ເປີດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ

0
2770
ເປັນປະທານໂດຍ ທ່ານ ບຸນຍັງ ວໍລະຈິດ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 20 ພະຈິກ – 21 ທັນວາ 2018, ໂດຍມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ນາຍົກ-ຮອງນາຍົກລັດຖະມົນຕີ ລັດຖະມົນຕີ-ຮອງລັດຖະມົນຕີ, ເຈົ້າແຂວງ-ຮອງເຈົ້າແຂວງ, ອະດີດການນໍາພັກ-ລັດ, ພະນັກງານອາວຸໂສບໍານານ, ສະມາຊິກສະພາແຫ່ງຊາດ, ຕາງໜ້າຈາກກະຊວງ-ອົງການ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ທັງເປັນປະທານກອງປະຊຸມ ຂຶ້ນກ່າວໄຂກອງປະຊຸມ ວ່າ:

ສະພາແຫ່ງຊາດ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນເພື່ອຈັດຕັ້ງປະຕິບັດພາລະໜ້າທີ່ຂອງ ສະພາແຫ່ງຊາດ ໃນຖານະທີ່ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອໍານາດລັດ, ເປັນອົງການນິຕິບັນຍັດຕາມທີ່ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ ແລະ ກົດໝາຍ; ເຊິ່ງກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການລາຍງານຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ປະຈໍາປີ 2018 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2019 ຂອງລັດຖະບານ, ຮັບຟັງການລາຍງານຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019, ຮັບຟັງການລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ແຜນການທິດທາງປະຈໍາປີ 2019, ບົດລາຍງານອົງການກວດສອບແຫ່ງລັດ ຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2017, ຮັບຟັງການລາຍງານຂອງ ອົງການກວດກາລັດຖະບານ ກ່ຽວກັບ ການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016 ແລະ ຮັບຟັງການປະກອບຄໍາເຫັນຂອງຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019, ສະພາບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ແລະ ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງຜູ້ວ່າທະນາຄານແຫ່ງ ສປປ ລາວ.

ທ່ານ ທອງລຸນ ສີສຸລິດ

ນອກຈາກນີ້, ກອງປະຊຸມ ຍັງຈະໄດ້ຮັບຟັງການລາຍງານ ຕໍ່ຜົນການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈໍາປີ 2019 ຂອງບັນດາອົງການ, ກະຊວງ, ແຂວງ, ພ້ອມທັງຄົ້ນຄວ້າພິຈາລະນາກົດໝາຍສະປັບປຸງ ແລະ ສ້າງໃໝ່ທັງໝົດ 8 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ມີສະເພາະກົດໝາຍ ວ່າດ້ວຍ ຄົນພິການ, ກົດໝາຍ ວ່າດ້ວຍ ຄວາມປອດໄພຈາກລັງສີ, ກົດໝາຍ ວ່າດ້ວຍ ລາຍເຊັນເອເລັກໂຕຣນິກ, ກົດໝາຍ ວ່າດ້ວຍ ການປະກັນສຸຂະພາບ, ກົດໝາຍ ວ່າດ້ວຍ ການລົດໄຟ, ກົດໝາຍ ວ່າດ້ວຍ ສໍານັກງານຜູ້ຕາງໜ້າ ສປປ ລາວ ປະຈໍາຢູ່ຕ່າງປະເທດ ແລະ ກົດໝາຍ ວ່າດ້ວຍ ທີ່ດິນ.