ສົມເດັດພຣະຣາຊາທິບໍດີ ສຸລະຕ່ານ ຮັດຊານັນ ໂບນເກຍ ຂອງ ບຣູໄນ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ

ຂ່າວຕ່າງປະເທດລາຍງານໃນວັນທີ 20 ພະຈິກ ນີ້ວ່າ: ສົມເດັດພຣະຣາຊາທິບໍດີ ສຸລະຕ່ານ ຮັດຊານັນ ໂບນເກຍ ຂອງ ບຣູໄນ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ຮ່ວມກັນເປັນສັກຂີພະຍານໃນພິທີລົງນາມບັນທຶກຂໍ້ຕົກລົງການຮ່ວມມື (MOU) ວ່າດ້ວຍ ການສົ່ງເສີມຄວາມສໍາພັນ ແລະ ຄວາມຮ່ວມມືລະດັບທະວິພາຄີໃນຫຼາຍຮູບແບບ, ເຊິ່ງລວມເຖິງລັດຖະບານບຣູໄນ ທີ່ຈະໃຫ້ການສະໜັບສະໜູນ ແລະ ຮ່ວມປະຊາສໍາພັນແຜນຍຸດທະສາດ “ ໜຶ່ງແຖບໜຶ່ງເສັ້ນທາງ ” ຫຼື ເສັ້ນທາງສາຍໄໝແຫ່ງສະຕະວັດທີ່ 21 ໃນວັນທີ 19 ພະຈິກ 2018.

ແຜນຍຸດທະສາດ “ ໜຶ່ງແຖບໜຶ່ງເສັ້ນທາງ ”

ປະທານປະເທດຈີນ ກ່າວຕໍ່ ຜູ້ນຳຂອງບຣູໄນ ວ່າ:

ລັດຖະບານຈີນ ມີຄວາມພ້ອມຢ່າງຍິ່ງໃຫຍ່ໃນການຍົກລະດັບຄວາມຊ່ວຍເຫຼືອຕາມແນວທາງ ໃນ MOU ເພື່ອການພັດທະນາລະບົບໂຄງສ້າງພື້ນຖານ ແລະ ອຸດສາຫະກຳຫຼາຍດ້ານຂອງ ບຣູໄນ ໂດຍສະເພາະໃນດ້ານໂຄງການສຳຫຼວດ ແລະ ແປຮູບແຫຼ່ງພະລັງງານ ຕະຫຼອດຈົນຮອດການຂະຫຍາຍຂອບເຂດການຮ່ວມມືລະບຽບເສດຖະກິດ ບຣູໄນ-ກວ່າງຊີ ເພື່ອພັດທະນາດ້ານກະເສດຕະກຳ, ການຜະລິດອາຫານຮາລານ ແລະ ການລ້ຽງສັດນ້ຳ.

ພິທີລົງນາມບັນທຶກຂໍ້ຕົກລົງການຮ່ວມມື (MOU)

ນອກຈາກນີ້, ຈີນ ແລະ ບຣູໄນ ຍັງຫາລືກັນດ້ານຄວາມໝັ້ນຄົງໃນທະເລຈີນໃຕ້, ເຊິ່ງ ບຣູໄນ ເປັນໜຶ່ງໃນສະມາຊິກສະມາຄົມປະຊາຊາດ ແຫ່ງ ອາຊີຕາເວັນອອກສຽງໃຕ້ (ອາຊຽນ) ແລະ ສະໜັບສະໜູນການເດີນໜ້າເຈລະຈາກັບ ລັດຖະບານຈີນ ຕາມແນວທາງປະຕິບັດຂອງ (COC), ເຊິ່ງມີການເຫັນດີກັນລະຫວ່າງ ກອງປະຊຸມສຸດຍອດຜູ້ນຳອາຊຽນ ທີ່ສິງກະໂປ ໃນອາທິດທີ່ຜ່ານມາ ແລະ ການສົ່ງເສີມຄວາມຮ່ວມມືຕໍ່ຕ້ານນະໂຍບາຍກີດກັນທາງການຄ້າຈາກຕ່າງປະເທດນຳອີກ.

ຝ່າຍ ບຣູໄນ

ແນວໃດກໍຕາມ, ການຢ້ຽມຢາມນະຄອນຫຼວງບັນດາເຊຣີ ເບກາວັນ ຂອງ ທ່ານ ສີ ຈິ້ນຜິງ ຖືເປັນປະທານປະເທດຈີນ ຄົນທຳອິດ ໃນຮອບ 13 ປີ ຕໍ່ຈາກທ່ານປະທານປະເທດ ຫູ ຈິ່ນເທົາ ທີ່ຢ້ຽມຢາມ ບຣູໄນ ແລະ ເປັນການສົ່ງສັນຍານທີ່ດີຂອງລັດຖະບານຈີນ ໃນເຂດພາກພື້ນແຫ່ງນີ້ຫຼາຍຂຶ້ນ.

ຝ່າຍ ສປ ຈີນ