ກອງທັບຈີນ ແລະ ຫວຽດນາມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ພະຈິກນີ້ວ່າ: ຕາມ​ແຜນ​ການ​ຂອງ ກອງປະຊຸມ​ພົບ​ປະ​ລະ​ດັບ​ສູງ​ ຢູ່​ເຂດ​ຊາຍ​ແດນ ​ຄັ້ງ​ທີ 5 ຂອງ​ ກອງ​ທັບ​ຈີນ​ ແລະ​ ຫວຽດ​ນາມ, ​ການ​ຝຶກ​ຊ້ອມ​ຮ່ວມ​ກູ້​ໄພ​ຢູ່​ເຂດ​ຊາຍ​ແດນ ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ພູ​ໂຮ ​ແຂວງ​​ກາວ​ບັງ​ ປະ​ເທດ​ຫວຽດ​ນາມ ​ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍການເຂົ້າຮ່ວມຂອງ ທ່ານ ​ເວີ້ຍ​ເຟີງ​ເຫີ ​ທີ່​ປຶກ​ສາ​ແຫ່ງ​ລັດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ສປ ຈີນ​ ແລະ​ ທ່ານ​ ງໍ​ຊວນ​ລີກ ຮອງ​ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສສ ​ຫວຽດ​ນາມ ​ພ້ອມ​ດ້ວຍ​ຄະ​ນະ ກໍໄດ້ເຂົ້າຮ່ວມ.

ການ​ຝຶກ​ຊ້ອມ​ຄັ້ງ​ນີ້​ ​ແບ່ງ​ເປັນ 4 ໄລ​ຍະ ​ຄື:

ຕັ້ງ​ກອງ​ບັນ​ຊາ​ການ, ກະ​ກຽມ​ການ​ຊ່ວຍ​ເຫຼືອ, ການ​ຊ່ວຍ​ເຫຼືອ ​ແລະ ​​ຍົກ​ຍ້າຍ​ຈາກ​ເຂດ​ຊ່ວຍ​ເຫຼືອ, ເຊິ່ງສອງ​ຝ່າຍ​ໄດ້​ຕັ້ງ​ກອງ​ບັນ​ຊາ​ການ​ກູ້​ໄພ​ຮ່ວມ​ ເພື່ອ​ປະ​ຕິ​ບັດ​ການ​ຊ່ວຍເຫຼືອ ​ແລະ​ ປິ່ນ​ປົວ​ຮ່ວມ​ກັນ,

ການ​ຝຶກ​ຊ້ອມຄັ້ງນີ້ປະກອບ​ມີ 8 ລາຍ​ການ​ ​ຄື: ​ມ້າງທຳ​ລາຍ ​ແລະ​​ ມ້າງ​ຊາກ​ຫັກ​ພັງ, ການ​ຂົນ​ສົ່ງ​ຜູ້​ບາດ​ເຈັບ​ ແລະ​ອື່ນໆ

ໂດຍມີເຈົ້າໜ້າທີ່ທະ​ຫານ​ຂອງ​ຈີນ ​ແລະ​ ຫວຽດ​ນາມ ຈຳນວນ 145 ຄົນ​ ເຂົ້າ​ຮ່ວມ​ການ​ຝຶ​ກ​ຊ້ອມຢ່າງພ້ອມພຽງ ໂດຍມີການ​ເຄື່ອນ​ໄຫວ​ຢ່າງວ່ອງ​ໄວ ​ແລະ​ ປະ​ສານ​​ງານ​ກັນ​ຢ່າງ​ໃກ້​ຊິດ ເຮັດໃຫ້​ການ​ຝຶກ​ຊ້ອມ​ກູ້​ໄພຄັ້ງນີ້​ ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ງົດ​ງາມ.

ຝຶກຊ້ອມກູ້ໄພຮ່ວມກັນ ຢູ່ເຂດຊາຍແດນ