ເສົ້າສະຫຼົດໃຈ ໃຜຈະຄາດຄິດ ຜູ້ເປັນແມ່ອາຍຸ 37 ປີ ມີອາການຄ້າຍຄືປະສາດຫຼອນ ຈັບພ້າປາດຄໍລູກສາວຕົວເອງ ອາຍຸ 2 ປີ ເສຍຊີວິດຄ່າທີ່ ໃນວັນທີ 14 ສິງຫາ 2018 ຢູ່ບ້ານຫ້ວຍຍາງ ເມືອງຂວາ ແຂວງຜົ້ງສາລີ. ເຈົ້າໜ້າທີ່ກໍາລັງສືບສວນ-ສອບສວນ ຫາສາເຫດແຮງຈູງໃຈກໍ່ເຫດຄາດຕະກໍາໃນຄັ້ງນີ້.

ຮອ ບຸນທະວີ ຄໍາແສງວົງ ຮອງຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງຂວາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານຈາກາກນຈັດຕັ້ງບ້ານ ວ່າ: ແມ່ຂ້າລູກຕົວເອງ. ຈາກນັ້ນ, ຈຶ່ງລົງໄປປະສານສົມທົບກັບ ປກສ ບ້ານ ແລະ ການຈັດຕັ້ງບ້ານຊັນນະສູດສະຖານທີ່ເກີດເຫດ ພົບເຫັນເດັກນ້ອຍທີ່ເສຍຊີວິດ ຊື່ ນາງ ລາດດາ ອາຍຸ 2 ປີ ຖືກຂອງມີຄົມປາດເຂົ້າທີ່ບໍລິເວນຄໍ ຍາວປະມານ 10 ຊັງຕີແມັດ, ກົກຂ້າເບື້ອງຂວາດ້ານໜ້າຖືກປາດເປັນແຜຍາວປະມານ 15 ຊັງຕີແມັດ. ເຊິ່ງຜູ້ກໍ່ເຫດ ແມ່ນ ນາງ ຄຳ ອາຍຸ 37 ເປັນແມ່ຄີງຂອງເດັກຜູ້ເສຍຊີວິດເອງ. ເຈົ້າໜ້າທີ່ຈິ່ງກັກຕົວໄວ້ ເພາະຜູ້ເປັນແມ່ມີອາການຄ້າຍຄືປະສາດຫຼອນ ຊຶມເສົ້າເວົ້າຈາວົນໄປວົນມາ. ສ່ວນຜູ້ເປັນຜົວແມ່ນ ບໍ່ຢູ່ເຮືອນໄປນາ.

ຕາມການສອບຖາມປະຊາຊົນຜູ້ເຫັນເຫດການເລົ່າວ່າ: ນາງ ຄຳ ມີອາການບໍ່ສະບາຍຊຶມເສົ້າມາແຕ່ໃນວັນທີ 12 ສິງຫາ 2018. ຈົນຮອດມື້ເກີດເຫດ ນາງ ຄຳ ມີອາການລະເມີຮ້າຍແຮງຂຶ້ນຄ້າຍຄືຄົນເປັນປະສາດຫຼອນໂດຍເວົ້າວ່າ ຈະມີຄົນມາຂ້າລູກຕົວເອງ.

ຢ່າງໃດກໍຕາມ, ເຈົ້າໜ້າທີ່ ປກສ ເມືອງຂວາ ຍັງບໍ່ທັນປັກໃຈເຊື່ອ ຈົນກວ່ານາງ ຄຳ ຈະມີສະຕິກັບຄືນມາຈະໄດ້ສອບສວນ ແລະ ຖ້າຜົນພິສູດອາການຈາກໂຮງໝໍກ່ອນ ວ່າແຮງຈູງໃຈໃນການກໍ່ເຫດຄັ້ງນີ້ ມາຈາກໃສ່ແທ້.