ສໍານັກຂ່າວຊິນຫົວ ຂອງທາງການຈີນ ລາຍງານໃນວັນທີ 17 ສິງຫານີ້ ວ່າ: ພາຍຸໄຕ້ຝຸ່ນ ຣໍາເບຍ ພັດຂຶ້ນຝັ່ງທີ່ ນະຄອນຊຽງໄຮ ເຊິ່ງເປັນສູນກາງທາງດ້ານການເງິນຂອງຈີນ ແລ້ວໃນຕອນເຊົ້າຂອງວັນທີ 17 ສິງຫາທີ່ຜ່ານມາ ເຮັດໃຫ້ເກີດລົມແຮງ ແລະ ຝົນຕົກໜັກ. ທາງການຊຽງໄຮ ໄດ້ສັ່ງອົບປະຍົບປະຊາຊົນ 53.000 ຄົນ ເຊິ່ງເປັນມາດຕະການກຽມການຮັບມືພາຍຸໄຕ້ຝຸ່ນໃນຄັ້ງນີ້ ໂດຍພາຍຸຣໍາເບຍ ເປັນພາຍຸໄຕ້ຝຸ່ນລູກທີ່ 18 ທີ່ພັດເຂົ້າຈີນ ໃນປີນີ້.

ສໍານັກຂ່າວຊິນຫົວ ລາຍງານວ່າ: ພາຍຸໄຕ້ຝຸ່ນ ຣໍາເບຍ ພັດຂຶ້ນຝັ່ງເວລາປະມານ 4:00 ໂມງ ຕາມເວລາທ້ອງຖິ່ນ ຂອງວັນທີ 17 ສິງຫາ ແລະ ຄາດວ່າ ຈະຄ່ອຍໆອ່ອນກໍາລັງລົງໃນຂະນະທີ່ເຄື່ອນຕົວໄປທາງທິດຕາເວັນຕົກສຽງເໜືອ; ພາຍຸໄຕ້ຝຸ່ນມັກຈະເກີດຂຶ້ນໃນປະເທດຈີນ ໃນຊ່ວງລະດູຮ້ອນ ໃນຊ່ວງ 2-3 ປີ ທີ່ຜ່ານມານີ້ ເຊິ່ງຍອດຜູ້ເສຍຊີວິດຈາກພາຍຸໄດ້ຫຼຸດໜ້ອຍຖ້ອຍລົງ ເນື່ອງຈາກການວາງແຜນລ່ວງໜ້າ ຂອງລັດຖະບານ ແລະ ການອົບພະຍົບປະຊາຊົນຈາກພື້ນທີ່ສ່ຽງ.