ຫ້ອງວ່າການປະທານປະເທດ

ທ້າຍອາທິດຜ່ານມາ, ຫ້ອງວ່າການປະທານປະເທດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງ ເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການປະທານປະເທດ, ມີພະນັກງານບໍານານ-ຮຸ່ນອາວຸໂສ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານ-ສະມາຊິກພາຍໃນ ເຂົ້າຮ່ວມ.

ທ່ານ ເຈີຢິ່ງ ຫວາງ ພະນັກງານບໍານານອະດີດຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການປະທານປະເທດ ກ່າວວ່າ: 

ໂດຍການເຂົ້າຮ່ວມຂອງ ທ່ານ ເພັດສະໝອນ ພັນທະວົງ

ເພື່ອເປັນການຊົມເຊີຍ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງ ເມືອງວຽງໄຊ-ຖານທີ່ໝັ້ນ ຂອງການປະຕິວັດ ຄົບຮອບ 50 ປີ (30 ພະຈິກ 1968-30 ພະຈິກ 2018) ຢ່າງສຸດໃຈ ແລະ ເປັນການລະລຶກເຖິງຄຸນງາມຄວາມດີຂອງທ່ານຜູ້ນໍາທີ່ອົງອາດກ້າຫານ, ເສຍສະລະຕໍ່ສູ້ເພື່ອປະເທດຊາດ ກໍຄືປະຊາຊົນ ລາວບັນດາເຜົ່າ, ນໍາພາປະຊາຊົນລາວ ເຮັດສໍາເລັດໃນພາລະກິດປົດປ່ອຍຊາດ ຕ້ານພວກລ່າເມືອງຂຶ້ນຝຣັ່ງທີ່ຕ່າວຄືນມາຮຸກຮານປະເທດລາວ ຄັ້ງທີ 2 ເຊິ່ງເມືອງວຽງໄຊ ແຂວງຫົວພັນ ເປັນສູນກາງແຫ່ງການຊີ້ນໍາ-ນາພາຮອບດ້ານ, ເປັນບ່ອນທີ່ກໍາເນີດພັກປະຊາຊົນລາວ ໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານພວກລັດທິລ່າເມືອງຂຶ້ນແບບເກົ່າ-ແບບໃໝ່ ແລະ ປົດປ່ອຍຊາດຢ່າງມີໄຊ.

ນອກນັ້ນ, ເມືອງວຽງໄຊ ຍັງແມ່ນຕົ້ນກໍາເນີດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ເມື່ອພັກໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ປະເຊີນໜ້າໂດຍກົງກັບການຮຸກຮານຂອງຈັກກະພັດອາເມລິກາ ທີ່ມີຄວາມເຂັ້ມແຂງທາງດ້ານເສດຖະກິດ, ມີພະຫະນະສົງຄາມທີ່ທັນສະໄໝ ໂດຍສືບທອດ ແລະ ເສີມຂະຫຍາຍພາລະກິດຂອງພັກກອມມູນິດອິນດູຈີນ ເຊິ່ງພັກໄດ້ຊີ້ນໍາຮອບດ້ານດ້ວຍການກໍານົດໂຄງການ-ການເມືອງທີມີແນວທາງຍຸດທະສາດ, ຍຸດໂທບາຍ, ວິທີປະຕິບັດຢ່າງຖືກຕ້ອງ ແລະ ປະດິດສ້າງຍ້ອນມີຈຸດໝາຍ, ມີທິດທາງ, ແຜນນະໂຍບາຍ ແລະ ການສັບຊ້ອນກໍາລັງຍຸດທະສາດຂອງການປະຕິວັດຢ່າງຖືກຕ້ອງ ຈຶ່ງສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ທັງສ້າງໄດ້ບາດກ້າວກະໂດດຂັ້ນເປັນລໍາດັບໃນແຕ່ລະໄລຍະ, ນໍາພາປວງຊົນລາວທັງຊາດລຸກຮື້ຂຶ້ນຕໍ່ສູ້ກູ້ຊາດຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ເພື່ອປົດປ່ອຍປະທາດຊາດ.

ພິທີປາຖະກະຖາວັນສ້າງຕັ້ງ ເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ

ເຊິ່ງຜົນສໍາເລັດດັ່ງກ່າວ ໄດ້ເປັນຂີດໝາຍອັນສໍາຄັນໃຫ້ແກ່ປວງຊົນລາວທັງຊາດ ເຮັດໃຫ້ສັງຄົມຄວາມສະຫງົບສຸກ, ປະຊາຊົນລາວບັນດາເຜົ່າໄດ້ຮັບສິດເສລີພາບ, ເສດຖະກິດມີການຂະຫຍາຍຕົວ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຕະຫຼອດມາ.