ວັນທີ 15 ສິງຫາ 2018, ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊຶມເອກະສານ ວັນສຳຄັນຂອງພັກໃຫ້ແກ່ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນ ພ້ອມທັງເອົາໃຈໃສ່ຍົກສູງບົດບາດ ນຳພາຂອງພັກ ແລະ ເພີ່ມປະສິດທິພາບໃນການບໍລິຫານງານຂອງລັດໃຫ້ໜັກແໜ້ນຂຶ້ນຕື່ມ; ໃຫ້ກຽດເຜີຍແຜ່ເອກະສານ ໂດຍ ທ່ານ ຄໍາເມິງ ພົງທະດີ ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການປະທານປະເທດ.

ເອກະສານທີ່ນໍາມາເຜີຍແຜ່ປະກອບມີ: ມະຕິຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ເລກທີ 037/ ຄບສພ ວ່າດ້ວຍການຍົກສູງປະສິດທິພາບ ການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ເອກະສານເຊັນສັນຍາມິດຕະພາບການຮ່ວມມື ລາວ-ຫວຽດນາມ (18 ກໍລະກົດ 1977-18 ກໍລະກົດ 2018), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ (5 ກັນຍາ 1962-5 ກັນຍາ 2018), ວັນລັດຖະທຳມະນູນແຫ່ງ ສປປ ລາວ (15 ສິງຫາ 1991) ແລະ ວັນຍຶດອຳນາດ (23 ສິງຫາ 1945- 23 ສິງຫາ 2018).

ເຊິ່ງການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ແມ່ນພື້ນຖານຂອງການສ້າງລັດດ້ວຍກົດໝາຍ ເຊິ່ງເປັນຂະບວນວິວັດອັນໜຶ່ງຂອງການບູລະນະລະບອບປະຊາທິປະໄຕ ທີ່ຕ້ອງໄດ້ດຳເນີນເປັນແຕ່ລະບາດກ້າວຢ່າງຮອບ ຄອບ ແລະ ໜັກແໜ້ນອີກດ້ວຍ ເພື່ອໄປສູ່ຈຸດໝາຍເປັນປະເທດທີ່ປົກຄອງດ້ວຍລະບອບສັງຄົມນິຍົມ ແລະ ນັບແຕ່ດຳເນີນແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານທີ່ຜ່ານມາ ພັກກໍໄດ້ນຳພາສ້າງ ພ້ອມທັງນຳໃຊ້ ແລະ ປັບປຸງລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ທີ່ເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງສັງ ຄົມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າຂອງລັດ ແລະ ລວມໝູ່ພ້ອມທັງຮັບປະກັນການປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນໃຫ້ໝັ້ນຄົງ.

ນອກນັ້ນ, ທ່ານຍັງໄດ້ຍົກ ໃຫ້ເຫັນຄວາມໝາຍຂອງວັນລັດຖະທໍາມະນູນແຫ່ງ ສປປ ລາວ ມີຄວາມສໍາຄັນຫຼາຍ ໃນການສ້າງສັນຕິພາບຄວາມເປັນເອກະພາບກັນພາຍໃຕ້ການນຳພາຂອງພັກ, ຮັບຮູ້ ແລະ ປົກປ້ອງການດຳລົງຄົງຕົວ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຂອງປະຊາຊົນບັນດາເຜົ່າ ແລະ ຍັງເປັນພາຫະນະອັນ ສຳຄັນ ເພື່ອສຶກສາອົບຮົມປະຊາຊົນໃຫ້ຍົກສູງນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ ພ້ອມທັງປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມແນວທາງການປ່ຽນແປງໃໝ່ ແນໃສ່ໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.