ກອງບັນຊາການ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ສະກັດຈັບກຸ່ມລັກລອບຫາປາແບບດັບສູນ ດ້ວຍວິທີ ການເອົາເຄື່ອງໄຟຟ້າຊ໊ອດເອົາ ໂດຍມີຜູ້ຖືກຫາຈໍານວນ 5 ຄົນ ເຄື່ອງຊ໊ອດປາາ 5 ເຄື່ອງ ພ້ອມປາຈໍານວນ 80 ກິ ໂລກຼາມ ກໍາລັງກັບບ້ານກ່ອນໄປສົ່ງຂາຍຢູ່ຕະຫຼາດ.
ພັຕ ບຸນຄາມ ເປົາປັນຍາ ຮອງຫົວໜ້າພະແນກຕໍາຫຼວດກອງບັນຊາການ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນວັນທີ 21 ເມສາ 2018, ໄດ້ແຕ່ງຕັ້ງພະນັກງານອອກເຄື່ອນໄຫວກວດກາລາດຕະເວນຕາມສາຍທາງ ເພື່ອເປັນການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ. ຜ່ານການເຄື່ອນ ໄຫວລາດຕະເວນຈົນຮອດ 15:00 ໂມງ ວັນດຽວກັນ ພົບເຫັນປະຊາຊົນຈຳນວນໜຶ່ງຂັບຂີ່ລົດຈັກ, ເຊິ່ງຢູ່ທ້າຍລົດ ຈັກມີກະຕິກນໍ້າຈໍານວນຫຼາຍ, ເຈົ້າໜ້າທີ່ຈຶ່ງເຂົ້າກວດກາພົບເຫັນເຄື່ອງຊ໊ອດໄຟຟ້າຈໍານວນ 5 ເຄື່ອງ ແລະ ປາຈໍາ ນວນ 80 ກິໂລ, ຈຶ່ງໄດ້ນໍາຕົວພວກກ່ຽວທັງ 5 ມີ ທ້າວ ສິງ ອາຍຸ 36 ປີ, ທ້າວ ວອນ ອາ ຍຸ 35 ປີ, ທ້າວ ພຸດ ອາຍຸ 37 ປີ ທັງ 3 ຄົນ ຢູ່ບ້ານໂພນໄຊສະຫ່ວາງ ເມືອງ ແລະ ແຂວງຫຼວງນໍ້າທາ, ທ້າວ ພອນ ໄຊ ອາຍຸ 23 ປີ ຢູ່ບ້ານວຽງ ທອງ, ທ້າວ ແກ້ວ ອາຍຸ 34 ປີ ຢູ່ບ້ານໃໝ່ ເມືອງ ແລະ ແຂວງຫຼວງນໍ້າທາ.
ຜ່ານການສອບສວນພວກກ່ຽວທັງ 5 ໄດ້ຮັບສາລະພາບວ່າ: ເຄື່ອງຊ໊ອດໄຟຟ້າຈໍານວນ 5 ເຄື່ອງ ແມ່ນຂອງພວກ ຕົນແທ້ ໄດ້ຊື້ມາໃຊ້ເພື່ອຊ໊ອດເອົາປາໄປຂາຍ, ເຊິ່ງພວກກ່ຽວໄດ້ໃຊ້ເຄື່ອງຊ໊ອດໄຟ້ຟ້າເຄື່ອນໄຫວຊ໊ອດປາຢູ່ແມ່ນໍ້າ ເຂດເມືອງວຽງພູຄາ ມາແລ້ວຈໍານວນ 8 ຄັ້ງ ໄດ້ປາມາແລ້ວນໍາເອົາໄປຂາຍໃຫ້ແມ່ຄ້າຢູ່ຕະຫຼາດ ແຂວງຫຼວງນໍ້າທາ. ແຕ່ໃນຄັ້ງນີ້, ໄດ້ກັບມາຈາກການໄປຊ໊ອດປາຢູ່ທາງນໍ້າມາຍ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກຽມຈະກັບບ້ານຖືກ ເຈົ້າໜ້າທີ່ກວດກາພົບເຫັນ. ການກະທໍາຜິດຂອງພວກກ່ຽວທັງ 5 ຄົນ ແມ່ນເຮັດຜິດໂດຍເຈດຕະນາ, ພວກກ່ຽວໄດ້ ກະທໍາຜິດຕໍ່ລະບຽບກົດໝາຍວ່າດ້ວຍການສະກັດກັ້ນການທໍາລາຍສັດນໍ້າ ແລະ ສັດປ່າແບບດັບສູນ, ສະບັບເລກທີ 02 / ຈຂ ລົງວັນທີ 17 ກຸມພາ 2004. ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ຢຶດເຄື່ອງຂອງກາງ ພ້ອມທັງນໍາຕົວພວກ ກ່ຽວທັງ 5 ຄົນ ມາສຶກສາອົບຮົມກ່າວເຕືອນ.