ເປັນປະທານໂດຍ ທ່ານ ຈັນສີ ໂພຄຳ ກຳມະການກົມການເມືອງສູນກາງພັກ ພ້ອມດ້ວຍຄະນະ

ໃນວັນທີ 13 ພະຈິກ 2018, ແຂວງໄຊສົມບູນ ໄດ້ເປີດພິທີປຶກສາຫາລືຊຸກຍູ້ວຽກງານກໍ່ສ້າງພັກ-ພະນັກງານ ໂດຍການເປັນປະທານຂອງ ທ່ານ ຈັນສີ ໂພຄຳ ກຳມະການກົມການເມືອງສູນກາງພັກ ພ້ອມດ້ວຍຄະນະ ເຂົ້າຮ່ວມມີບັນດາການນໍາແຂວງ, ເມືອງ, ກົມກອງ, ອົງການ ແລະ ຫົວໜ້າພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ, ພົຕ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ ໄດ້ຂຶ້ນຜ່ານບົດລາຍງານວ່າ:

ໃນໄລຍະຊຸມປີທີ່ຜ່ານມາ, ອົງຄະນະພັກ ໄດ້ມີພະຍາຍາມຢ່າງຕັ້ງໜ້າໃນການປົກປັກຮັກສາ ແລະ ພັດທະນາ ແຂວງໄຊສົມບູນ ໂດຍສະເພາະແມ່ນ

ໄດ້ສຸມໃສ່ການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງລັດ ຄັ້ງທີ 8, ໄດ້ຖືເອົາການສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປອງດອງ, ຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມກັບ ການພັດທະນາກໍ່ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມ, ໄດ້ຊຸກຍູ້ສົ່ງເສີມການຜະລິດຂອງພໍ່-ແມ່ປະຊາຊົນບັນດາເຜົ່າ ຕາມທ່າແຮງຂອງແຕ່ລະເມືອງ ແລະ ກຸ່ມບ້ານ ເຊັ່ນ: ການປູກເຂົ້າ, ສາລີ, ມັນຕົ້ນ, ໝາກນັດ, ໝາກກ້ຽງ, ພືດຜັກ, ຢ່າງພາລາ, ການລ້ຽງສັດ, ງົວ, ຄວາຍ ເປັນຕົ້ນ.

ນອກນັ້ນ, ຍັງໄດ້ສຸມໃສ່ກໍ່ສ້າງເສັ້ນທາງ 5 ເມືອງ, ເສັ້ນທາງເຊື່ອມຈອດກັບບັນດາແຂວງອ້ອມຂ້າງ, ເສັ້ນທາງໃນຕົວເມືອງ, ເທດສະບານແຂວງ, ປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ບຸກຄະລາກອນແຕ່ລະຂັ້ນທົ່ວແຂວງ, ເມືອງ, ບ້ານ ໃຫ້ເຕີບໃຫຍ່ຂຶ້ນເປັນກ້າວໆ.

ພ້ອມນັ້ນ, ແຕ່ລະກົມກອງ, ອົງການ, ຫົວໜ້າພະແນກການອ້ອມຂ້າງແຂວງ ຍັງໄດ້ຂຶ້ນປະກອບຄຳຄິດເຫັນ ເພື່ອເຮັດໃຫ້ພິທີໃນຄັ້ງນີ້ ມີຄວາມໜັກແໜ້ນ ແລະ ກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນມີຄວາມໝາຍຄົບຖ້ວນ ແລະ ສົມບູນຍິ່ງຂຶ້ນ.

ພິທີປຶກສາຫາລືຊຸກຍູ້ວຽກງານກໍ່ສ້າງພັກ-ພະນັກງານ

ໂອກາດນີ້, ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເນັ້ນໃຫ້ອໍານາດການປົກຄອງແຂວງ ກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃຫ້ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນຳພາ, ຕີຖອຍບັນດາປະກົດການເຊື່ອມທາດຂາດຄຸນ, ປັບປຸງ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ແລະ ບັນດາປະກົດການຫຍໍ້ທໍ້ຢູ່ພາຍໃນກົງຈັກພັກ-ລັດ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ ສາມາດເປັນການນຳທີ່ເຂັ້ມແຂງ ໃນລະບົບການເມືອງຢູ່ຮາກຖານ ໄປພ້ອມກັບ ການເຊີດຊູຄວາມສາມາດນຳພາຂອງໜ່ວຍພັກ ແລະ ຄວາມເປັນແບບຢ່າງນຳໜ້າໃນຖັນແຖວສະມາຊິກພັກ, ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອົາໃຈໃສ່ປັບປຸງ-ບຳລຸງກໍ່ສ້າງຖັນແຖວສະມາຊິກພັກ-ພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເປັນແບບຢ່າງນຳໜ້າ,​ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ແລະ ເຮັດສຳເລັດໜ້າທີ່ວຽກງານທີ່ຖືກມອບໝາຍ.