປົວຜູ້ຕິດຢາເສບຕິດ, ສ້າງແຜນການດັ່ງກ່າວ ເພື່ອນຳໃຊ້ເປັນເອກະສານບ່ອນອີງ ແລະ ເປັນທິດນຳໃນການດຳເນີນວຽກງານຮ່ວມມືລະຫວ່າງ 2 ຝ່າຍ.

ການຝຶກອົບຮົມຈະດຳເນີນເປັນເວລາ 1 ວັນ ລວມມີຂະບວນການບໍາບັດຮັກສາ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຂອງສູນປິ່ນປົວອຸດອນທານີ (ປະກອບມີ ຂັ້ນຕອນ, ຂັ້ນບໍາບັດດ້ວຍຢາ ຫຼື ຖອນພິດຢາ, ຂັ້ນຟື້ນຟູສຸຂະພາບ ແລະ ຂັ້ນຕິດຕາມຫຼັງການຮັກສາ), ການສົ່ງຕໍ່ຄົນເຈັບ, ນຳສະເໜີນະໂຍບາຍຂອງລັດຖະບານລາວ ຕໍ່ກັບການແກ້ໄຂບັນຫາຢາເສບຕິດ ແລະ ການນຳສະເໜີຮູບແບບ-ຂັ້ນຕອນ ແລະ ປະສົບການດ້ານການປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຢູ່ສົມສະຫງ່າ.