ຕຳຫຼວດ ລາວ-ຫງຽດນາມ ຮ່ວມມືກັນສະກັດກັ້ນ ແລະ ຕ້ານອາຊະຍາກຳ

0
1102

ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ຫ້ອງການອົງການສືບສວນ-ສອບສວນ ກະຊວງຕໍາຫຼວດ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນກ່ຽວກັບ ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ວຽກງານສືບສວນ-ສອບສວນ ແລະ ວຽກງານໄລ່ຊອກ-ໄລ່ຈັບ ຂຶ້ນໃນວັນທີ 20 ພະຈິກ 2018 ທີ່ນະຄອນຫຼວງວຽງຈັນ ນໍາພາໂດຍ ພັອ ຄໍາຮຸ່ງ ແສງປະເສີດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ມີ ພັອ ເລວັນເຕິນ ຮອງຫົວໜ້າຫ້ອງການອົງການສືບສວນ-ສອບສວນ ກະຊວງຕໍາຫຼວດ ສສ ຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.

ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານການຮ່ວມມື ໃນໄລຍະຜ່ານມາ ໃຫ້ກອງປະຊຸມໄດ້ຮັບຮູ້ ໂດຍສະເພາະສະພາບບາງດ້ານທີ່ພົ້ນເດັ່ນ ແລະ ສະພາບການທີ່ກ່ຽວພັນເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍສະເພາະແມ່ນວຽກງານທີ່ກ່ຽວຂ້ອງກັບ ກົມກອງວິຊາສະເພາະ ຂອງການຮ່ວມມືກັນລະຫວ່າງ ສອງກໍາລັງ ກໍຄື ຕໍາຫຼວດລາວ ແລະ ຕໍາຫຼວດຫວຽດນາມ; ເຊິ່່ງໃນໄລຍະ 1 ປີ ທີ່ຜ່ານມາ, ທັງສອງກໍາລັງໄດ້ເອົາໃຈໃສ່ມ້າງຄະດີຢາເສບຕິດຮ່ວມກັນໄດ້ ຈໍານວນ 23 ຄັ້ງ, ກັກຜູ້ຖືກຫາໄດ້ 51 ຄົນ ຍິງ 4 ຄັນ, ສາມາດຢຶດຂອງກາງຢາເສບຕິດປະເພດຕ່າງໆໄດ້ ເຊັ່ນ: ເຮໂລອິນ 162 ແທ່ງ, ຢາບ້າ 542.922 ເມັດ, ຢາໄອສ໌ 71 ກິໂລກຼາມ, ຢາຝິ່ນ 11 ກິໂລກຼາມ, ລົດໃຫຍ່ 6 ຄັນ, ລົດຈັກ 5 ຄັນ, ອາວຸດເສິກ 11 ກະບອກ, ລູກປືນ 26 ລຸກ ແລະ ຊັບສິນອີກຈໍານວນໜຶ່ງ. ນອກນັ້ນ, ທັງສອງຝ່າຍ ຍັງໄດ້ປະສານແລກປ່ຽນຂໍ້ມູນຂ່າວສານ ດ້ານອາຊະຍາກໍາ, ການກວດກາພິເສດເປົ້າໝາຍອາຊະຍາກໍາປະເພດຕ່າງໆ, ເປົ້າໝາຍໄລ່ຊອກ-ຈັບ ແລະ ຂໍ້ມູນກ່ຽວກັບອາຊະຍາກໍາທີ່ກ່ຽວຂ້ອງອື່ນໆທີ່ ຕໍາຫຼວດຫຼວຽດນາມ ໄດ້ນໍາມາສະເໜີໃຫ້ ກົມໃຫຍ່ຕໍາຫຼວດລາວ ຊ່ວຍກວດກາລວມມີທັງໝົດ 20 ເລື່ອງ. ໃນນັ້ນ, ໄດ້ແກ້ໄຂແລ້ວ 9 ເລື່ອງ ແລະ ຍັງສືບຕໍ່ດໍາເນີນຢູ່ 11 ເລື່ອງ.

ພາຍຫຼັງໄດ້ຮັບການລາຍງານຜົນການຮ່ວມມື, ກອງປະຊຸມກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ພ້ອມທັງປຶກສາຫາລື ແລະ ເແລກປ່ຽນບົດຮຽນຢ່າງກົງໄປກົງມາ ເພື່ອແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນ ເປັນຕົ້ນແມ່ນການສະກັດກັ້ນ ແລະ ຕ້ານການກໍ່ອາຊະຍາກໍາລຽບຕາມຊາຍແດນ, ການຄ້າ-ຂາຍຢາເສບຕິດຂ້າມຊາຍແດນ ແລະ ການກະທໍາຜິດອື່ນໆໃຫ້ຫຼຸດລົງເປັນກ້າວໆ.

ຫ້ອງການອົງການສືບສວນ-ສອບສວນ ກະຊວງຕໍາຫຼວດ ສສ ຫວຽດນາມ

ໃນຕໍ່ໜ້າ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການປະສານງານ, ປັບປຸງກົນໄກປະສານສົມທົບ ເພື່ອຕ້ານກັບພວກກໍ່ອາຊະຍາກໍາ, ລົງກວດກາພື້ນທີ່ຫ່ໍຼແຫຼມ-ເສັ້ນທາງລໍາລຽງຂົນສົ່ງສິ່ງຜິດກົດໝາຍ ພ້ອມທັງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ການພິສູດເປົ້າໝາຍ ແລະ ການສະໜອງຂໍ້ມູນຂ່າວສານໃຫ້ມີຄວາມລະອຽດຊັດເຈນ, ວ່ອງໄວ ແລະ ທັນການ ເຊິ່ງໃນບາງກໍລະນີທີ່ບໍ່ສາມາດສົ່ງຜູ້ຖືກຫາ ຫຼື ຜູ້ກະທໍາຜິດໄປໃຫ້ອີກຝ່າຍໜຶ່ງດໍາເນີນຄະດີໄດ້ ແມ່ນຄວນມີມາດຕະການດໍາເນີນຄະດີຕໍ່ຜູ້ກະທໍາຜິດ ເພື່ອຮັບປະກັນໃຫ້ແກ່ການລົງໂທດຕໍ່ຜູ້ທີ່ກະທໍາຜິດ ແລະ ນໍາເອົາຄ່າເສຍຫາຍກັບຄືນ.