ປີ 2017 ຄະນະບັນຊາກົມເລຂາ ຫ້ອງວ່າການກະຊວງ ປກສ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ປະຕິບັດວຽກງານເສນາທິການໃຫ້ກະຊວງໃນການກວດແກ້, ແຕ່ງ ແລະ ຮຽບຮຽງເອກະສານ ເພື່ອຮັບປະກັນດ້ານເນື້ອໃນນິຕິກໍາ, ສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ຕິດຕາມການເຄື່ອນໄຫວວຽກງານຂອງການນໍານັບທັງສູນກາງ, ທ້ອງຖິ່ນ ແລະ ຕ່າງປະເທດແມ່ນໄດ້ຮັບຜົນສຳເລັດເປັນຢ່າງດີ.

ພັທ ເຄນທະວີໄຊ ເພັດພະນາ ຮອງຫົວໜ້າກົມເລຂາ ກ່າວໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2018 ຂອງກົມເລຂາ ຫ້ອງວ່າການກະຊວງ ປກສ ໃນທ້າຍອາທິດຜ່ານມາ, ເຂົ້າຮ່ວມໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຫົວໜ້າ-ຮອງຫົວໜ້າກົມ, ພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມວ່າ: 1 ປີຜ່ານມາ ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນວຽກງານເສນາທິການໄດ້ເອົາໃຈໃສ່ຕິດຕາມບັນທຶກກອງປະຊຸມ, ທິດຊີ້ນໍາວຽກງານຕ່າງໆເພື່ອຊຸກຍູ້ຕິດຕາມ, ກວດກາການຈັດຕັ້ງປະຕິບັດຂອງບັນດາກົມກອງໃຫ້ຖືກ, ສັງລວມເອົາຄໍາຄິດເຫັນ, ຂໍ້ສະເໜີຕ່າງໆຂອງບັນດາກະຊວງ, ອົງການ, ກົມກອງອ້ອມຂ້າງ, ທ້ອງຖິ່ນ ແລະ ພາກສ່ວນອື່ນ ເພື່ອລາຍງານຂໍຄໍາເຫັນຈາກການນໍາ; ນອກນັ້ນ, ຍັງໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕາມການມອບໝາຍ ເຊິ່ງສະແດງອອກຄື: ກວດແກ້ຮຽບຮຽງເອກະສານໄດ້ 90 ສະບັບ, ແຕ່ງບົດຄໍາເຫັນ, ບົດໂອ້ລົມ 25 ສະບັບ, ບົດລາຍງານ 57 ສະບັບ, ຕິດຕາມລັດຖະມົນຕີຊີ້ນໍາວຽກງານສວນສະໜາມ 3 ຄັ້ງ, ເຂົ້າຮ່ວມຕິດຕາມກອງປະຊຸມຄະນະລັດຖະມົນຕີ, ຫົວໜ້າຫ້ອງວ່າການ 86 ຄັ້ງ, ຕິດຕາມການນໍາຮັບໃຊ້ແຂກຕ່າງປະເທດ 45 ຄັ້ງ, ສ້າງບົດລາຍງານສະພາບ 25 ຄັ້ງ, ຕິດຕາມການນໍາເຄື່ອນໄຫວວຽກຕ່າງແຂວງ 93 ຄັ້ງ, ເຂົ້າຮ່ວມສ່ອງແສງເລຂາຢູ່ບັນດາຫ້ອງວ່າການລັດຖະບານ ແລະ ສໍານັກງານນາຍົກ 12 ຄັ້ງ, ຕິດຕາມຄະນະລັດຖະມົນຕີ, ລັດຖະມົນຕີໄປຕ່າງປະເທດ 21 ຄັ້ງ.

ປີ 2018 ຄະນະບັນຊາກົມເລຂາ ຫ້ອງວ່າການກະຊວງ ປກສ ຈະສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ປະຕິບັດວຽກງານຕາມພາລະບົດບາດຂອງພະແນກ, ສືບຕໍ່ການບັນທຶກມະຕິກອງປະຊຸມ, ການຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຂອງບັນດາກົມກອງ, ທ້ອງຖິ່ນເພື່ອລາຍງານຂັ້ນເທິງ, ສືບຕໍ່ຕິດຕາມການນໍາໄປເຄື່ອນໄຫວວຽກງານນັບທັງສູນກາງລົງຮອດທ້ອງຖິ່ນ ແລະ ຕ່າງປະເທດໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ, ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ການນໍາປະຕິບັດໜ້າທີ່ການເມືອງສໍາເລັດຜົນ, ສືບຕໍ່ກວດແກ້ຮຽບຮຽງເອກະສານໃຫ້ຖືກຕ້ອງທາງດ້ານເນື້ອໃນ-ນິຕິກໍາ, ແຕ່ງເອກະສານ, ບົດໂອ້ລົມ, ບົດປະກອບຄໍາເຫັນ, ບົດປາໄສໃຫ້ການນໍາ ເພື່ອເຮັດໃຫ້ເນື້ອໃນມີຄວາມຖືກຕ້ອງ ແລະ ຊັດເຈນ.