ວັນທີ 25 ເມສາ ທີ່ຜ່ານມາ, ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ນຳເອົາສຳນວນຄະດີ ຂອງທ້າວ ຕົງເຢັງເຮີ ອາຍຸ 24 ປີ ຢູ່ບ້ານໜອງດິນ ເມືອງຮຸນ ແຂວງອຸດົມໄຊ ຂຶ້ນມາຕັດສິນປະຫານຊີວິດໃນສະຖານຮັບສົ່ງຢາເສບຕິດປະເພດຢາບ້າ ຈຳນວນ 16 ມັດ ເທົ່າກັບ 32 ເມັດ.

ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຂຶ້ນຖະແຫຼງສຳນວນຄະດີ ສະບັບເລກທີ 23 ອຍກຂ.ອຊ, ລົງວັນທີ 15 ມີນາ 2018 ແລະ ຕາມສຳນວນຄະດີ ເລກທີ 120 ອຍກຂ.ອຊ, ລົງວັນທີ 22 ພະຈິກ 2017 ວ່າ: ໃນວັນທີ 4 ຕຸລາ 2018 ທ້າວ ຕົງເຢັງເຮີ ໄດ້ນຳເອົາຢາບ້ານຳຈຳນວນ 16 ມັດ ເທົ່າກັບ 32.000 ເມັດ ຊຸກເຊື່ອງໄວ້ຢູ່ໃນລົດຈັກເວບຈີນ ບໍ່ມີປ້າຍທະບຽນ ເພື່ອຈະເອົາໄປຂາຍຢູ່ເມືອງໄຊ ແຂວງອຸດົມໄຊ ເມື່ອໄປຮອດເຂດເສັ້ນທາງຫຼັກກິໂລແມັດທີ 8 ເຈົ້າໜ້າທີ່ສາຍກວດປະຈຳທາງ ໄດ້ລັດກວດລົດຈັກຂອງຜູ້ກ່ຽວ ພົບເຫັນຂອງກາງຢາບ້າຈຳນວນດັ່ງກ່າວ ຈຶ່ງກັກຕົວໄປດຳເນີນຄະດີ.

ທ້າວ ຕົງເຢີເຮີ ໃຫ້ການວ່າ: ໃນວັນທີ 3 ເມສາ 2018 ມີຊາຍອາຍຸປະມານ 40 ປີ ບໍ່ຮູ້ບ່ອນຢູ່ຂັບລົດຈັກເວບຈີນ ບໍ່ຈື່ປ້າຍທະບຽນ ເຂົ້າມາຫາຢູ່ເຮືອນແລ້ວບອກວ່າ ເອົາຢາບ້າຈຳນວນ 16 ມັດ ໄປສົ່ງໃຫ້ລູກຄ້າຢູ່ເຂດເມືອງໄຊ ໂດຍຈະໄດ້ຮັບຄ່າຈ້າງຈຳນວນ 20.000 ບາດ ເມື່ອນຳເອົາຢາບ້າຈຳນວນດັ່ງກ່າວໄປສົ່ງໃຫ້ລູກຄ້າ ກໍຖືກເຈົ້າໜ້າທີ່ ປກສ ກັກຕົວໄດ້ຢູ່ລະຫວ່າງທາງໄປດຳເນີນຄະດີ.